spot_img
Home​ຂ່າວບັນເທິງອັບເດດຊີວິດ ແມັກ ພູວະເນດ ຫຼັງຈາກຫາຍໜ້າຫາຍຕາຈາກວົງການບັນເທິງໄປເກືອບ 2 ປີ

ອັບເດດຊີວິດ ແມັກ ພູວະເນດ ຫຼັງຈາກຫາຍໜ້າຫາຍຕາຈາກວົງການບັນເທິງໄປເກືອບ 2 ປີ

Published on

ຫ່າງຫາຍຈາກວົງການບັນເທິງໄປດົນ ສໍາລັບ ແມັກ ພູວະເນດ ເພັງສະຫວັນ ນັກສະແດງ-ນາຍແບບ ທີ່ໄດ້ຝາກຜົນງານໄວ້ໃນວົງການບັນເທິງລາວຫຼາກຫຼາຍເຊັ່ນ ຜົນງານທາງດ້ານຊີລີ້ Bad Friend The Series ເຊິ່ງເປັນຜົນງານທໍາອິດຂອງແມັກ, ຜົນງານເລື່ອງ ຮັກນີ້ສີບົວ ເຊິ່ງເປັນຜົນງານແຈ້ງເກີດຂອງແມັກເລີຍກໍວ່າໄດ້, ນອກຈາກນີ້ ຍັງມີຊີລີ້ເລື່ອງ Diary Love 2, ຮູບເງົາເລື່ອງ ຮັກມະຍ່ອມມະແຍ່ມ ພ້ອມທັງໄດ້ເດີນແບບໃນງານ Wow Fashion Week ຊ່ວງປີ 2018-2019 ນໍາອີກ.

ນອກຈາກນັ້ນ ແມັກຍັງມີໂອກາດເຄີຍໄປຮ່ວມງານ Casting ຂອງ GMM Bravo ເປັນຂອງປະເທດໄທ ເຊິ່ງແມັກເປັນພຽງຜູ້ດຽວທີ່ໄດ້ຜ່ານການຄັດເລືອກໄດ້ຮັບການເຊັນສັນຍາຈາກທາງ GMM ແຕ່ກໍໜ້າເສຍດາຍທີ່ແມັກໄດ້ປະຕິເສດໄປ ດ້ວຍເຫດຜົນສ່ວນໂຕນັ້ນເອງ, ເຊິ່ງຜົນງານສຸດທ້າຍທີ່ ແມັກ ພູວະເນດ ໄດ້ຝາກໃຫກັບແຟນໆ ກ່ອນທີ່ຈະໄປຮຽນຕໍ່ຕ່າງປະເທດແມ່ນ ຜົນງານໃນການເປັນພະເອກເອມວີເພງ ປ່ອຍ ຂອງ JoJo Miracle.

ເຊື່ອວ່າມີຫຼາຍຄົນຄິດຮອດໜຸ່ມຄົນນີ້ກັນຢ່າງແນ່ນອນ ລາວໂພສເລີຍນໍາເອົາບົດສໍາພາດຈາກໜຸ່ມແມັກມາຝາກແຟນໆໃຫ້ເຊົາຄິດຮອດກັນ.

1. ຫ່າງຫາຍຈໍາວົງການບັນເທິງລາວໄປດົນ ຕອນນີ້ແມັກກໍາລັງເຮັດຫຍັງຢູ່ໃສ ເລົ່າໃຫ້ຟັງແດ່

ສະບາຍດີ ແມັກເດີ້ ປັດຈຸບັນແມັກກໍາລັງສຶກສາຕໍ່ວິທະຍາໄລ ຢູ່ທີ່ອາເມລິກາ ເຊິ່ງຕອນນີ້ແມັກກະໂຟກັສຢູ່ທີ່ການຮຽນຢ່າງດຽວເລີຍ ກັບຈະເນັ້ນທາງດ້ານພາສາເປັນສ່ວນຫຼາຍ ສ່ວນເປົ້າໝາຍໃນອະນາຄົດແມ່ນ ແມັກຢາກກັບໄປເປີດທຸລະກິດສ່ວນຕົວຢູ່ລາວເປັນຂອງຕົນເອງ.

2. ເຫັນແມັກເປີດຊ່ອງ Youtube ແລະ ເຮັດວິດີໂອລົງເພຈນໍາ ຈຸດເລີ່ມຕົ້ນແມ່ນມາຈາກ?

ຈຸດເລີ່ມຕົ້ນຂອງການເປັນ Youtuber ຂອງແມັກເລີຍແມ່ນມີ 2 ຈຸດປະສົງຫຼັກໆນັ້ນກໍຄື ອັນທໍາອິດເລີຍ ຕອນທີ່ແມັກຍັງນ້ອຍ ແມ່ແມັກມັກຖ່າຍຮູບຂອງພວກເຮົາເກັບໄວ້ ເມື່ອແມັກເລີ່ມເປັນຜູ້ໃຫຍ່ຂຶ້ນ ແມັກໄດ້ກັບມາເບິ່ງຮູບພາບເຫຼົ່ານັ້ນມັນກໍເຮັດໃຫ້ແມັກໄດ້ເຫັນເຖິງການປ່ຽນແປງຂອງຕົວເຮົາເອງ ແມັກເລີຍຮູ້ສຶກວ່າຢາກຖ່າຍວິດີໂອເກັບໄວ້ ເພື່ອໃນອະນາຄົດລູກຫຼານເຮົາຈະສາມາດກັບມາເບິ່ງ ແລະ ເຫັນໂຕເຮົາໃນຕອນນັ້ນອີກໄດ້, ເຊິ່ງວິດິໂອທີ່ແມັກໄດ້ເຮັດຜ່ານມານັ້ນ ຕອນນີ້ມັນອາດຈະບໍ່ມີຄວາມໝາຍຫຍັງ ແຕ່ເມື່ອເວລາຜ່ານໄປອາຍຸເຮົາຫຼາຍຂຶ້ນ ຖ້າເຮົາໄດ້ກັບມາເບິ່ງ ແມັກຄິດວ່າມັນຈະເປັນຄວາມຊົງຈໍາທີ່ມີຄວາມໝາຍຢ່າງແນ່ນອນ ເພາະເຮົາອາດຈະກັບໄປເຮັດແບບນັ້ນອີກບໍ່ໄດ້ແລ້ວ. ເຫດຜົນຕໍ່ມາເລີຍກໍຄື ຍ້ອນບໍ່ຢາກໃຫ້ຄົນລືມ ເພາະວ່າຕອນແມັກຢູ່ລາວຄົນກໍຮູ້ຈັກແມັກຍ້ອນຜົນງານຊີລີ້ ແລະ ເບິ່ງແມັກຜ່ານວິດີໂອຕ່າງໆ ແມັກເລີຍຄິດວ່າເປັນຫຍັງເຮົາຄືບໍ່ສ້າງວິດີໂອຂຶ້ນມາເອງເລີຍ! ເພື່ອຄົນທີ່ຕິດຕາມເຮົາຢາກຮູ້ວ່າ ຕອນນີ້ເຮົາເປັນແນວໃດ? ກໍາລັງເຮັດຫຍັງຢູ່? ສະບາຍດີບໍ່?

3. ຂໍຖາມເຖິງສະພາບ ໂຄວິດ-19 ຢູ່ທາງພຸ້ນແດ່?

ສະພາບການລະບາດຂອງໂຄວິດ-19 ຢູ່ອາເມລິກາ ກໍຍັງໜັກໜ່ວງຄືເກົ່າ ເພາະຍັງເປັນປະເທດທີ່ຕິດໂຄວິດ-19 ອັນດັບ 1 ຂອງໂລກຢູ່, ແຕ່ປະຊາຊົນຢູ່ພີ້ເຂົາກໍບໍ່ຄ່ອຍສົນໃຈ ຍ້ອນເຂົາເຈົ້າປັບໂຕເຂົ້າກັບມັນໄດ້ແລ້ວ ເລີຍຄິດວ່າໂຄວິດ-19 ມັນເປັນເລື່ອງທຳມະດາ ຕິດແລ້ວກໍສາມາດເຊົາໄດ້ ເພາະເຂົາເຈົ້າມີຄວາມຄິດວ່າ ເຖິງຢ່າງໃດກໍຕາມຊີວິດກໍຕ້ອງໄດ້ດໍາເນີນຕໍ່ໄປ ເຊິ່ງຢູ່ອາເມລິກາທຸກມື້ນີ້ໃຜຢາກສວມໃສ່ຫນ້າກາກອະນະໄມ ຫຼື ຈະບໍ່ໃສ່ກໍໄດ້.

4. ໃນອະນາຄົດແມັກມີແພລນຈະກັບມາຢູ່ລາວບໍ່?

ແນ່ນອນວ່າ ແມັກຕ້ອງກັບປະເທດລາວຢ່າງແນ່ນອນ ເພາະເປັນບ້ານເກີດເມືອງນອນຂອງແມັກ.

5. ໃນອະນາຄົດຈະມີໂອກາດເຫັນແມັກຫຼິ້ນຊີລີ້ ຫຼື ມີຜົນງານຢູ່ໃນວົງການບັນເທິງອີກບໍ່?

ຖ້າຫາກມີຜູ້ໃຫຍ່ໃຈດີຍື່ນຂໍສະເໜີໃຫ້ ແມັກກໍພ້ອມຮັບເອົາໂອກາດດີໆສະເໝີ ແລະ ອາດຈະໄດ້ເຫັນແມັກໂລດແລ່ນຢູ່ໃນຜົນງານຊີລີ້ອີກຄັ້ງກໍໄດ້.

6. ຝາກເຖິງຜູ້ທີ່ຕິດຕາມແມັກ ຫຼື ແຟນໆທີ່ກໍາລັງຄິດຮອດແມັກຢູ່ຕອນນີ້ແດ່

ຢາກຝາກໃຫ້ທຸກຄົນຮັກສາໂຕເອງ ເພາະຊີວິດຂອງເຮົາມີຄັ້ງດຽວ ຮັກສາມັນ, ດູແລມັນ, ເອົາໃຈໃສ່ມັນ ເພາະທຸກໆຢ່າງເລີ່ມຕົ້ນຈາກໂຕເຮົາ ແລະ ແມັກກະຂໍເປັນກຳລັງໃຈໃຫ້ຄົນລາວທຸກຄົນທີ່ປະສົບກັບພະຍາດ ໂຄວິດ-19 ທີ່ລະບາດຢູ່ຕອນນີ້ ກໍຂໍໃຫ້ທຸກຄົນປອດໄພ.

7. ສຸດທ້າຍແລ້ວ ຢາກໃຫ້ແມັກຝາກຊ່ອງທາງການຕິດຕາມແດ່

ກ່ອນອື່ນກະຂອບໃຈທີມງານລາວໂພສຫຼາຍໆ ທີ່ສົນໃຈເລື່ອງລາວຂອງແມັກ ແລະ ໄດ້ເຮັດບົດສໍາພາດນີ້ອອກມາ. ສໍາລັບຊ່ອງທາງໃນການຮູ້ຈັກແມັກໃຫ້ຫຼາຍຂຶ້ນ ແມ່ນສາມາດຕິດຕາມແມັກໄດ້ທີ່ Facebook: M’Max Phengsavanh, Page: Maxikiss Channel, Youtube: Maxikiss Channel, Tiktok: Maxikiss channel.

ລາວໂພສຫວັງວ່າ ຫຼັງຈາກອ່ານບົດສໍາພາດນີ້ຈົບແລ້ວ ແຟນໆຂອງໜຸ່ມແມັກອາດຈະຫຼຸດຄວາມຄິດຮອດລົງບໍ່ຫຼາຍກໍໜ້ອຍ, ຈັ່ງໃດກໍສາມາດເຂົ້າໄປຕິດຕາມ ແລະ ໃຫ້ກໍາລັງໜຸ່ມແມັກກັນເພີ່ມຕື່ມໄດ້ເດີ້.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...