spot_img
HomeE-Book/ປື້ມອອນລາຍນ໌ກໍາປູເຈຍໄດ້ຂັບໄລ່ປະຊາຊົນທີ່ອາໄສຢູ່ແຄມນ້ໍາອອກຈາກພື້ນທີ່ເພື່ອກຽມພ້ອມຈັດງານກີລາອາຊຽນເກມປີ 2023

ກໍາປູເຈຍໄດ້ຂັບໄລ່ປະຊາຊົນທີ່ອາໄສຢູ່ແຄມນ້ໍາອອກຈາກພື້ນທີ່ເພື່ອກຽມພ້ອມຈັດງານກີລາອາຊຽນເກມປີ 2023

Published on

ໃນວັນທີ 14 ມີຖຸນາ 2021 ທີ່ຜ່ານມາສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ: ເມືອງພະນົມເປັນ ທີ່ເປັນເມືອງຫຼວງຂອງປະເທດກໍາປູເຈຍໄດ້ເລີ່ມຂັບໄລ່ຄົນອອກຈາກພື້ນທີ່ ”ໝູ່ບ້ານລອຍນໍ້າ” ທີ່ເປັນບ່ອນທີ່ມີ່ຊື່ສຽງແຫ່ງໜຶ່ງຂອງປະເທດທີ່ຕັ້ງຢູ່ແຄມຝັ່ງແມ່ນໍ້າໂຕນເລສາບ ໂດຍມີສຽງຄັດຄ້ານຂອງຜູ້ທີ່ອາໄສຢູ່ມາດົນນານ ແລະ ການຂັບໄລ່ໃນຄັ້ງນີ້ເຮັດໃຫ້ພວກເຂົາກໍບໍ່ມີທີ່ຢູ່ອາໄສອີກແລ້ວ.

ໝູ່ບ້ານລອຍນໍ້າໃນເມືອງພະນົມເປັນແຫ່ງນີ້ຖືເປັນທັງການດໍາລົງຊີວິດ ແລະ ວິຖີຊີວິດຂອງຄອບຄົວຊາວຫວຽດນາມທີ່ອາໄສຢູ່ມາດົນ ແລະ ເປັນທີ່ຕັ້ງຂອງແຫຼ່ງລ້ຽງປາ.

ທາງຄະນະເທດສະບານນະຄອນພະນົມໄດ້ບອກວ່າຊຸມຊົນຕ່າງໆທີ່ສ້າງຂື້ນໃນແຄມຝັ່ງແມ່ນໍ້ານີ້ຖືເປັນສິ່ງທີ່ເບິ່ງບໍ່ງາມຕາມ ແລະ ເປັນອັນຕະລາຍຕໍ່ກັບສຸຂະພາບ ເນື່ອງຈາກມີຖົງຂີ້ເຫຍື້ອ ແລະ ສິ່ງເປິເປື້ອຍໄຫຼມາ.

ທ່ານ ສີ ວຸທະ ຫົວໜ້າສໍານັກຈັດການທີ່ດິນເຂດ ເຊິ່ງເປັນຜູ້ດູແລການຮື້ຖອນໄດ້ກ່າວວ່າ: ພວກເຮົາຂັບໄລ່ປະຊາຊົນທີ່ອາໄສຢູ່ຈໍານວນ 316 ຫຼັງຄາເຮືອນ ທີ່ສົ່ງຜົນກະທົບຕໍ່ກັບຄວາມງົດງາມຂອງເມືອງ ແລະ ສະພາບແວດລ້ອມຂອງເມືອງນີ້ ເຈົ້າຈະເຂົ້າໃຈກໍຕໍ່ເມື່ອເຈົ້າຂີ່ເຮືອແລ້ວໄດ້ກິ່ນເໝັ່ນດັ່ງກ່າວ” ແລະ ທ່ານຍັງໄດ້ບອກຕໍ່ອີກວ່າການທີ່ຂັບໄລ່ປະຊາຊົນທີ່ອາໄສຢູ່ເຂດນັ້ນກໍເພາະວ່າເປັນການຕັ້ງໃຈທໍາຄວາມສະອາດເມືອງຫຼວງກ່ອນທີ່ຈະມີການຈັດມະຫາກໍາກີລາຊີເກມທີ່ກໍາປູເຈຍໄດ້ເປັນເຈົ້າພາບໃນປີ 2023 ເນື່ອງຈາກສະໜາມກີລາຫ່າງອອກຈາກໝູ່ບ້ານແຄມນໍ້ານີ້ບໍ່ໄກ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...