spot_img
Homeຂ່າວທ້ອງຖິ່ນຈີນເປັນປະເທດລົງທຶນອັນດັບ 1 ຢູ່ສປປ ລາວ

ຈີນເປັນປະເທດລົງທຶນອັນດັບ 1 ຢູ່ສປປ ລາວ

Published on

ໜັງສພິມວຽງຈັນທາມ ລາຍງານວ່າ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ)  ເປັນປະເທດລົງທຶນອັນດັບ 1 ຢູ່ ສປປ ລາວ ມີຈຳນວນເຖິງ 785 ໂຄງການ, ລວມມູນຄ່າ 12 ຕື້ ໂດລາ ສະຫະລັດ ແລະ ເປັນປະເທດຄູ່ຄ້າລາຍໃຫ່ຍ ອັນດັບ 2 ຂອງ ສປປ ລາວ.

ລາຍງານລະບຸວ່າ ສປ ຈີນ ໄດ້ເຂົ້າມາລົງທຶນໃນປະເທດລາວ ເຊິ່ງມີມູນຄ່າການຄ້າ ບັນລຸໄດ້ 3.540 ລ້ານໂດລາ ສະຫະລັດ ໃນໄລະຍະ ປີ 2019 ຜ່ານມາ, ເພີ່ມຂຶ້ນ 17,4%, ມູນຄ່າການນໍາເຂົ້າມີ 1.600 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 29,6% ແລະ ມູນຄ່າສົ່ງອອກມີ 1.940 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສ່ວນໃຫ່ຍການລົງທຶນທາງດ້ານເສດຖະກິດພິເສດ ແລະ ອຸດສາຫະກໍາ ແລະ ອື່ນໆ.

ນອກຈາກນີ້, ຍັງມີໂຄງການຮ່ວມມືອື່ນໆທີ່ສຳຄັນເຊັ່ນ: ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ທີ່ໄດ້ກໍ່ສ້າງສຳເລັດແລ້ວ 60% ແລະ ຄາດວ່າ ຈະສໍາເລັດການກໍ່ສ້າງ ໃນປີ 2021, ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນປັດຈຸບັນແມ່ນມີຄວາມຄືບໜ້າຫຼາຍກວ່າ 90,7%, ຄາດວ່າຈະສໍາເລັດປີ 2021, ໂຄງການທາງດ່ວນ ວຽງຈັນ-ວັງວຽງ ແມ່ນມີຄວາມຄືບໜ້າຫຼາຍກວ່າ 90% ແລະ ຄາດວ່າ ຈະເປີດນຳໃຊ້ ໃນວັນທີ 2 ທັນວາ 2020 ນີ້, ນອກນັ້ນ ຍັງມີໂຄງການແລວທາງເສດຖະກິດ ລາວ-ຈີນ, ໂຄງການສ້າງສູນກວດພະຍາດ ໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ ແລະ ໂຄງການຮ່ວມມືອື່ນໆ ອີກ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...