ຄວາມໝາຍຂອງພິທີການວຽນທຽນ

ພິທີການວຽນທຽນແມ່ນມາຈາກປະເທດອິນເດຍພ້ອມກັບການກຳເນີດສາດສະໜາພຸດ ການວຽນທຽນມີຈຸດປະສົງເພື່ອສະແດງຄວາມເຄົາລົບບູຊາຕໍ່ພຣະຣັດຕະນະໄຕມາຕັ້ງແຕ່ບູຮານ.

ສຳລັບພິທີກຳຂອງການວຽນທຽນແມ່ນຍ່າງອ້ອມສິມວັດ 3 ຮອບ ເພື່ອເປັນການສະແດງຄວາມເຄົາລົບບູຊາຕໍ່ສິ່ງໆນັ້ນຢ່າງສູງສຸດ, ສິ່ງທີ່ຕ້ອງກະກຽມກ່ອນຈະໄປວຽນທຽນມີ: ດອກໄມ້ 1 ມັດ, ທູບ 3 ດອກ ແລະ ທຽນ 2 ເຫຼັ້ມ.

ການຈັດພິທີວຽນທຽນໃນປັດຈຸບັນ ແມ່ນຈະຈັດຂຶ້ນໃນວັນທີ່ສຳຄັນທາງພຸດທະສາດສະໜາເຊັ່ນ: ວັນວິສາຂະບູຊາ, ວັນມາຂະບູຊາ, ວັນເຂົ້າພັນສາ, ວັນຫໍ່ເຂົ້າປະດັບດິນ, ວັນຫໍ່ເຂົ້າສະຫຼາກ, ວັນອອກພັນສາ ແລະ ສຳລັບປະເທດລາວມີບຸນພຣະທາດຫຼວງ

ບົດໂດຍ: ພຸດສະດີ