spot_img
Homeຂ່າວທ້ອງຖິ່ນອຸດສາຫະກຳ ແລະ ການຄ້າ ແຈ້ງປັບລາຄານໍ້າມັນຂຶ້ນທົ່ວປະເທດ! ເລີ່ມມື້ອື່ນເຊົ້າເປັນຕົ້ນໄປ

ອຸດສາຫະກຳ ແລະ ການຄ້າ ແຈ້ງປັບລາຄານໍ້າມັນຂຶ້ນທົ່ວປະເທດ! ເລີ່ມມື້ອື່ນເຊົ້າເປັນຕົ້ນໄປ

Published on

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 0170/ອຄ.ກຄພນ, ລົງວັນທີ 25 ກຸມພາ 2019, ປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໂດຍໄດ້ປັບລາຄານໍ້າມັນແອັດຊັງພິເສດຂຶ້ນ 240 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາ 220 ກີບ/ລິດ ແລະ ນໍ້າມັນກາຊວນ 240 ລິດ/ລິດ ໃນນີ້, ໄດ້ຫຼຸດຄັງແຮນໍ້າມັນແອັດຊັງພິເສດ-ທໍາມະດາລົງ 100 ກີບ/ລິດ ແລະ ນໍ້າມັນກາຊວນລົງ 50 ກີບ/ລິດ. ສໍາລັບລາຄານີ້ຈະເລີ່ມປະຕິບັດວັນທີ 26 ກຸມພາ 2019 ເວລາ 06:00 ໂມງ ເປັນຕົ້ນໄປ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກະຊວງອຸດສາຫະກໍາ ແລະ ການຄ້າ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...