ຕົວແທນໜຸ່ມລາວ ປະກວດງານ Mister National Universe 2017

ບັນເທີງດາລາ ກັບລາວໂພສມື້ນີ້ແອັດມິນມີຂ່າວຊາຍງາມມາອັບເດດໃຫ້ແຟນໆຂາປະຈຳໄດ້ຮັບຮູ້ນຳກັນ ເຊິ່ງຈະພາທຸກຄົນມາຮູ້ຈັກກັບຕົວແທນຊາຍງາມຄົນທຳອິດພຽງໜຶ່ງດຽວຂອງລາວ “ທ້າວ ທົດສະພອນ ສິດພະໄຊ” ທີ່ເຂົ້າຮ່ວມປະກວດໃນເວທີ Mister National Universe 2017 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 5-13 ມິຖຸນາ 2017

ເຊິ່ງປັດຈຸບັນທາງທີມງານກອງປະກວດໄດ້ເຄື່ອນໄຫວກິດຈະກຳຢູ່ທີ່ ຫົວຫິນ ປະເທດໄທ ແລະ ວັນທີ 11 ມິຖຸນາ 2017 ກຈະເດີນທາງ ມາທີ່ ກຸງແທບ ແລ້ວມື້ວັນທີ 13 ມິຖຸນາ ຈະແມ່ນຮອບຕັດສິນມື້ສຸດທ້າຍ.

ຜູ້ເຂົ້າປະກວດທັງໝົດມີ 16 ຄົນຕົວແທນຈາກປະເທດ: ຫວຽດນາມ, ຝຣັ່ງ, ຟິລິບປິນ, ມຽນມາ, ອິນເດຍ, ອິນໂດເນເຊຍ, ກຳປູເຈຍ, ການາ, ປານາມາ, ສີລັງກາ, ອີຕາລີ, ສປປ ລາວ, ມາເລເຊຍ, ໄທ, ບຣາຊິນ, ຣັສເຊຍ.

ແຟນໆຊາວລາວທຸກຄົນສາມາດສົ່ງກຳລັງໃຈໄປຮ່ວມໂຫວດຮ່ວມເຊຍໃຫ້ ທົດສະພອນ ສິດພະໄຊ ຊາຍງາມຕົວແທນຈາກລາວໄດ້ເຂົ້າໄປຮອບເລິກໆ
ສາມາດເຂົ້າໄປກົດໄລນ໌ໄດ້ທີ່ເຟສບຸກເພຈ: Missosology – Male Pageants Section
ຖ້າໃຜຢາກເຫັນຮູບພາບແຊ໊ບຂອງຊາຍງາມຜູ້ເຂົ້າປະກວດທັງໝົດກໍ່ສາມາດເຂົ້າໄປເບິ່ງໄດ້ທີ່:missosology.info