ໂຄງການປັບປຸງເສັ້ນທາງ T4

ໂຄງການປັບປຸງເສັ້ນທາງ T4 ເຊິ່ງເປັນໂຄງການໜຶ່ງເພື່ອຍົກລະດັບມາດຕະຖານຂອງເສັ້ນທາງໃນນະຄອນຫລວງວຽງຈັນ. ຮັບປະກັນໃຫ້ການສັນຈອນໄປມາມີຄວາມສະດວກດີຂຶ້ນ.

ຕາມການລາຍງານໃຫ້ຮູ້ຂອງໜ່ວຍງານວິຊາການພາກສະໜາມ ໃນທ້າຍອາທິດຜ່ານມາວ່າ: ໂຄງການດັ່ງກ່າວໂດຍແມ່ນ ບໍລິສັດ ໄທວັດ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງໄດ້ຮັບທຶນຈາກອົງ ການ ໄອດາ ໃນການປັບປຸງເສັ້ນທາງໂດຍໄດ້ແບ່ງອອກເປັນ 3 ຊ່ວງລວມມີ: ຊ່ວງທີໜຶ່ງແມ່ນເລີ່ມແຕ່ສີ່ແຍກໄຟແດງທາດຫລວງ-ສາມແຍກເຂົ້າດົງຄໍາຊ້າງ ຢູ່ໃນຊ່ວງນີ້ຈະລວມມີການວາງທໍ່ລະບາຍນໍ້າເສຍຝາກໜຶ່ງຄືນໃໝ່ໝົດ ແລະ ລົງຢາງອັດສະຟານອີກຊັ້ນໜຶ່ງ; ສ່ວນຊ່ວງທີສອງຈະມີແຕ່ລົງຢາງອັດສະຟານຕື່ມອີກຊັ້ນໜຶ່ງໂດຍເລີ່ມແຕ່ສາມແຍກໄຟແດງໂພນສີນວນ-ກະຊວງການຕ່າງປະເທດ ແລະ ຊ່ວງສຸດທ້າຍແມ່ນຈະເລີ່ມແຕ່ສີ່ແຍກໄຟແດງໂພນໄຊ-ສີ່ແຍກໄຟແດງທາດຫລວງ.

ໃນໂອກາດນີ້, ທາງຜູ້ປະສານງານ ບໍລິສັດຮັບເໝົາ ກໍຂໍຝາກເຖິງຜູ້ແມ່ປະຊາຊົນຜູ້ທີ່ໃຊ້ລົດໃຊ້ຖະໜົນໃນເສັ້ນທາງດັ່ງກ່າວໃຫ້ມີຄວາມລະມັດລະວັງຄ່ອຍໄປຄ່ອຍມາ ໃນໄລຍະທີ່ມີການກໍ່ສ້າງເສັ້ນທາງ ກໍຄືຜູ້ທີ່ມາພົວພັນວຽກງານນຳສຳນັກງານ, ອົງການຕ່າງໆ ຢູ່ບໍລິເວນທີ່ມີການກໍ່ສ້າງ ຄວນຈອດລົດໃຫ້ເປັນລະບຽບ, ບໍ່ຄວນຈອດຊ້ອນສອງເພື່ອຄວາມສະດວກໃຫ້ແກ່ການກໍ່ສ້າງ, ຮັບປະກັນຄວາມປອດໄພໃຫ້ແກ່ຕົວທ່ານເອງ-ຄົນອ້ອມຂ້າງ ອັນຈະເຮັດໃຫ້ເກີດບັນຫາລົດແອອັດ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດຕາມທ້ອງຖະໜົນ. ພ້ອມນັ້ນ ກໍຂໍໃຫ້ຫລີກເວັ້ນການນຳໃຊ້ເສັ້ນທາງດັ່ງກ່າວຖ້າບໍ່ມີຄວາມຈຳເປັນ

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!