spot_img
Homeຂ່າວຕ່າງປະເທດ ເຈົ້າຊາຍທະກະຮິໂຕະ ສິ້ນພະຊົນ ລວມພະຊົນມາຍຸ 100 ພັນສາ

 ເຈົ້າຊາຍທະກະຮິໂຕະ ສິ້ນພະຊົນ ລວມພະຊົນມາຍຸ 100 ພັນສາ

Published on

ອີງຕາມການລາຍງານຂອງສຳນັກພະລາຊະວັງຍີ່ປຸ່ນ ປະກາດວ່າ ເຈົ້າຊາຍ ທະກະຮິໂຕະ ຫຼື ເຈົ້າຊາຍ ມິກະຊະ ເປັນພະໂອລົດ ອົງສຸດທ້ອງ ຂອງສົມເດັດ ພະຈັກກະພັດໄທໂຊ ແລະສົມເດັດພະຈັກກະພັດ ນີເທເມ ແລະເປັນພະອະນຸຊາ ພະອົງນ້ອຍຂອງ ຈັກກະພັດໂຊວະ ສິ້ນພະຊົນແລ້ວ ໃນພະຊົນມາຍຸ 100 ພັນສາ

ກ່ອນນີ້ ເຈົ້າຊາຍ ທະກະຮິໂຕະ ຊົງເຂົ້າພັກຮັກສາອາການພະປະຊວນ ຢູ່ໂຮງໝໍ ໃນກຸງໂຕກຽວ ຕັ້ງແຕ່ເດືອນ ພຶດສະພາ ຜ່ານມາ ດ້ວຍພະອາການປອດບວມ. ເຈົ້າຊາຍ ທະກະຮິໂຕະ ປະສູດ ເມື່ອວັນທີ 2 ທັນວາ 1915 ພະອົງຊົງເປັນພະປິຕຸລາ (ອາວ) ຂອງສົມເດັດພະຈັກກະພັດອະກິຮິໂຕະ ແລະຍັງເປັນອົງລັດຊະທາຍາດ ຜູ້ສືບລາຊະສັນຕິວົງ ເປັນອັນດັບທີ 5

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...