ຕຳຫລວດແບນຊິກ ຈັບກຸມຜູ້ຖືກສົງໄສຄົນສຳຄັນ ເຫດລະເບີດສະໜາມບິນຢູ່ບຣຸກແຊນ ໄດ້ແລ້ວ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ມີນານີ້ວ່າ ຜູ້ຖືກສົງໄສຄົນສຳຄັນ ໃນການກໍ່ເຫດວາງລະເບີດ ຢູ່ສະໜາມບິນສາກົນຊາເວນເທມ ນະຄອນຫລວງບຣຸກແຊນ ປະເທດແບນຊິກ ໃນມື້ວານນີ້ (22 ມີນາ) ໄດ້ຖືກເຈົ້າໜ້າທີ່ຕຳຫລວດແບນຊິກຈັບກຸມໄດ້ແລ້ວ ຫລັງຈາກທີ່ເຫດການລະເບີດຮຸນແຮງດັ່ງກ່າວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 34 ຄົນ ແລະ ບາດເຈັບອີກປະມານ 250 ຄົນ.

ແຫລ່ງຂ່າວລະບຸວ່າ ເຈົ້າໜ້າທີ່ແບນຊິກ ໄດ້ລະບຸຕົວຜູ້ຖືກສົງໄສຄົນສຳຄັນ ຈາກພາບກ້ອງວົງຈອນປິດ ຂອງສະໜາມບິນ ຊຶ່ງປະກອບມີຊາຍ 3 ຄົນ ກຳລັງຍູ້ລໍ້ຂົນກະເປົາເດີນທາງມານຳກັນ ໃນອາຄານຜູ້ໂດຍສານຂາອອກ ຂອງສະໜາມບິນສາກົນດັ່ງກ່າວ ໂດຍຊາຍສອງຄົນແມ່ນຖືກສົງໄສ ເປັນມືລະເບີດຂ້າຕົວຕາຍ ຊຶ່ງເສຍຊີວິດໃນຂະນະກໍ່ເຫດແລ້ວ ສ່ວນທີ່ເຫລືອອີກຄົນໜຶ່ງ ທີ່ເອົາຕົວຫລົບໜີ ຫາກໍຖືກເຈົ້າໜ້າທີ່ຕຳຫລວດຈັບກຸມໄດ້.