ສະພາບລວມດ້ານເສດຖະກິດ ແລະການຄ້ານະຄອນຫຼວງ ໃນສົກປີຜ່ານມາ

0
1850

ສະ­ພາບ​ໂດຍ​ລວມ​ຢູ່​ພາຍໃນ​ປະ­ເທດ​ເຮົາ​ເຫັນ​ວ່າ: ສະ­ພາບເສດ­ຖະ­ກິດ​ມະ­ຫາ​ພາກ​ມີ​ສະ­ຖຽນລະ​ພາບ​ໂດຍ​ພື້ນ­ຖານ, ອັດ­ຕາ​ແລກປ່ຽນ​ມີ​ຄວາມ​ໝັ້ນ​ທ່ຽງ​ພໍ​ສົມຄວນ, ເສດ­ຖະ­ກິດ​ຂອງ​ປະ­ເທດ​ຍັງສືບ­ຕໍ່​ຂະ­ຫຍາຍ­ຕົວ​ດີ​ຂຶ້ນ, ສະ­ພາບສັງ­ຄົມ​ມີ​ຄວາມ​ສະ­ຫງົບ​ປອດ​ໄພ ແລະ​ຊິ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາຊົນ​ໄດ້​ຮັບ​ການ​ປັບ­ປຸງ​ໃຫ້​ດີ​ຂຶ້ນ​ເທື່ອລະ​ກ້າວ ແລະ​ທັງ​ໝົດ​ນີ້ ໄດ້​ສົ່ງ​ຜົນກະ­ທົບ​ຕໍ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມຂອງ​ປະ­ເທດ​ເຮົາ ກໍ​ຄື​ນະ­ຄອນ­ຫຼວງ​ວຽງຈັນ, ມີ​ການ​ຂະ­ຫຍາຍ­ຕົວ​ໃນ​ລະ­ດັບ 12,8% ຕາມ​ແຜນ­ການ​ທີ່​ວາງໄວ້, ສ້າງ​ມູນ​ຄ່າ​ເພີ່ມ​ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) ໄດ​ປະ­ມານ 35 ພັນ​ຕື້​ກວ່າ​ກີບ, ສະ­ເລ່ຍ​ໃສ່​ຫົວ​ຄົນ​ບັນ­ລຸ​ໄດ້ 4,390 ໂດ​ລາ.

ອີງ­ໃສ່​ຂໍ້​ມູນຂອງ​ພະ​ແນກ​ແຜນການ, ນະ­ຄອນ­ຫຼວງ​ວຽງ​ຈັນ​ລາຍງານ​ຕໍ່​ນັກ​ຂ່າວ​ເສດ­ຖະ­ກິດ-ສັງຄົມ​ໃຫ້​ຮູ້​ວ່າ: ເສດ­ຖະ­ກິດ​ຂອງ​ນະຄອນ​ຫຼວງ​ວຽງ​ຈັນ ແມ່ນ​ຍັງ​ຢູ່​ໃນທ່າ​ອ່ຽງ​ຂະ­ຫຍາຍ­ຕົວ ເນື່ອງ​ຈາກວ່າ​ຍັງ​ມີ​ຫຼາຍ​ປັດ​ໄຈ​ທີ່​ເປັນ​ດ້ານບວກ​ກະ­ທົບ​ໃສ່​ເປັນ­ຕົ້ນ: ທ່າ​ອ່ຽງການ​ລົງ­ທຶນ​ຍັງ​ດີ, ສະ­ພາບ​ການ​ບໍລິ​ໂພກ ແລະ​ການ​ຊົມ­ໃຊ້​ຂອງ​ປະຊາ​ຊົນ​ໃນ​ໄລ­ຍະ​ຜ່ານ​ມາ​ມີ​ບັນ​ຍາກາດ​ຟົດ­ຟື້ນ​ດີ, ສະ­ແດງ​ອອກ​ໃນສົກ​ປີ 2014-2015 ນະ­ຄອນຫຼວງ​ວຽງ​ຈັນ ໄດ້​ຮັບ​ຕົວ​ເລກ​ຄາດໝາຍ​ສູ້​ຊົນ​ຂຸດ​ຄົ້ນ​ລາຍ​ຮັບ​ໄດ້​ທັງໝົດ 988 ຕື້​ກວ່າ​ກີບ, ເທົ່າ​ກັບ71,84%, ໃນ​ນັ້ນ ສູນ​ກາງ​ຈັດເກັບ​ໄດ້ 240,50 ຕື້​ກີບ ແລະ​ນະຄອນ​ຫຼວງ​ຈັດ​ເກັບ​ໄດ້ 747,82 ຕື້​ກີບ, ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດໄດ້ 70,73%, ແຍກ​ລະ­ອຽດ​ໄດ້​ຄື: ຮັບ​ຈາກ​ສ່ວຍ​ສາ​ອາ­ກອນ 711,44  ຕື້​ກີບ ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 72,92%, ຮັບ​ຈາກ​ຊັບ​ສິນ ຂອງ​ລັດ 34,92 ຕື້​ກີບ, ທຽບ­ໃສ່ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 43,06%,ຮັບ​ຈາກ​ພາ­ສີ​ອາ­ກອນ (ນັບ​ທັງສູນ​ກາງ) 240,50 ຕື້​ກີບ​ທຽບ­ໃສ່ ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 75,54%, ຮັບ​ຈາກ​ການ​ຄຸ້ມ​ຄອງ​ວິ​ສາ​ຫະ​ກິດ 1,48 ຕື້​ກີບ, ທຽບ­ໃສ່​ແຜນ­ການ​ປີ ປະ­ຕິ­ບັດ​ໄດ້ 223,33% ແລະ ໂດຍ ໃນ​ນັ້ນ ຕາມ​ການ​ຄາດ​ຄະ­ເນ​ໃນ ເບື້ອງ​ຕົ້ນ​ຂອງ​ວິ­ຊາ​ການ​ຄາດ ວ່າ​ໃນ​ສົກ​ປີ 2014-2015, ຜ່ານມາ​ການ​ເຕີບ​ໂຕ​ເສດ­ຖະ­ກິດ​ຂອງນະ­ຄອນ­ຫຼວງ​ວຽງ​ຈັນ ແມ່ນ​ມີການ​ຂະ­ຫຍາຍ­ຕົວ​ຢູ່​ໃນ​ລະ­ດັບ 12,8%  (ຕາມ​ແຜນ­ການ​ທີ່​ວາງໄວ້), ສ້າງ​ມູນ​ຄ່າ​ເພີ່ມ​ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ (GDP) ໄດ້​ປະ­ມານ 35,400 ຕື້​ກີບ, ສະ­ເລ່ຍ​ໃສ່​ຫົວ​ຄົນ​ບັນ­ລຸ​ໄດ້ 4,390 ໂດລາ, ໃນ​ນັ້ນ ກະ​ສີ​ກຳ-ປ່າ­ໄມ້ ເພີ່ມ ຂຶ້ນ 8% ກວມ​ເອົາ 16% ຂອງ GD-P, ອຸດ­ສາ­ຫະ­ກຳ ເພີ່ມ​ຂຶ້ນ 15%,  ກວມ​ເອົາ 47% GDP, ການ​ບໍ­ລິ­ການ​ເພີ່ມ​ຂຶ້ນ 13% ກວມ​ເອົາ 37%  ຂອງ GDP.

ນອກ​ນັ້ນ ຂະ­ແໜງ​ອຸດ​ສາ​ຫະ ກຳ ແລະ​ການ​ຄ້າ ນະ­ຄອນ­ຫຼວງ ວຽງ​ຈັນ, ຍັງ​ສາ­ມາດ​ຂຶ້ນ​ທະ­ບຽນ ທາດ​ເຄ​ມີ ໄດ້​ຈຳ­ນວນ 19 ໂຮງ ງານ ແລະ​ໄດ້​ເອົາ­ໃຈ­ໃສ່​ລົງ​ກວດ­ກາ​ສະ­ຖານ­ທີ່​ສ້າງ­ຕັ້ງ​ໂຮງ­ງານ, ກ່ອນ​ຈະ​ມີ​ການ​ປຸກ​ສ້າງ​ໂຮງ­ງານ ຈຳ­ນວນ 11 ໂຮງ­ງານ ແລະ​ໄດ້​ຂໍນຳ​ເຄື່ອງ​ຈັກ​ມາ​ຮັບ​ໃຊ້​ການ​ຜະ­ລິດພາຍ​ໃນ ໂຮງ­ງານ, ຂໍ​ນຳ​ເຂົ້າ​ວັດ­ຖຸດິບ​ແຜ່ນ­ແພ ແລະ​ສົ່ງ​ວັດ­ຖຸ​ອອກ​ຄືນ ມີ​ທັງ​ໝົດ​ຈຳ­ນວນ 10 ໂຮງ­ງານແລະ​ພ້ອມ​ດຽວ​ກັນ​ນີ້​ກໍ​ໄດ້​ອອກອະ­ນຸ­ຍາດ​ດຳ­ເນີນ​ກິດ­ຈະ­ການ 18  ແຫ່ງ,  ມີ​ທຶນ​ທັງ​ໝົດ  75,16  ຕື້​ກີບ,  ທຽບ­ໃສ່​ສົກ​ປີ 2013-2014 ມີ 32 ຫົວ­ໜ່ວຍ, ເຫັນ​ວ່າ​ຫຼຸດ​ລົງ 14 ຫົວ­ໜ່ວຍ​ເທົ່າ​ກັບ 43,75% ແລະ​ໄດ້​ຕໍ່​ອະ­ນຸ­ຍາດ​ດຳ­ເນີນ​ໂຮງງານ, ກິດ­ຈະ­ການ​ໄດ້ 61 ແຫ່ງ,ມີ​ທຶນ​ທັງ​ໝົດ 230 ຕື້​ກີບ, ທຽບ­ໃສ່ ສົກ​ປີ 2013-2014 ມີ 38 ຫົວ ໜ່ວຍ ແລະ​ເຫັນ​ວ່າ​ເພີ່ມ​ຂຶ້ນ 23 ຫົວ­ໜ່ວຍເທົ່າ​ກັບ 60,52%.

ທີ່ມາ:logo