spot_img
Homeຄວາມງາມຖ້າຮັກເລັບ ຢ່າເຮັດສິ່ງເຫລົ້ານີ້ເດັດຂາດ

ຖ້າຮັກເລັບ ຢ່າເຮັດສິ່ງເຫລົ້ານີ້ເດັດຂາດ

Published on

การดูแลเล็บ

ຫລາຍເທື່ອ​ທີ່​ສາວໆ​ມັກ​ທາ​ເລັບ ເພື່ອ​ຄວາມ​ສວຍງາມ ຈົນ​ເບິ່ງ​ຂ້າມ​ໄປ​ວ່າ ​ເລັບ​ເອງ​ກໍ​ເປັນ​ອະໄວຍະວະ​ໜຶ່ງ​ເຊັ່ນ​ກັນ ສາວໆ​ຮູ້​ບໍ່​ວ່າ ​ມີ​ຂໍ້​ຫ້າມ​ຄືກັນ​ ຖ້າ​ເປັນ​ຄົນ​ຮັກ​ເລັບ​ແທ້ໆ 9 ຂໍ້​ນີ້​ເປັນ​ຂໍ້​ຕ້ອງ​ຫ້າມ​ສຳລັບ​ສາວໆ​ເລີຍ ມາ​ເບິ່ງ​ດີກວ່າວ່າ ​​ເຄີຍ​ທໍາຮ້າຍ​ເລັບ​ໂດຍ​ບໍ່​ຮູ້​ໂຕຫລື​ບໍ່ ?

  1. ຢ່າ​ ທາ​ເລັບ​ຕະຫລອດ​ໂດຍ​ບໍ່​ມີ​ມື້​ພັກການ​ທາ​ເລັບ​ທຸກ​ມື້​ໂດຍ​ບໍ່​ຢຸດ​ພັກ ຈະ​ເຮັດໃຫ້​ເລັບ​ຂອງ​ສາວໆ​ກາຍ​ເປັນ​ສີ​ເຫລືອງ ເພື່ອ​ຫລີກ​ລ້ຽງ​ເລັບ​ສີ​ເຫລືອງ ໃຫ້​ໃຊ້ ໂຊ​ດາ 1 ບ່ວງ ແລະ ໂອລິຟ​ອອຍ ເຄິ່ງບ່ວງ ແລະ​ ປະສົມ​ນ້ຳ​ໝາກ​ນາວ​ໜ້ອຍໜຶ່ງ ທາ​ໃຫ້​ທົ່ວ​ມື​ແລ້ວ​ຖິ້ມ​ໄວ້ 10 ນາ​ທີ ຄ່ອຍ​ລ້າງ​ອອກ ເລັບ​ຂອງ​ສາວໆຈະ​ເບິ່ງ​ສະ​ອາດ​ຂຶ້ນ
  2. ຢ່າ​ຕັດ ​ຫລື ຕັດຫນັງ​ອ້ອມຮອບ​ເລັບ​ອອກ​ໜັງເລັບ​ມັກ​ເກີດ​ຂຶ້ນ​ເພາະ​​ຕັດ ​ຫລື ຕັດຫນັງ​ອ້ອມຮອບ​ຫລາຍ​ເກີນ​ໄປ ຖ້າ​​ມີ​ເວລາ​ໄປ​ເຮັດ​ເລັບ​ຢູ່ຮ້ານ ກະລຸນາບອກກົບພະ​ນັກ​ງານ​ວ່າ ຢ່າ​ຕັດ​ມັນ​ຖິ້ມ​ ໃຫ້​ໃຊ້​ນ້ຳ​ມັນ ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ກັບ​ໜັງເລັບ​ດີກວ່າ
  3. ຢ່າ​ໃຊ້​ຢາ​ລ້າງ​ເລັບ​ທີ່​ມີ​ສ່ວນ​ປະສົມ​ຂອງ Acetoneເພາະ Acetone ຈະ​ເຮັດໃຫ້​ເລັບ​​ຂາດ​ນ້ຳ​ມັນ​ທຳມະຊາດ​ມາ​ຫລໍ່​ລ້ຽງ ແລະ ​ເຮັດໃຫ້​ຜິວ​ເລັບ​ແຫ້ງ​ ເປັນ​ໂຕ​ການ​ໃຫ້​ເລັບ​ແຕກ​ງ່າຍ ເບິ່ງ​ກາ​ທີ່​ຂຽນ​ໄວ້​​ວ່າ Non-actone
  4. ຢ່າ​​ແກະ​ເກົາ​ເລັບ​ທີ່​ກຳ​ລັງ​ລອກເພາະ​ເມື່ອ​​ລອກ​ສີ​ເລັບ​ອອກ ບໍ່ແມ່ນ​ແຕ່ສີ​ເລັບ​ທີ່​ຫລຸດອອກ ຊັ້ນ​ເລັບ​ຈະ​ຫລຸດ​ຕາມ​ອອກ​ມາ​ນໍາ ຖ້າຫາກ​ຮູ້​ວ່າ​ ເລັບ​ລອກ​ແລ້ວ ໃຫ້​ລ້າງ​ດ້ວຍ​ນ້ຳ​ຢາ​ລ້າງ​ເລັບ​ແລ້ວ​ທາ​ໃໝ່ ທີ່​ສຳຄັນ​ຢ່າ​ລືມ​ທາ ​ທັບເງົາ​ເພື່ອ​ປ້ອງ​ກັນ​ການ​ຫລຸດ​ລອກ
  5. ຢ່າ​ລືມ​ທາ​ທັບເງົາກ່ອນ​ທາ​ສີ​ເລັບ ເພາະ​ທັບເງົາ​ຈະ​ຊ່ວຍ​ໃຫ້​ເລັບ​ບໍ່​ເປັນ​ສັນ​ຄື້ນ ຢ່າ​ລືມ​ຫາ​ແບບ​ທີ່​ມີ​ ແຄ​ຊຽມ​ນໍາ ເພາະ​ຈະ​ເຮັດໃຫ້​ເລັບ​ແຂງ​ແຮງ​ຂຶ້ນ​ນໍາອີກ
  6. ຢ່າ​ລືມ​ເພີ່ມ​ຄວາມ​ຊຸ່ມ​ຊື່ນເລັບ​ຖືກ​ສ້າງ​ຈາກ​ສານ​ໂປ​ຕີນ ​ຊະນິດ​ໜຶ່ງ​ທີ່​ຊື່​ວ່າ ເຄົາ​ຕິນ ເຊິ່ງ ​ເຄົາ​ຕິນ ​ຕ້ອງ​ການ​ຄວາມ​ຊຸ່ມ​ຊື່ນ​ເພື່ອ​ການ​ຈະເລີນ​ເຕີບໂຕ ທາ​ຄີມ​ໜັກໆ​ ເຊັ່ນ ບັດ​ເຕີ​ຄີມ ທີ່​ມື​ ແລະ ​ຕີນ​ກ່ອນ​ນອນ ໃສ່​ຖົງ​ຕີນ​ຖົງ​ມື​ເພື່ອ​ກັກ​ເກັບ​ຄວາມ​ຊຸ່ມ​ຊື່ນ​ເພື່ອ​ປະ​ສິດ​ທິ​ພາບ​ສູງ​ສຸດ
  7. ຢ່າ​ຄິດວ່າ​ ຕັດ​ເລັບ​ໄດ້​ທຸກ​ເວລາ​ຄວນ​ຕັດ​ເລັບ​ຕອນ​ຫລັງ​ອາບ​ນ້ຳ ຫລື ແຊ່​ນ້ຳ​ກ່ອນ​ຕັດ​ເລັບ​ເພື່ອຈະ​ໄດ້​ທໍາ​ຮ້າຍ​ເລັບ​ໃຫ້​ນ້ອຍ​ທີ່ສຸດ
  8. ຢ່າ​ເອົາຕະໄບຖູໜ້າເລັບເພາະ​ຈະ​ເຮັດໃຫ້​ເລັບ​ບາງ ໃຫ້​ໃຊ້​ໂຕ Buffer ນຸ່ມໆ ທີ່​ໄວ້​ຂັດ​ເລັບ​ໃຫ້​ເງົາ ແທນ ເອົາ ຕະ​ໄບ​ຖູຂອບໆ​ເລັບ​ໃຫ້​ເຂົ້າ​ຮູບ​ເທົ່າ​ນັ້ນ​ພໍ
  9. ຢ່າ​ໃຊ້​ສະ​ບູ​ລ້າງ​ມື ​ທີ່​ມີ​ສ່ວນ​ປະສົມ​ຂອງ​ ແອວກໍຮໍ  ເພາະ​ຈະ​ເຮັດໃຫ້​ມື​ແຫ້ງ ແລະ​ເລັບ​ບາງ ເລືອກ​ໃຊ້​ນ້ຳ​ຢາ​ລ້າງ​ມື​ທີ່​ບໍ່​ມີ​ສ່ວນ​ປະສົມ​ຂອງ ​ແອວ​ກໍ​ຮໍ ຫລື ສ່ວນ​ປະສົມ​ຂອງ​ເຄ​ມີ​ຕ່າງໆ

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...