spot_img
Homeຂ່າວເຫດການລັດຖະມົນຕີວ່າການກະຊວງການຕ່າງປະເທດ ສ.ກູບາ ຈະມາຢ້ຽມຢາມລາວໃນວັນທີ 12 ກັນຍານີ້

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສ.ກູບາ ຈະມາຢ້ຽມຢາມລາວໃນວັນທີ 12 ກັນຍານີ້

Published on

 

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງ

ການຕ່າງປະເທດແຫ່ງ ສປປ ລາວ, ທ່ານ ບຣູໂນ ໂລດຣີເກັສ ປາລ ຣິນຢາ (Bruno Rodriguez Parrilla) ລັດຖະມົນ

ຕີວ່າການກະຊວງການຕ່າງປະເທດແຫ່ງ ສ.ກູບາ ພ້ອມດ້ວຍຄະນະຈະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນ

ທາງການໃນວັນ ທີ 12 ກັນຍາ 2014.

 

ທ່ານ ບຣູໂນ ໂລດຣີເກັສ ປາລຣິນຢາ ເກີດໃນວັນທີ 22 ມັງກອນ 1958, ເຄີຍເປັນປະທານສະຫະພັນນັກສຶກສາສາມັນ

(ປະຖົມ-ມັດທະຍົມ) ແລະ ທັງເປັນຄະນະກຳມາທິການ ແລະ ເລຂາທິການແຫ່ງຊາດ ຂອງສະຫະພັນນັກສຶກສາມະຫາ

ວິທະຍາໄລ, ຮຽນຈົບປະລິຍາຕີທາງດ້ານກົດໝາຍ ແລະ ທັງເປັນອາຈານສອນວິຊາກົດໝາຍລະຫວ່າງຊາດຢູ່ມະຫາໄລ

ນະຄອນຫລວງລາຮາວານ, ປີ 1986 ເປັນຫົວໜ້າກົມພົວພັນຕ່າງປະເທດ ຂອງສະຫະພັນຊາວໜຸ່ມກອມມູນິດແຫ່ງ

ຊາດ, ປີ 1990 ເປັນກຳມະການສູນກາງພັກກອມມູນິດກູບາ ແລະ ປີ 1992 ໄດ້ຮັບໜ້າທີ່ຮັບຜິດຊອບວຽກງານນະໂຍ

ບາຍດ້ານວັດທະນະທຳ, ເດືອນທັນວາ 1993 ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ທັງເປັນຜູ້ຕາງໜ້າ

ຖາວອນຂອງກູບາ ປະຈຳອົງການສະຫະປະຊາຊາດເພື່ອການພັດທະນາ (ສປຊ) ແລະ ແຕ່ເດືອນກຸມພາ 1995 ຈົນເຖິງ

ເດືອນທັນວາ 2003 ໄດ້ຖືກສືບຕໍ່ແຕ່ງຕັ້ງເປັນຜູ້ຕາງໜ້າຖາວອນຂອງກູບາປະຈຳ ສປຊ, ເປັນລັດຖະມົນຕີຊ່ວຍວ່າ

ການກະຊວງການຕ່າງປະເທດກູບາ ຮັບຜິດຊອບຂົງເຂດອາເມລິການລາຕິນ, ກາຣີເບ ແລະ ວຽກງານຖະແຫລງຂ່າວ

ແລະ ຄົມມະນາຄົມ, ເດືອນຕຸລາ 2004 ເປັນລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຜູ້ທີ່ໜຶ່ງ, ປີ 2004 ໄດ້

ນຳພາຄະນະແພດກູບາ ໄປປະຕິບັດພາລະກິດຊ່ວຍເຫລືອດ້ານມະນຸດສະທຳທີ່ປະເທດໄຮຕີ ແລະ ປີ 2005 – 2006 ຢູ່

ປະເທດປາກິດສະຖານ, ວັນທີ 2 ມີນາ 2009 ໄດ້ຮັບແຕ່ງຕັ້ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ, ວັນ

ທີ 11 ທັນວາ 2012 ໃນກອງປະຊຸມສະ ໄໝສາມັນຊຸດທີ V ທ່ານໄດ້ຖືກເລືອກຕັ້ງເປັນ ກຳມະການກົມການເມືອງສູນ

ກາງພັກຄອມມູນິດກູບາ, ໄດ້ຮັບການຍ້ອງຍໍ ແລະ ປະດັບຫລຽນພາຍໃນ ແລະ ສາກົນ, ຮູ້ພາສາຕ່າງປະເທດ: ອັງກິດ,

ສ້າງຄອບຄົວແລ້ວມີລູກຊາຍ 1 ຄົນ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...