spot_img
Homeນານາສາລະເຊັກອິນ ເທິງ Facebook ສ່ຽງເປັນໄພ ຫາກໃຊ້ບໍ່ເປັນ!

ເຊັກອິນ ເທິງ Facebook ສ່ຽງເປັນໄພ ຫາກໃຊ້ບໍ່ເປັນ!

Published on

fb-places-icon

 

ການເປີດເຜີຍຂໍ້ມູນຫຼາຍເກີນໄປ ເປັນສິ່ງທີ່ກຳລັງນິຍົມຢ່າງໜຶ່ງຢູ່ໃນໂລກສັງຄົມອອນລາຍ

ດ້ວຍການເຊັກອິນໃນ Facebook ແລະ ອື່ນໆອີກ ເຊິ່ງຈະເປັນການອັບເດດໃຫ້ໝູ່ເພື່ອນໃນ

ເຄືອຂ່າຍ ຮັບຮູ້ເຖິງຄວາມເປັນໄປຢ່າງເປີດເຜີຍ ວ່າຕອນນີ້ເຮົາກຳລັງຢູ່ໃນສະຖານທີ່ໃດ ແລະ

ເຮັດຫຍັງຢູ່ໃສ, ເບິ່ງແລ້ວຢາກຄືວ່າເປັນເລື່ອງມ່ວນຊື່ນ ແລະ ບໍ່ຕົກຍຸກ ແຕ່ໃນທີ່ຈິງແລ້ວ

ການເປີດເຜີຍຂໍ້ມູນສະຖານທີ່ຢູ່ຂອງເຮົານັ້ນ ອາດກໍ່ໃຫ້ເກີດມີອັນຕະລາຍຂັ້ນຮ້າຍແຮງໄດ້.

 

ການຕິດຕໍ່ສື່ສານໃນເຟສບຸກ ແລະ ໂຊຊຽວເນັດເວີກອື່ນໆ ກາຍເປັນເລື່ອງຂອງການໂອ້ອວດ

ຫຼາຍກ່ວາເພື່ອສານຄວາມສຳພັນ ແລະ ຕິດຕໍ່ສື່ສານກັນລະຫວ່າງໝູ່ເພື່ອນ, ບໍ່ວ່າຈະເປັນ

ການໂພສຮູບວັດຖຸມີຄ່າຂອງຕົນເອງລົງ, ຕາມມາດ້ວຍວີດີໂອ ແລະ ຍິ່ງຊັດເຈນໄປກ່ວານັ້ນ

ກໍມີການ ເຊັກອິນ ໃຫ້ຄົນອື່ນໆຮູ້ ເຖິງການເຄື່ອນໄຫວຂອງຕົນເອງຢ່າງເປີດເຜີຍ ຄົບຖ້ວນ

ທັງສິ່ງລໍ້ໃຈ, ເວລາ ແລະ ສະຖານທີ່ ລວມເຖິງການຢູ່ກັບໃຜ ຄົນດຽວ ຫຼື ຫຼາຍຄົນ ໃນເຂດຊຸມ

ຊົນໜາແໜ້ນ ຫຼື ເຂດປ່ຽວບໍ່ມີຜູ້ຄົນ ເຊິ່ງນັ້ນໄດ້ເປັນຂໍ້ມູນໃຫ້ແກ່ຜູ້ບໍ່ປະສົງດີ ສາມາດທີ່ຈະ

ເຮັດອັນຕະລາຍຕໍ່ກັບເຮົາໄດ້ແບບທີ່ບໍ່ຄາດຄິດ ເຖິງແມ່ນວ່າຍັງບໍ່ທັນມີກໍລະນີຕົວຢ່າງໃດໆ

ເກີດຂຶ້ນມາເຕືອນໃຈແລ້ວກໍຕາມ, ການຮູ້ຈັກຮັກສາຄວາມລັບສ່ວນຕົວ ເພື່ອຄວາມປອດ

ໄພ ໃນການນຳໃຊ້ສື່ສັງຄົມອອນລາຍ ກໍເປັນສິ່ງທີ່ຄວນຈະຄຳນຶງເຖິງ ຢ່າງບໍ່ອາດຈະເບິ່ງຂ້າມ.

 

ໄວໜຸ່ມລາວເຮົາບາງຄັ້ງ ກໍມັກຈະຕົກເຂົ້າຢູ່ໃນກະແສນິຍົມດັ່ງກ່າວນີ້ ແບບທີ່ບໍ່ທັນໄດ້ຮູ້

ເຖິງຄວາມສ່ຽງທີ່ອາດຈະເກີດຂຶ້ນ ເຊິ່ງເລື່ອງດັ່ງກ່າວນີ້ ຢູ່ໃນສັງຄົມຕາເວັນຕົກ ແມ່ນເຂົາເຈົ້າ

ຖືເປັນສິ່ງທີ່ສຳຄັນທີ່ສຸດ ໃນການຮັກສາຂໍ້ມູນສ່ວນຕົວ ບໍ່ໃຫ້ຖືກເປີດເຜີຍຫຼາຍເກີນໄປໃນ

ສາທາລະນະ ເພື່ອຄຳນຶງເຖິງຄວາມປອດໄພເປັນອັນດັບໜຶ່ງ.

 

ການນຳໃຊ້ສື່ສັງຄົມອອນລາຍ ຢ່າງເຊັ່ນ Facebook ໃຫ້ເກີດປະໂຫຍດສູງສຸດ ແລະ ມີຄວາມ

ປອດໄພແກ່ຕົວເຮົາເອງນັ້ນ ຈິ່ງຈຳເປັນຈະຕ້ອງຈຳກັດ ໃຫ້ມັນເປັນພຽງຊ່ອງທາງໃນການ

ຕິດຕໍ່ສື່ສານກັນ, ການເຜີຍແຜ່ແບ່ງປັນຄວາມສຸກໃຫ້ແກ່ກັນ ໂດຍການຫຼີກເວັ້ນການເປີດ

ເຜີຍຂໍ້ມູນສ່ວນຕົວ ດ້ວຍວິທີການຫຼີກລ່ຽງການນຳໃຊ້ປຸ່ມ ເຊັກອິນ ໃຫ້ໜ້ອຍລົງ ເພື່ອບໍ່ໃຫ້

ມັນກາຍເປັນຄຳເຊ່ື້ອເຊີນ ໃຫ້ແກ່ກຸ່ມຄົນບໍ່ດີ ທີ່ຈະມາປະສົງຮ້າຍແກ່ເຮົາ ເຖິງສະຖານທີ່

ທີ່ເຮົາກຳລັງກົດ ເຊັກອິນ ຢູ່ນັ້ນ.

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...