ອຸດົມໄຊ ປາບພວກຂົນສົ່ງຢາເສບຕິດ ລວມນ້ຳໜັກ 2 ຮ້ອຍກວ່າກິໂລ

Capture (Small)

 

ຫວ່າງ​ບໍ່​ດົນ​ມາ​ນີ້​ ເຈົ້າ​ໜ້າ​ຕຳ­ຫຼວດ ແຂວງ​ອຸ­ດົມ​ໄຊ​ໄດ້​ກັກ 2 ຜູ້​ຕ້ອງ​ຫາ ໃນ​ຂະ­ນະ​ຂັບ​ຂີ່​ລົດ ເພື່ອ​ຂົນ­ສົ່ງ​ຢາ​ເສບ​ຕິດ​

ປະເພດ​ເຮ​ໂຣອິນ ແລະ ຢາ​ບ້າ ລວມ​ນ້ຳໜັກ 2 ຮ້ອຍ​ກວ່າ​ກີ​ໂລ ໃນ​ນັ້ນມີ​ສະ­ເພາະຢາ​ບ້າ​ເກືອບ 2 ລ້ານ​ເມັດ.

 

ເຈົ້າ​ໜ້າ­ທີ່​ລະ­ບຸ​ວ່າ: ພາຍ­ຫຼັງ​ໄດ້​ຮັບ​ແຫຼ່ງ​ຂ່າວ​ຈາກ​ພົນ­ລະ­ເມືອງ​ດີ​ ວ່າ​ມີ​ການ​ເຄື່ອນ​ຍ້າຍ​ຢາ​ເສບ​ຕິດ​ປະ­ເພດ​ຢາ​ບ້າ

ແລະ ເຮ​ໂຣ​ອິນຶອຈາກ​ແຂວງ​ບໍ່​ແກ້ວ ຫາ ແຂວງ​ອຸ­ດົມ​ໄຊ ພະ​ແນກ​ຕຳ­ຫຼວດສະ­ກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ແຂວງ

ກໍ​ໄດ້​ແຕ່ງ­ຕັ້ງ​ພະ­ນັກ­ງານ​ສືບ​ຂ່າວ​ລົງ​ເກັບ​ກຳ​ຂໍ້​ມູນ​ຕິດ­ຕາມ​ເປົ້າ​ໝາຍ​ ຈິ່ງ​ເຫັນ​ວ່າ​ມີ​ຄວາມ​ຈິງ ຈິ່ງ​ໄດ້​ອອກ​ສະ­ກັດ​ກັ້ນ

​ຕາມ​ເສັ້ນ­ທາງ​ທີ່​ແຫຼ່ງ​ຂ່າວ​ແຈ້ງ​ມາ ໃນ​ຄໍ່່​າ​ຄືນ​ຂອງ​ວັນ​ທີ 1 ຫາ​ວັນ​ທີ 2 ກໍ­ລະ­ກົດ​ນີ້ ຢູ່​ບໍ­ລິ­ເວນ​ຂົວ ຫ້ວຍ​ກະ​ແສນ​ບ້ານ​

ລ້ອງ​ແສນ ເມືອງ​ປາກ​ແບງ.

ໂດຍ​ການ​ຕັ້ງ​ຈຸດ​ກວດ​ໃນ​ຄັ້ງ​ນີ້ ​ໄດ້ກວດ​ຄົ້ນ​ລົດ​ຕ້ອງ​ສົງ­ໄສ​ຈຳ­ນວນ 2 ຄັນ​ຄື: ລົດ​ດາມ​ສີ­ຟ້າ​ຢີ່​ຫໍ້ ອີ​ຊຸ​ຊຸ ໝາຍເລກ​ທະ­

ບຽນ ບຄ 0056 ກໍາ­ແພງນະ­ຄອນ ແລະ ລົດ​ກະ­ບະ​ໄຮ​ລັກ​ວີ​ໂກ ສີ​ປອນ​ທອງ ເລກ​ທະ­ບຽນ ກຕ 2838 ກຳ­ແພງ​ນະ­ຄອນ

ແລະ ໄດ້​ພົບ​ເຫັນ ເຮ​ໂລ​ອິນ ຈຳ­ນວນ 99 ແທ່ງ, ນ້ຳ­ໜັກ 37 ກິ​ໂລ ແລະ ຢາ​ບ້າ​ຈຳ­ນວນ 873 ມັດ​ນ້ຳ­ໜັກ 194 ກິ​ໂລ

ມີ​ປະ­ມານ 1,74 ລ້ານ​ກວ່າ​ເມັດ ທີ່​ຊຸກ­ເຊື່ອງ​ໄວ້​ໃນ​ລົດ​ ໂດຍ​ມີ​ການ​ດັດ­ແປງ​ສະ­ພາບ​ເພື່ອ​ອຳພາງ.

ຈາກ​ສະ­ພາບ​ຄື​ດັ່ງ­ກ່າວ​ເຈົ້າ​ໜ້າ­ທີ່ ຈິ່ງ​ໄດ້​ກັກ​ຕົວ ທ້າວ ຊາຍ​ຄອນ ພອນ​ປະ­ດິດ ອາ­ຍຸ 28 ປີ ສັນ­ຊາດ​ລາວ ບ້ານ​ຢູ່​ປະ­ຈຸ​

ບັນ ຫ້ວຍ​ຊາຍ​ໃຕ້ ເມືອງ​ຫ້ວຍຊາຍ ແຂວງ​ບໍ່​ແກ້ວ ຊຶ່ງ​ເປັນ​ຜູ້​ຂັບ​ລົດດ້າມ​ທີ່​ມີ​ຢາ​ເສບ​ຕິດ ແລະ ທ້າວ ສຸກ​ສະ​ຫວັດ

ໄຊ​ຍະ​ວົງ ອາ­ຍຸ 34 ປີ  ສັນ­ຊາດລາວບ້ານ​ຢູ່​ປະ­ຈຸ​ບັນ ນ້ຳ​ເກິ່ງ​ໃໝ່ ເມືອງ​ຕົ້ນ​ເຜີ້ງ ແຂວງ​ບໍ່​ແກ້ວ ທີ່​ເປັນ​ຜູ້­ນຳ​ທາງມາ​ສືບ

­ສວນŒສອບ​ສວນ​ຕາມ​ຂັ້ນ​ຕອນ ​ເພື່ອ​ລົງ­ໂທດຕາມ​ຄວາມ​ເໝາະ​ສົມ​ຂອງ​ລະ­ບຽບ​ກົດ­ໝາຍ.

ຂະ­ນະ​ທີ່​ເບື້ອງ​ຕົ້ນ​ພວກ​ກ່ຽວ​ຮັບ​ສາ­ລະ­ພາບ​ວ່າ: ໄດ້​ຮັບ​ການ​ວ່າ​ຈ້າງ​ຂົນ­ສົ່ງ​ຢາ​ຈຳ­ນວນ​ດັ່ງ­ກ່າວ​ ຈາກ​ແຂວງ​ບໍ່​ແກ້ວ​

ຜ່ານທາງ​ເມືອງ​ຜາ​ອຸ­ດົມ ຫາ ເມືອງ​ປາກ​ແບງ ແຂວງ​ອຸ­ດົມ​ໄຊ.

ແຫຼ່ງຂ່າວ: www.sedthakid.la