spot_img
Homeຂ່າວພາຍ​ໃນແຕ່ງຕັ້ງຜູ້ຮັກສາການຊົ່ວຄາວເຈົ້າຄອງນະຄອນຫລວງວຽງຈັນ ແລະ ຜູ້ຮັກສາການຊົ່ວຄາວຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ແຕ່ງຕັ້ງຜູ້ຮັກສາການຊົ່ວຄາວເຈົ້າຄອງນະຄອນຫລວງວຽງຈັນ ແລະ ຜູ້ຮັກສາການຊົ່ວຄາວຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

Published on

ແຕ່ງຕັ້ງຜູ້ຮັກສາການຊົ່ວຄາວເຈົ້າຄອງນະຄອນຫລວງວຽງຈັນ ແລະ ຜູ້ຮັກສາການຊົ່ວຄາວຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານອັນຈຳເປັນ ແລະ ເລັ່ງດ່ວນຢູ່ນະຄອນຫລວງວຽງຈັນ ແລະ ຄະນະໂຄສະນາອົບຮົມສູນກາງພັກ. ດັ່ງນັ້ນ, ໃນວັນທີ 29 ພຶດສະ ພານີ້, ຄະນະເລຂາທິການສູນກາງພັກ ຈຶ່ງມີມະຕິຕົກລົງປະ ກາດແຕ່ງຕັ້ງສະຫາຍ ສົມວັນດີ ນາຖາວົງ ເປັນຜູ້ຮັກສາການຊົ່ວ ຄາວເລຂາຄະນະບໍລິຫານງານພັກນະຄອນຫລວງວຽງຈັນ ທັງເປັນຜູ້ຮັກສາການຊົ່ວຄາວເຈົ້າ ຄອງນະຄອນຫລວງວຽງຈັນ ແລະ ແຕ່ງຕັ້ງ ສະຫາຍ ສີສຸກ ພິລາວົງ ເປັນຜູ້ຮັກສາການຊົ່ວ ຄາວເລຂາຄະນະບໍລິຫານງານພັກ ທັງເປັນຜູ້ຮັກສາການຊົ່ວ ຄາວຫົວໜ້າໂຄສະນາອົບຮົມສູນກາງພັກ ແລະ ຂໍໃຫ້ຫ້ອງວ່າ ການສູນກາງພັກ, ຄະນະຈັດຕັ້ງ ສູນກາງພັກ, ບັນດາກະຊວງ, ອົງການ ແລະ ອົງການຈັດຕັ້ງ ຂັ້ນທ້ອງຖິ່ນ ຈົ່ງຮັບຮູ້ ແລະ ປະ ຕິບັດຕາມມະຕິຕົກລົງນີ້ດ້ວຍ.

ທີ່ມາຂ່າວ www.facebook.com/mahasonmagazine

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...