spot_img
Homeຂ່າວສັ້ນຍຶດດຊີງ​ຊັ່ງ​ບໍ່​ມາດຕະຖານ​ຫລາຍ​ໜ່ວຍ ຢູ່ຕາມ​ທ້ອງ​ຕະຫລາດ​ນະຄອນຫລວງ​ວຽງ​ຈັນ

ຍຶດດຊີງ​ຊັ່ງ​ບໍ່​ມາດຕະຖານ​ຫລາຍ​ໜ່ວຍ ຢູ່ຕາມ​ທ້ອງ​ຕະຫລາດ​ນະຄອນຫລວງ​ວຽງ​ຈັນ

Published on

ພະ​ແນ​ກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ພາຍຫລັງ​ໄດ້​ລົງ​ກວດກາ​ມາດຕະຖານ​ຊີງ ຊັ່ງ​ນ້ຳໜັກ​ຢູ່ຕະຫລາດ​ມືດ​ທົ່ງ​ຂັນ​ຄຳ, ຫ້ວຍ​ຫົງ ​ແລະ ຕະຫລາດ​​ໂພນ​ສະຫວ່າງ ​​ໃນລະຫວ່າງ​ວັນ​ທີ 27-28 ພຶດສະພາ​ນີ້ ສາ ມາດ​ພົບ​ເຫັນ​ຊີງ​ຊັງ​ສິນຄ້າ​ຂອງ​ຊາວ​ຄ້າຈຳນວນ​ໜຶ່ງ​ບໍ່​ໄດ້​ມາດຕະຖານ​ ​ໂດຍ​ສ່ວນ​ໃຫຍ່​ແມ່ນ​ຂອງ​ແມ່​ຄ້າຂາຍ​ປາ, ຊີ້ນ ຈຶ່ງ​ໄດ້​ຢຶດ​ເອົາ​ມາ​​ໄວ້ເພື່ອ​ໄປ​ທຳລາຍ​ຖິ້ມ, ພ້ອມ​ທັງ​ສຶກສາ​ອົບຮົມ​ຊາວ​ຄ້າຂາຍ​ທີ່​ນຳ​ໃຊ້​ຊີງ​ບໍ່​ໄດ້​ມາດຕະຖານ.

ພະ​ແນ​ກດັ່ງກ່າວ ​ໃຫ້​ຮູ້​ວ່າ: ການ​ລົງ​ກວດກາ​​​ຄັ້ງນີ້ ​ແມ່ນ​ຍ້ອນ​ມີ​ຫາງ​ສຽງ​ສັງຄົມ​ສ່ອງ​ແສງ​ມາ​ວ່າ: ຢູ່ຕາມທ້ອງ​ຕະຫລາດ​ໃນ​ຕົວ​ເມືອງ​ມີ​ສະພາບ​ສໍ້ໂກງ​ຕາ​ຊີງເຊິ່ງຖື​ເປັນ​ການກະທຳ​ທີ່​ເອົາ​ປຽບ​ລູກ​ຄ້າກໍຄືຜູ້​ບໍລິ​ໂພ​ກ ​ແລະ ພ້ອມນີ້ໜ່ວຍ​ງານ​ກ່ຽວຂ້ອງ​ໄດ້​ນຳ​ເອົາ​ຊີງ​ທີ່​ມີມາດຕະຖານ​ໄປ​ປະ​ໄວ້​ເປັນ​​ຊີງ​ກາງ​ທີ່​ຫ້ອງການ​ຈັດ​ສັນ​ຕະຫຼາດ​ແຕ່ລະ​ແຫ່ງ, ຖ້າ​ຊື້ສິນຄ້າ​ໃດ​ໜຶ່ງ​ທີ່​ບໍ່​ແນ​ໃສ່​ກໍ​ສາ ມາດ​ນຳ​ມາ​ຊັ່ງ​ຄືນ​ທີ່​ຊີງ​ກາງ​ນີ້​ໄດ້​ ​ແລະ ​ຫາກ​ພົບ​ມີ​ການ​ສໍ້​ໂກງ​ຕາ​ຊີງ​ກໍສາ ມາດ​ແຈ້ງ​ຕໍ່​ເຈົ້າໜ້າ​ທີ່​ຈັດ​ສັນ​ຕະຫລາດ​ໂດຍ​ທັນທີ ​ເພື່ອ​ມີ​ມາດ​ຕະການ​ແກ້​ໄຂ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...