spot_img
Homeຂ່າວການພັດທະນາດ້ວຍ​ເຫດຜົນ​ໃດ ບາງ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ ດຳ​ເນີນ​ໄປ​ຊັກ​ຊ້າ

ດ້ວຍ​ເຫດຜົນ​ໃດ ບາງ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ ດຳ​ເນີນ​ໄປ​ຊັກ​ຊ້າ

Published on

      ພາຍຫລັງ​ລັດຖະບານ​ໄດ້​ມີ​ນະ​ໂຍບາຍ​ເປີດ​ໂອກາດ​ໃຫ້​ນັກ​ລົງທຶນ​ເຂົ້າມາ​​ລົງທຶນ​ກໍ່ສ້າງ​ພື້ນ ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ໃນ​ຮູບ​ການ​​ລົງທຶນ​ກ່ອນ ​ແລະ ​ເຫັນ​ວ່າ​ມີຫລາຍ​ໂຄງການ​ກໍ​ສາມາດ​ດຳ​ເນີນ​ໄປ​ໂດຍ​ດີ, ​ແຕ່​ຄຽງ​ຄູ່​ກັນ ນັ້ນ ກໍ​ມີ​ບາງໂຄງການ​ດຳ​ເນີນ​ໄປ​ດ້ວຍຄວາມ​ຊັກ​ຊ້າ ​ແລະ ຂາດ​ປະສິດທິ​ຜົນ ​ໂດຍ​ສະ​ເພາະ​ແມ່ນ​​ໂຄງການ​ກໍ່ສ້າງ​ເສັ້ນທາງຈັດ ຕັ້ງປະຕິບັດ​ແບບ​ຢຸດໆ​ຢ່ອນໆ ແກ່ຍາວ​ເວລາ​ຫລາຍ​ປີ ອັນ​ໄດ້​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ການ​ສັນຈອນ​ໄປມາ​ຂອງ​ປະຊາຊົນ ແລະ ​ສັງຄົມບໍ່​ໜ້ອຍ ກໍ່​ໃຫ້​ເກີດ​ມີ​ຫາງ​ສຽງຈົ່ມ​ວ່າ​ວິພາກ​ວິຈານ​ຕ່າງໆ​ນາໆ​ເກີດ​ຂຶ້ນ, ​ແຕ່​ຜູ້​ຮັບ​ເໝົາ​ບໍ່​ມີ​ທ່າ​ທີ​ວ່າ​ຈະ​ຮີບ​ຮ້ອນ​​ໃຫ້​ສຳ​ເລັດ ​ເຊິ່ງບັນຫາ​ດັ່ງກ່າວ​ນີ້ ພາກສ່ວນ​ກ່ຽວຂ້ອງ​ຕ້ອງ​ໄດ້​ເຂັ້ມງວດ ​ແລະ ມີ​ມາດ​ຕະການ​ເດັດຂາດ​ຕໍ່​ບໍລິສັດ​ຮັບ​ເໝົາ, ຖ້າ​ເຫັນ​ວ່າບໍ່​ມີ​ຄວາມ​ສາມາດ​​ແລ້ວ​ກໍ​ຕ້ອງ​ຊອກ​ວິທີ​ແກ້​ໄຂ​ອື່ນໆ​ໃຫ້​ມີ​ປະສິດທິ​ຜົນ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ຮັບປະກັນ​ໄດ້​ຄວາມ​ເຊື່ອ​ໝັ້ນ ຂອງ​ສັງຄົມ ​ແລະ ​ເພື່ອ​ການ​ພັດ ທະນາ​ປະ​ເທດ​ຊາດ​ໄປ​ຕາມ​ທິດ​ທາງ​ທີ່​ພັກ-ລັດ​ກຳນົດ​ໄວ້.

ທີ່ມາ http://laophatthananews.blogspot.com/2014/05/blog-post_4744.html

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...