ອຸບັດຕິເຫດ ລົດຈັກ ຕຳທ້າຍລົດພວງ ເຮັດໃຫ້ຄົນຂັບລົດຈັກ ຕາຍຄາທີ່

0
2114
ນະຄອນຫຼວງວຽງຈັນ. ເກີດອຸບັດຕິເຫດ ລົດຈັກ ຕຳທ້າຍລົດພວງ
ນະຄອນຫຼວງວຽງຈັນ. ເກີດອຸບັດຕິເຫດ ລົດຈັກ ຕຳທ້າຍລົດພວງ

ເວລາປະມານ 23:00 ຂອງວັນທີ 22 ພຶດສະພາ 2014 ທີ່ເສັ້ນທາງທ່າເດືອ ເຂດ ສາລາຄຳ, ນະຄອນຫຼວງວຽງຈັນ.
ເກີດອຸບັດຕິເຫດ ລົດຈັກ ຕຳທ້າຍລົດພວງ ເຮັດໃຫ້ຄົນຂັບລົດຈັກ ຕາຍຄາທີ່.
ສາເຫດຂອງອຸບັດຕິເຫດຄັ້ງນີ້ຍັງບໍ່ຊັດເຈນ ເຈົ້າໜ້າທີ່ກຳລັງສືບສວນ.

ພາບແລະຂ່າວ: Jork Huk Mee M’mee
ອ້າງອິງ/ທີ່ມາ www.facebook.com/tholakhong

———————————–

​ຂໍ້​ມູນ​ຈາກ​ພະ​ແນກ​ຕຳ­ຫຼວດຈະ­ລາ­ຈອນ​ນະ­ຄອນ­ຫຼວງ​ວຽງ​ຈັນ​ໃຫ້​ຮູ້ວ່າ: ໃນ​ລະ­ຫວ່າງ​ວັນ​ທີ 12Œ18 ພຶດ​ສະພາ 2014 ຜ່ານ​ມາ ທົ່ວ​ນະ­ຄອນ­ຫຼວງມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 24 ຄັ້ງ, ພາຫະ​ນະ​ເປ່​ເພ​ເລັກ​ນ້ອຍ 23 ຄັນ, ສົມ­ຄວນ 26 ຄັນ ແລະ ຄົນ​ໄດ້​ຮັບ​ບາດ­ເຈັບ​ເລັກນ້ອຍ 26 ຄົນ, ສົມ­ຄວນ 20 ຄົນ, ສາຫັດ 6 ຄົນ ແລະ ເສຍ​ຊີ­ວິດ 2 ຄົນ; ໃນ​ນັ້ນ ມີ​ຜູ້​ຂັບ​ຂີ່​ທັງ​ໝົດ 61 ຄົນ, ຍິງ 11 ຄົນ ໂດຍ​ສ່ວນ​ໃຫຍ່​ເກີດ​ຈາກ​ກຸ່ມ​ຄົນ​ອາ­ຍຸ 20Œ25 ປີ ເຮັດ​ອາ­ຊີບ​ກຳ­ມະ­ກອນ, ນັກຮຽນ ແລະ ເມືອງ​ເກີດ​ຂຶ້ນ​ຫຼາຍ​ກວ່າ​ໝູ່ແມ່ນ​ເມືອງ​ໄຊ​ທາ­ນີຮອງ​ລົງ​ມາ​ເມືອງຫາດ​ຊາຍ​ຟອງ.

       ສຳ­ລັບ​ສາຍ​ທາງ​ທີ່​ມັກ​ເກີດ​ເຫດ​ສ່ວນໃຫຍ່​ເປັນ​ທາງ​ຊື່ໃນ​ຮູບ​ຕຳ​ເຊິ່ງ​ໜ້າ ແລະ ມັກ​ເກີດ​ກັບ​ລົດ­ຈັກ​ດ້ວຍ​ກັນ​ຫຼາຍ​ກວ່າລົດ​ປະ­ເພດ​ໃນ​ລະ­ຫວ່າງ 20:00Œ21:00 ໂມງ ລວມ​ມູນ​ຄ່າ​ຄວາມ​ເສຍ ຫາຍ​ໃນ​ອາ­ທິດ​ຜ່ານ​ມາ​ແມ່ນ 102 ລ້ານ​ກີບ.

       ຢ່າງ­ໃດ​ກໍ​ຕາມ ຖ້າ​ທຽບ­ໃສ່​ອາ­ທິດຜ່ານ​ມາ​ມູນ​ຄ່າ​ເສຍ​ຫາຍ​ຖື​ວ່າ​ຫຼຸດ​ລົງ​ແຕ່ຕົວ​ເລກ​ການ​ຕຳ​ເພີ່ມ​ຂຶ້ນ, ສ່ວນ​ເສຍ​ຊີ­ວິດຄື­ເກົ່າແນວ­ໃດ​ກໍ​ດີຖື​ວ່າ​ທາງ​ເຈົ້າ​ໜ້າ­ທີ່ຕຳ­ຫຼວດ​ແມ່ນ​ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ພາລະ​ບົດ­ບາດ​ໃນ​ການ​ຮັກ­ສາ​ຄວາມ​ປອດໄພ​ທາງ​ທ້ອງ​ຖະ­ໜົນ​ຢ່າງ​ເຕັມ­ທີ່ຫວັງ​ໃຫ້ບັນ­ຫາ​ອຸ­ບັດ­ເຫດ​ນັບ​ມື້​ຫຼຸດ​ໜ້ອຍ​ຖອຍ​ລົງທັງ​ຮຽກ­ຮ້ອງ​ໃຫ້​ຜູ້​ຂັບ​ຂີ່​ເພີ່ມ​ຄວາມ​ເປັນເຈົ້າ​ການ​ປະ­ຕິ­ບັດ​ລະ­ບຽບ​ການ​ຂັບ​ຂີ່ເພື່ອ​ຄວາມ​ປອດ​ໄພ​ຂອງ​ຊີ­ວິດ ແລະ ຊັບສິນ​ຂອງ​ທຸກໆ​ຄົນ.