spot_img
Homeມູມໄອທີລາວມັນມາອີກແລ້ວ!! Jailbreak iOS 7.1.1 ຕັ້ງເປົ້າໝາຍໄວ້ທີ່ເຄື່ອງ iPhone 5s

ມັນມາອີກແລ້ວ!! Jailbreak iOS 7.1.1 ຕັ້ງເປົ້າໝາຍໄວ້ທີ່ເຄື່ອງ iPhone 5s

Published on

ວົງການເຈວເບຣກກັບມາອີກຄັ້ງແລ້ວ ເມື່ອມີວີດີໂອອອກມາຈາກເຈົ້າພໍ່ເຈວເບຣກຄົນໜຶ່ງ ລະບຸວ່າສາມາດເຈວເບຣກ iOS 7.1.1 ເທິງ iPhone 5s ທີ່ເປັນຊິບ 64 bit ໄດ້ແລ້ວ ເຊິ່ງຖືວ່າເປັນອຸປະກອນທີ່ເຈວເບຣກຍາກທີ່ສຸດໃນຕອນນີ້ສຳລັບແຮັກເກີ້ເລີຍນັ້ນເອງ ເນື່ອງຈາກວ່າມີ Bootloader ທີ່ຄ່ອນຂ້າງແຂງແຮງ ແລະໜ່ວຍປະມວນຜົນທີ່ຊັບຊ້ອນ

ກ່ອນໜ້ານີ້ i0n1c ໄດ້ທະວີດໃຫ້ເບິ່ງວ່າເຈົ້າໂຕສາມາດເຈວເບຣກ iPhone 5c ທີ່ໃຊ້ງານ iOS 7.1.1 ໄດ້ແລ້ວ ພ້ອມກັບລົງ Cydia ເອົາໄວ້ນຳ ນອກຈາກນີ້ຍັງມີ winocm ທີ່ເຈວເບຣກ iPhone 4 ເອົາໄວ້ນຳ ແນ່ນອນເລີຍວ່າເຕັກນິກນີ້ສາມາດນຳໄປໃຊ້ກັບລຸ້ນໃໝ່ໆໄດ້ ຖ້າຫາກວ່າມີໃຜທີ່ນຳເອົາເຕັກນິກນີ້ໄປປະຍຸກໃຊ້ງານ

ຢ່າງໃດກໍຕາມຄາດວ່າແຮັກເກີ້ຈະບໍ່ອອກໂຕເຈວເບຣກ iOS 7.1.1 ອອກມາ ເພາະວ່າ iOS 8 ໜ້າຈະກຳລັງຈະເປີດໂຕໃນງານ WWDC ທີ່ຈະມາຮອດນີ້ນັ້ນເອງ ແລະກໍຄົງຈະຕ້ອງໄດ້ບອກເອົາໄວ້ເລີຍວ່າການເຈວເບຣກອຸປະກອນ iPod Touch, iPad, iPhone ຈະເຮັດໃຫ້ປະກັນເຄື່ອງນັ້ນຈົບລົງທັນທີ ເນື່ອງຈາກວ່າເປັນການປ່ຽນແປງລະບົບປະຕິບັດການນັ້ນເອງ

ສຳລັບຄົນທີ່ກຳລັງຖ້າຊ໋ອບແວ Jailbreak ໂຕໃໝ່ອອກມາຢູ່ນັ້ນ ຜູ້ຂຽນໝັ້ນໃຈເລີຍວ່າຖ້າ iOS 8 ອອກມາຕອນໃດຕອນນັ້ນແລະຈະມີ Jailbreak ເວີຊັ່ນໃໝ່ອອກມາໃຫ້ໃຊ້ງານກັນ

ທີ່ມາ: Cult of Mac

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...