spot_img
Homeມູມໄອທີລາວ Apple ຈະເປີດໂຕຫູຟັງໃໝ່ຮອງຮັບສຽງເພງຄຸນນະພາບສູງໃນ iOS 8

[ຂ່າວລື] Apple ຈະເປີດໂຕຫູຟັງໃໝ່ຮອງຮັບສຽງເພງຄຸນນະພາບສູງໃນ iOS 8

Published on

apple-in_ear_headphones_remotes-620x426

ເວັບໄຊ Macotakara ຂອງຍີ່ປຸ່ນໄດ້ລາຍງານວ່າຕອນນີ້ Apple ກຳລັງຈະເປີດໂຕຫູຟັງໃໝ່ ແລະຮອບຮັບໄຟລສຽງເພງທີ່ໃຫ້ຄຸນນະພາບສູງແລະດີໃນ iOS 8

ຈາກລາຍງານນັ້ນໄດ້ກ່າວວ່າ Apple ກຽມທີ່ຈະເຮັດໃຫ້ iOS 8 ຮອບຮັບສຽງເພງຄຸນນະພາບສູງ ໂດຍປັດຈຸບັນ iOS 7 ນັ້ນຍັງບໍ່ສາມາດຫຼິ້ນໄຟລເພງ 24-bit sampling rate 48kHz ແລະເຖິງວ່າ App Store ຈະມີແອັບທີ່ຫຼິ້ນໄຟລເພງຄຸນນະພາບສູງເຫຼົ່ານີ້ໄດ້ ແຕ່ກໍຕ້ອງຖືກຈຳກັດສຽງໄວ້ພຽງແຕ່ 16-bit ເທົ່ານັ້ນ

ສ່ວນເລື່ອງຂອງຫູຟັງນັ້ນລາຍງານໄດ້ກ່າວໄວ້ວ່າ Apple ຈະເປີດໂຕຫູຟັງແບບ in-ear ແບບໃໝ່ ຫຼັງຈາກທີ່ລຸ້ນເກົ່ານັ້ນເປີດໂຕຫຼ້າສຸດໃນປີ 2008 ໂດຍຫູຟັງແບບໃໝ່ນີ້ຈະອອກແບບມາເພື່ອຮອງຮັບການຟັງເພງໃຫ້ໄດ້ຄຸນນະພາບ

overview_earpods_hero
ນອກຈາກນັ້ນແລ້ວຍັງມີຂ່າວລືອີກວ່າ Apple ກໍກຽມທີ່ຈະເປີດໃຫ້ດາວໂຫຼດເພງທີ່ມີຄຸນນະພາບສູງ 24-bit ເທິງ iTunes Store ໃນງານ WWDC 2014 ທີ່ຈະຈັດຂຶ້ນໃນຕົ້ນເດືອນມິຖຸນານີ້

ສຳລັບຜູ້ທີ່ຍັງບໍ່ຮູ້ວ່າເພງຄຸນນະພາບສູງແມ່ນຫຍັງ? ກໍຄົງຈະອະທິບາຍໄດ້ວ່າ ປັດຈຸບັນ ເພງທີ່ກຳລັງຂາຍຢູ່ເທິງ iTunes Store ເປັນເພງຟຣໍແມັດ AAC 16-bit ໂດຍໄຟລເພງ 24-bit ຈະໃຫ້ຄຸນນະພາບສຽງທີ່ດີກວ່າ 16-bit ຫຼາຍ ແຕ່ວ່າມັນກໍບໍ່ໄດ້ຂຶ້ນກັບໄຟລເພງຢ່າງດຽວເທົ່ານັ້ນ ມັນຍັງຂຶ້ນກັບປັດໄຈຫຼາຍຢ່າງນຳເຊັ່ນ: ຄຸນນະພາບການອັດສຽງ, ການຮອງຮັບຂອງຮາດແວ ແລະອື່ນໆ

ຫາກຈະປຽບທຽບງ່າຍໆກໍຄື ໄຟລເພງຄຸນນະພາບຕ່ຳແມ່ນເປັນໄຟລຮູບເງົາຢູ່ແຜ່ນຊີດີ ສ່ວນໄຟລເພງຄຸນນະພາບສູງແມ່ນເປັນໄຟລຮູບເງົາຢູ່ແຜ່ນ Blu-ray ແຕ່ຄົນເຮົາຟັງແລ້ວບໍ່ຮູ້ສຶກເຖິງຄວາມແຕກຕ່າງຂອງໄຟລສຽງຄຸນນະພາບຕ່ຳແລະຄຸນນະພາບສູງນັ້ນ ເປັນເພາະວ່າຄົນເຮົາມັກຈະຮັບຮູ້ຜ່ານສາຍຕາຫຼາຍກວ່າຫູ

ທີ່ມາ – MacRumors

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...