spot_img
Homeມູມໄອທີລາວສານໄດ້ຕັດສິນແລ້ວວ່າ Samsung ລອກຮຽນແບບຊ໋ອບແວຂອງ iPhone ແທ້ ແລະຖືກປັບ 119.6 ລ້ານດອນລາ !!

ສານໄດ້ຕັດສິນແລ້ວວ່າ Samsung ລອກຮຽນແບບຊ໋ອບແວຂອງ iPhone ແທ້ ແລະຖືກປັບ 119.6 ລ້ານດອນລາ !!

Published on

samsung-apple-patent-wars-2-verdict-4

ຄະດີສິດບັດພັນລ້ານຮອບທີ 2 ມີຄຳຕັດສິນອອກມາແລ້ວວ່າ ໂດຍຄະນະລູກຂຸນພິຈາລະນາແລ້ວວ່າຊຳຊຸງລະເມີດສິດບັດຂອງແອັບເປີ້ນແທ້ ແລະຖືກປັບໄໝເປັນເງິນ 119.6 ລ້ານດອນລາ

ໃນຂະນະດຽວກັນກໍໄດ້ພົບວ່າແອັບເປີ້ນລະເມີດສິດບັດຂອງ Samsung ໃນເລື່ອງຂອງການບັນທຶກສຽງແລະພາບໂດຍແອັບເປີ້ນຖືກປັບເປັນເງິນ 158,400 ດອນລາ

samsung-apple-patent-wars-2-verdict

ຄະດີສິດບັດຮອບນີ້ແອັບເປີ້ນໄດ້ຟ້ອມວ່າຊຳຊຸງລອກຮຽນແບບຊ໋ອບແວຂອງ iPhone ກວ່າ 5 ລາຍການ ເຊິ່ງລາຍການທີ່ສານໄດ້ຕັດສິນວ່າຊຳຊຸງ (ຫຼື Android ຂອກູເກີ້ນ) ລອກຮຽນແບບແທ້ໄດ້ແກ່ Slide to unlock, Auto Correct, ການສ້າງ Link ໃນຂໍ້ຄວາມ ສ່ວນອີກ 2 ລາຍການ ທີ່ບໍ່ລະເມີດແມ່ນ Background Sync, Spotlight

samsung-apple-patent-wars-2-verdict-3-568x426

ໂດຍສິດບັດທັງ 5 ຂໍ້ທີ່ແອັບເປີ້ນຍື່ນຟ້ອງໃນຄັ້ງນີ້ ແທ້ໆແລ້ວມີພຽງແຕ່ Slide to unlock ເທົ່ານັ້ນທີ່ຊຳຊຸງໄດ້ສ້າງຂຶ້ນ ນອກນັ້ນແມ່ນເປັນຄວາມສາມາດທີ່ມີຢູ່ແລ້ວໃນ Android ເຮັດໃຫ້ແທ້ໆແລ້ວ ການຟ້ອງຄັ້ງນີ້ຄືກັບການຟ້ອງ Android ລອກຮຽນແບບ iPhone ຫຼາຍກວ່າ ລວມເຖິງທີມວິສະວະກອນຂອງກູເກີ້ນກໍໄດ້ຖືກເຊີນມາໃຫ້ຄຳເຫັນໃນສານນຳ

ສຳລັບຄ່າປັບ 119.6 ລ້ານດອນລາ ເມື່ອລວມກັບຄະດີໃນຮອບທຳອິດໃນປີ 2012 ທີ່ຊຳຊຸງຖືກປັບເປັນເງິນ 929 ລ້ານດອນລາ ເຮັດໃຫ້ສະຫຼຸບລວມຄ່າປັບທີ່ຊຳຊຸງຕ້ອງຈ່າຍເງິນເປັນຈຳນວນລວມກວ່າ 1044.635 ລ້ານດອນລາ

ນອກຈາກນີ້ແລ້ວໂຄສົກຂອງແອັບເປີ້ນຍັງໄດ້ອອກມາສະແດງຄວາມຍິນດີທີ່ສານໄດ້ຕັດສິນວ່າ Samsung ໄດ້ລັກເອົາຄວາມຄິດຂອງພວກເຂົາໄປ ໂດຍໄດ້ໃຫ້ຄວາມເຫັນວ່າ:

ຄຳຕັດສິນໃນມື້ນີ້ຊີ້ໃຫ້ເຫັນກັບສານທົ່ວໂລກແລ້ວວ່າຊຳຊຸງໄດ້ລັກເອົາຄວາມຄິດຂອງພວກເຮົາໄປ ແລະລອກຮຽນແບບສິນຄ້າຂອງພວກເຮົາ ເຮົາຈະຕ້ອງຕໍ່ສູ້ເພື່ອປົກປ້ອງເອົາງານທີ່ເຮົາໄດ້ຄິດຄົ້ນຂື້ນມາຢ່າງໜັກ ສິນຄ້າທີ່ຜູ້ໃຊ້ຮັກແບບ iPhone ເຊິ່ງພະນັກງານຂອງເຮົາທຸ້ມເທຢ່າງໜັກເພື່ອທີ່ຈະໃຫ້ມັນສົ່ງໄປເຖິງມືຜູ້ໃຊ້ທຸກໆຄົນ

ທີ່ – CNET, Macrumors ແລະ Re/code

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...