spot_img
Homeຂ່າວພາຍ​ໃນເປັນທາດຢາເສບຕິດ ພາໃຫ້ຄິດຂ້າເມຍ

ເປັນທາດຢາເສບຕິດ ພາໃຫ້ຄິດຂ້າເມຍ

Published on

ເຈົ້າ​ໜ້າທີ່​ພະ​ແນກ​ສືບສວນ-ສອບ​ສວນ​ຄະດີ​ອາຍາ ນະຄອນຫຼວງ​ວຽງ​ຈັນ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ເວລາ​ປະມານ 17:10 ໂມງ​ຂອງ​ວັນ​ທີ 23 ເມສາ 2014 ທີ່​ຜ່ານ​ມາ ມີ​ເຫດ​ຄາດ​ຕະ​ກຳ​ເກີດ​ຂຶ້ນ​ຢູ່​ບ້ານ​ຫ້ວຍ​ຫຼ້າ ເມືອງ​ສັງ​ທອງ ນະຄອນຫຼວງ​ວຽງ​ຈັນ.

ຈາກ​ການ​ລົງ​ກວດ​ສອບ​ຢູ່​ສະຖານທີ່​ເກີດ​ເຫດ​ຂອງ​ເຈົ້າ​ໜ້າທີ່ ພົບ​ເຫັນ​ນາງ ແສງ​ດາວ ມະ​ທະ​ຂັນ ອາຍຸ 23 ປີ ອາຊີບ​ເຮັດ​ນາ ນອນ​ເສຍ​ຊີວິດ​ຈົມ​ກອງ​ເລືອດ​ຢູ່​ທີ່​ໜ້າ​ເຮືອນ​ຂອງ​ຕົນ​ເອງ ຈາກ​ສະພາບ​ສົບ ພົບ​ເຫັນ​ຮ່ອງຮອຍ​ຖືກ​ຂອງ​ມີ​ຄົມ ຫຼື ມີດ ແທງ​ເຂົ້າ​ທີ່​ບໍລິເວນ​ກ້ອງ​ກະດູກ​ມີດ​ເບື້ອງ​ຊາຍ ແລະ ດ້ານ​ຫຼັງ​ຈຳນວນ 4 ແຜ ນອກຈາກ​ນີ້ ຍັງ​ພົບ​ເຫັນ​ທ້າວ ພຸດ ອາຍຸ 28 ປີ ອາຊີບ​ເຮັດ​ນາ ເຊິ່ງ​ເປັນ​ຜົວ​ຂອງ​ນາງ ແສງ​ດາວ ແລະ ເປັນ​ຜູ້​ລົງມື​ຄາດ​ຕະ​ກຳ​ເມຍ​ຂອງ​ຕົນ​ເອງ ນອນ​ຢູ່​ເທິງ​ເຮືອນ ໂດຍ​ມີ​ບາດ​ແຜ່​ຫຼາຍ​ແຫ່ງ​ຈາກ​ການ​ເອົາ​ມີດ​ທີ່​ແທງ​ເມຍ ແລ້ວ​ມາ​ແທງ​ເຂົ້າ​ທ້ອງ​ຕົນ​ເອງ ຫວັງ​ຂ້າ​ຕົວ​ເອງ​ຕາຍ​ເພື່ອ​ໜີ​ຄວາມ​ຜິດ.

ສຳລັບ​ແຮງ​ຈູງ​ໃຈ​ໃນ​ການ​ລົງມື​ຄາດ​ຕະ​ກຳ​ຄັ້ງ​ນີ້ ທາງ​ເຈົ້າ​ໜ້າທີ່​ໄດ້​ກ່າວ​ວ່າ: ອາດ​ເກີດ​ຈາກ​ພິດ​ຂອງ​ຢາ​ເສບ​ຕິດ ເຮັດ​ໃຫ້​ປະສາດ​ຫຼອນ ເພາະ​ຜູ້​ທີ່​ລົງມື​ຄາດ​ຕະ​ກຳ​ນັ້ນ ແມ່ນ​ເສບ​ສິ່ງ​ເສບ​ຕິດ​ມາ​ກ່ອນ ແລະ ທາງ​ອຳນາດ​ການ​ປົກຄອງ​ບ້ານ ກໍ່​ເຄີຍ​ໄດ້​ສຶກ​ສາ​ອົບຮົມ​ຜູ້ກ່ຽວ​ມາ​ແລ້ວ​ເຖິງ​ສອງ​ຄັ້ງ ກ່ຽວ​ກັບ​ບັນຫາ​ຢາ​ເສບ​ຕິບ ສ່ວນ​ຂໍ້​ຂັດ​ແຍ່ງ​ອື່ນໆ ເປັນຕົ້ນ​ເລື່ອງ​ການ​ຄົບ​ຊູ້ ຫຼື ຫຼິ້ນ​ກິນ​ຟຸມ​ເຟືອຍ​ແມ່ນ​ບໍ່​ມີ ປັດຈຸບັນ ຜູ້​ທີ່​ກະທຳ​ຜິດ ທາງ​ເຈົ້າ​ໜ້າທີ່​ແມ່ນ​ນຳໄປ​ປີ່ນ​ປົວ​ຢູ່​ທີ່​ໂຮງໝໍ ເພື່ອ​ຈະ​ນຳໄປ​ດຳເນີນ​ຄະດີ​ຂັ້ນ​ຕໍ່​ໄປ.

ທີ່ມາ http://www.vientianemai.net/teen/khao/1/11651

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...