ໃນໂອກາດເຂົ້າຮ່ວມກອງ ປະຊຸມຄະນະລັດຖະບານ ບວກກັບເຈົ້າແຂວງ ປະຈຳ ປີ 2013-2014, ເຊິ່ງຈັດຂຶ້ນ ແຕ່ວັນທີ 22-25 ເມສາ 2014 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງ ວ່າການລັດຖະບານ, ທ່ານ ດຣ ຄຳແພງ ໄຊສົມແພງ,ກຳ ມະການສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງໆຫຼວງ ພະບາງ ໄດ້ຕອບສຳພາດສື່ ມວນຊົນກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ຂອງແຂວງຕະຫລອດໄລຍະທີ່ຜ່ານມາວ່າ: ຜ່ານການຈັດຕັ້ງ ປະຕິບັດແລະສູ້ຊົນຕົວຈິງເຮັດໃຫ້ເສດຖະກິດແຂວງຫຼວງພະ ບາງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ປີຜ່ານມາຢູ່ໃນລະດັບ 9,2%, ທຽບໃສ່ແຜນການປະຕິບັດໄດ້ 95%, ລວມຍອດ ຜະລິດຕະພັນພາຍໃນບັນລຸ 4.741 ຕື້ກີບ ໃນນີ້ປະກອບມີຜະລິດຕະພັນຈາກກະສິກຳ, ອຸດສາຫະກຳ, ການບໍລິການ, ການທ່ອງທ່ຽວ 77,60 ຕື້ກີບ, ລວມຍອດລາຍຈ່າຍ 124,98 ຕື້ກີບ, ນອກນັ້ນສະພາແຫ່ງ ຊາດໄດ້ອະນຸມັດງົບປະມານ ການລົງທຶນຂອງລັດທັງຫມົດ 197 ໂຄງການມູນຄ່າ 78,76 ຕື້ກີບ, ໃນນີ້ການລົງທຶນພາຍ ໃນ 74,50 ຕື້ກີບ ແລະ ທຶນ ຕ່າງປະເທດ 4,26 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວ ຈິງສຳເລັດແລ້ວ 100% ນັ້ນມີ 31 ໂຄງການລວມ 5,44 ຕື້ ກີບ ສ່ວນທີ່ຍັງເຫລືອແມ່ນຍັງ ສືບຕໍ່ຈັດຕັ້ງປະຕິບັດ, ການ ຈັດຕັ້ງປະຕິບັດສ່ວນຫລາຍ ແລ້ວກໍ່ແມ່ນເລັ່ງໃສ່ການພັດ ທະນາພື້ນຖານໂຄງລ່າງ, ຖະຫນົນຫົນທາງ, ໄຟຟ້າ, ລະ ບົບນ້ຳປະປາ, ສ້າງໂຮງຮຽນ, ໂຮງຫມໍ, ສຸກສາລາ, ລະບົບ ຄົມມະນາຄົມ ແລະ ການສື່ ສານ, ເວົ້າລວມແລ້ວກໍ່ແມ່ນ ສຸມໃສ່ພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ໃນເຂດຊົນນະບົດ, ຫ່າງໄກ ສອກຫລີກ, ຊົນເຜົ່າເຊິ່ງໃນ ທົ່ວແຂວງມີຈຳນວນບ້ານທັງ ຫມົດ 500 ກວ່າບ້ານ, ໃນນີ້ມີ ບ້ານທຸກຍາກ 197 ແຫ່ງທຽບ ໃສ່ໄລຍະດຽວຂອງປີຜ່ານມາ ຫລຸດລົງ 63 ບ້ານ, ມີບ້ານພັດ ທະນາ 203 ບ້ານ, ໃນປັດຈຸ ບັນນີ້ກຳລັງສຸມພະລັງງານ ແລະ ທຶນຮອນຢ່າງມະຫາ ສານເຂົ້າໃນການລົບລ້າງ ຄວາມທຸກຍາກ, ແນໃສ່ເພື່ອ ສ້າງບ້ານ ແລະ ກຸ່ມບ້ານພັດ ທະນາຕາມທິດ ແລະ ການຊີ້ ນຳຂອງພັກ-ລັດຖະບານໂດຍ ສະເພາະແມ່ນສຸມໃສ່ການປະ ຕິບັດວຽກງານ 3 ສ້າງເຫັນວ່າ ເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຫຼາຍດ້ານຕາມ ແນວທາງນະໂຍບາຍຂອງພັກ ລັດຖະບານວາງອອກ.
ແຂວງຫລວງພະບາງ ເສດຖະກິດຂະຫຍາຍຕົວ 9,2%
2196

ບົດຄວາມຫຼ້າສຸດ
ຂ່າວກິລາ
ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.
ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.
ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...
ຂ່າວກິລາ
ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ
ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ.
ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...
ຂ່າວຕ່າງປະເທດ
ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ
ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ
ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ.
ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...
ຂ່າວພາຍໃນ
ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ
ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.
ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...