ຜູ້ບໍລິໂພກກັງວົນ ໄລຍະສະຫຼອງປີໃໝ່ລາວ ລາຄາຜັກຈະປັບຂຶ້ນ

ຜູ້ບໍລິໂພກກັງວົນ ໄລຍະສະຫຼອງປີໃໝ່ລາວ ລາຄາຜັກຈະປັບຂຶ້ນ

ບັນດາ​ຜູ້​ບໍລິໂພກ​ສ່ວນ​ໃຫຍ່ ຕ່າງ​ກໍ​ພາກັນ​ກັງວົນ​ໃນ​ເລື່ອງ​ຂອງ​ລາຄາ​ສິນຄ້າ​ປະເພດ​ຜັກ ບໍ່​ໜ້ອຍ​ໄປ​ກວ່າ​ລາຄາ​ສິນຄ້າ​ປະເພດ​ຊິ້ນ ທີ່​ມີ​ການ​ປັບ​ຂຶ້ນ​ໃນ​ແຕ່​ລະ​ປີ ຈົນ​ເປັນ​ປະເພນີ ຕາມ​ການ​ບໍລິໂພກ​ທີ່​ສູງ​ຂຶ້ນ​ນັ້ນ​ເອງ ຂະນະ​ທີ່​ລາຄາ​ຂອງ​ຜັກ​ໃນ​ໄລຍະ​ກ່ອນ​ປີ​ໃໝ່ 2557 ນີ້ ມີ​ຜັກ​ບາງ​ຊະນິດ​ປັບ​ຂຶ້ນ​ເລັກ​ນ້ອຍ ແລະ ບາງ​ປະເພດ​ຫຼຸດ​ລົງ​ໃນ​ລະດັບ​ທີ່​ໃກ້​ຄຽງ​ກັບ​ລາຄາ​ເດີມ.

ກ່ອນ​ເທດສະການ​ປີ​ໃໝ່​ລາວ ພ.ສ 2557 (ວັນ​ທີ 14-16 ເມສາ) ເຫັນ​ວ່າ​ບັນຍາກາດ​ໃນ​ການ​ຊື້-ຂາຍ​ຕາມ​ທ້ອງ​ຕະຫຼາດ​ໃຫຍ່ ໃນ​ໃຈກາງ​ນະຄອນຫຼວງ​ວຽງ​ຈັນ ເລີ່ມ​ຄຶກຄື້ນ ເພາະ​ມີ​ຜູ້​ບໍລິໂພກ​ໄດ້​ຄ່ອຍ​ພາກັນ​ອອກ​ໄປ​ຊື້​ສີນ​ຄ້າ​ປະເພດ​ແຫ້ງ ທີ່​ຈຳເປັນ​ມາ​ແຮ​ໄວ້​ແດ່​ແລ້ວ ເຊື່ອ​ກັນ​ວ່າ​ລາຄາ​ສິນຄ້າ​ຕາມ​ທ້ອງ​ຕະຫຼາດ​ທົ່ວ​ໄປ ເກືອບ​ທຸກ​ປະເພດ ຈະ​ແຫ່​ພາກັນ​ປັບ​ລາຄາ​ຂຶ້ນ ແຕ່​ປະເພດ​ຊິ້ນ ແລະ ຜັກ ພວກ​ເຂົາ​ບໍ່​ສາມາດ​ຈະ​ຊື້​ໄວ້​ໄດ້ ເມື່ອ​ເວລາ​ນັ້ນ​ມາ​ເຖິງ​ກໍ​ຕ້ອງ​ທຳ​ໃຈ ເຖິງ​ວ່າ​ຈະ​ມີ​ມາດ​ຕະການ​ຄວບ​ຄຸ້ມ​ລາຄາ​ສິນຄ້າ​ດັ່ງກ່າວ​ໄວ້​ແລ້ວ​ກໍ​ຕາມ.

ນາງ ແອ ແມ່​ຄ້າຂາຍ​ຜັກ​ຕະຫຼາດ​ຫົວ​ຂົວ ກ່າວ​ວ່າ: ລາຄາ​ສິນຄ້າ​ປະເພດ​ຜັກ ຍັງ​ເຫັນ​ວ່າ​ຢູ່​ໃນ​ເກນ​ປົກກະຕິ ມີ​ບາງ​ປະເພດ​ກໍ​ປັບ​ຂຶ້ນ ແລະ ບາງ​ປະເພດ​ກໍ​ຫຼຸດ​ລົງ​ເລັກ​ນ້ອຍ​ເທົ່າ​ນັ້ນ ເມື່ອ​ທຽບ​ກັບ​ເດືອນ​ມີນາ​ຜ່ານ​ມາ ເຊັ່ນ: ຫອມປ້ອມ​ຈາກ​ລາຄາ 7.000-8.000 ກີບ​ຕໍ່​ກິ​ໂລ ຂຶ້ນ​ມາ​ຢູ່​ທີ່​ລາຄາ 10.000-12.000 ກີບ ຜັກບົ່ວ 10.000 ກີບ​ຕໍ່​ກິ​ໂລ ກະ​ລ່ຳ ຈາກ 4.000 ກີບ​ຕໍ່​ກິ​ໂລ ມາ​ເປັນ 2.000-3.000 ກີບ ໝາກ​ນາວ​ຍັງ​ຢູ່​ໃນ​ລາຄາ​ເດີມ 15.000-18.000 ກີບ​ຕໍ່​ກິ​ໂລ ແລະ ໝາກຖົ່ວ​ຍາວ​ຈາກ 15.000 ກີບ ຫຼຸດ​ລົງ​ມາ​ຢູ່​ທີ່​ປະມານ 10.000 ກີບ​ຕໍ່​ກິ​ໂລ.

ນາງ ແອ ຍັງ​ເວົ້າ​ວ່າ: ຕາມ​ປົກກະຕິ​ທຸກ​ປີ​ກ່ອນ​ເທດສະການ​ປີ​ໃໝ່​ປະມານ 1-2 ອາທິດ ລາຄາ​ສິນຄ້າ​ທີ່​ກ່າວ​ມາ​ຂ້າງ​ເທິງ ຈະ​ປັບ​ຂຶ້ນ​ໂດຍ​ອັດຕະໂນມັດ ແລະ ກໍ​ຈະ​ຢູ່​ໂຕ​ໄປ​ຈົນ​ກວ່າ​ການ​ສະຫຼອງ​ເທດສະການ​ປີ​ໃໝ່​ຈະ​ຜ່ານ​ໄປ ຄ່ອຍ​ປັບ​ລົງ​ມາ​ໃນ​ເກນ​ລາຄາ​ປົກກະຕິ​ອີກ​ຄັ້ງ ສາຍເຫດ​ມາ​ຈາກ 2 ປັດ​ໄຈ​ຫຼັກ​ຄື: ຜູ້​ບໍລິໂພກ​ຈະ​ພາກັນ​ອອກ​ມາ​ຊຶ້​ໃນ​ໄລຍະ​ດຽວ​ກັນ ຈົນ​ເຮັດ​ໃຫ້​ສິນຄ້າ​ບາງ​ປະເພດ​ຂາດຕະຫຼາດ ສ່ວນ​ສາເຫດ​ທີ່​ສອງ ມາ​ຈາກ​ອາກາດ​ຮ້ອນ ເຮັດ​ໃຫ້​ສິນຄ້າ​ປະເພດ​ຜັກ​ຕ່າງ​ປູກ​ຍາກ ກາຍເປັນ​ທີ່​ມາ​ພາໃຫ້​ເກີດ​ມີ​ລາຄາ​ສິນຄ້າ​ປັບ​ຂຶ້ນ.

 

ທີ່ມາ  http://www.vientianemai.net/teen/khao/1/11508