ທ່ານປະທານສະພາແຫ່ງຊາດ ຕ້ອນຮັບຜູ້ຕາງໜ້າ UNFPA

ປະທານ​ສະພາ​ແຫ່ງ​ຊາດ​ລາວ ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ອຳ​ລາ​ຂອງ​ທ່ານ ​ດຣ. ນາງ ເອ​​ສ​ເທີ​ມຸຍ ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ ສຳລັບ​ກອງ​ທຶນ​ເພື່ອ​ປະຊາກອນ (UNFPA) ປະຈຳ​ລາວ ໃນ​ຕອນ​ເຊົ້າ​ວັນ​ທີ 3 ເມສາ 2014 ຢູ່​ທີ່​ສະພາ​ແຫ່ງ​ຊາດ ໂອກາດ​ສຳເລັດ​ການ​ປະຕິບັດ​ໜ້າທີ່​ຢູ່ ​ສປປ ລາວ.

ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ໄດ້​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ສະແດງ​ຄວາມ​ຍ້ອງຍໍ-ຊົມເຊີຍ ການ​ປະຕິບັດ​ໜ້າທີ່​ຂອງ​ທ່ານ​ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ ສຳລັບ​ກອງ​ທຶນ​ເພື່ອ​ປະຊາກອນ ເຊິ່ງ​ຖື​ເປັນ​ການ​ຮັດ​ແໜ້ນ​ການ​ຮ່ວມ​ມື​ລະຫວ່າງ ​ສປປ ລາວ ແລະ ອົງການ​ສະຫະ​ປະ​ຊາດ ໃນ​ການ​ຍົກ​ລະດັບ ແລະ ແກ້​ໄຂ​ບັນຫາ​ປະຊາກອນ ໂດຍ​ຕະຫຼອດ​ໄລຍະ​ປະຕິບັດ​ວຽກ​ງານ​ແຕ່​ປີ 2011 ເປັນຕົ້ນ​ມາ ທ່ານ ​ດຣ. ນາງ ເອ​​ສ​ທີ​ມຸຍ ໄດ້​ເຮັດ​ສຳເລັດ​ໜ້າທີ່​ສຳຄັນ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ ໄດ້​ຊຸກຍູ້​ກອງ​ປະຊຸມ​ລະຫວ່າງ​ກາງຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ກົດໝາຍ ກອງ​ປະຊຸມ​ວຽກ​ງານ​ປະຊາກອນ​ລະດັບ​ຊາດ ສ້າງ​ປຶ້ມ​ຄູ່​ມື​ກ່ຽວ​ກັບ​ການ​ສົ່ງເສີມ​ວຽກ​ງານ​ປະຊາກອນ ຊຸກຍູ້​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່ຽວ​ກັບ​ວຽກ​ງານ​ປະຊາກອນ ແລະ ການ​ພັດທະນາ​ໃນ​ລະດັບ​ພາກ​ພື້ນ ແລະ ສາກົນ ລວມ​ທັງ​ຍັງ​ໄດ້​ຊ່ວຍ​ສ້າງ​ຄວາມ​ຮູ້​ແກ່​ພະນັກງານ ໃນ​ການ​ປະ​ເມີນ​ຜົນ​ຂອງ​ຄວາມ​ຄືບ​ໜ້າ ໃນ​ການຈັດຕັ້ງ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ດ້ານ​ການ​ພັດທະນາ​ຂອງ ​ສປປ ລາວ.

ຕອນ​ບ່າຍ ວັນ​ທີ 3 ເມສາ 2014 ຢູ່​ທີ່​ກະຊວງ​ການ​ຕ່າງປະເທດ ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະເທດ ກໍ່​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ອຳ​ລາ​ຂອງ​ທ່ານ ​ດຣ. ນາງ ເອ​​ສ​ເທີ​ມຸຍ ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ ສຳລັບ​ກອງ​ທຶນ​ເພື່ອ​ປະຊາກອນ​ເຊັນ​ດຽວ​ກັນ.

ທີ່ມາ  http://www.vientianemai.net/teen/khao/1/11510