spot_img
Homeຂ່າວພາຍ​ໃນທຄຕລ ເຫັນດີຮັບເອົາບໍລິສັດເອກະຊົນກວດສອບ

ທຄຕລ ເຫັນດີຮັບເອົາບໍລິສັດເອກະຊົນກວດສອບ

Published on

1

ໃນ​ຕອນ​ເຊົ້າ​ວັນ​ທີ 28 ມີນາ 2014 ຢູ່​ທີ່​ຫ້ອງ​ປະຊຸມ​ໃຫຍ່ ຊັ້ນ 8 ອາຄານ​ຕະຫຼາດ​ຫຼັກ​ຊັບ​ລາວ ທະນາຄານ​ການ​ຄ້າ​ຕ່າງປະເທດ​ລາວ​ມະຫາຊົນ ໄດ້​ໄຂ​ກອງ​ປະຊຸມ​ສາມັນ​ຜູ້​ຖື​ຮຸ້ນ ປະຈຳ​ປີ 2013 ຂຶ້ນ​ຢ່າງ​ເປັນ​ທາງ​ການ ເຊິ່ງ​ເປັນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຕິດຕໍ່​ກັນ​ມາ​ເປັນ​ປີ​ທີ 3 ພາຍຫຼັງ​ທີ່​ທະນາຄານ​ການ​ຄ້າ​ຕ່າງປະເທດ​ລາວ​ມະຫາຊົນ ໄດ້​ຈຳໜ່າຍ​ຮຸ້ນ​ຂອງ​ຕົນ​ໃຫ້​ສັງຄົມ ໄດ້​ມີ​ສ່ວນ​ຮ່ວມ ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​ລາວ ໂດຍ​ເປັນ​ປະທານ​ຂອງ​ທ່ານ ບຸນ​ໂຈມ ອຸບົນ​ປະເສີດ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ເງິນ ມີ​ຜູ້ຕາງໜ້າ​ຈາກ​ກະຊວງ​ການ​ເງິນ ທະນາຄານ​ແຫ່ງ ​ສປປ ລາວ ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ ຕະຫຼາດ​ຫຼັກ​ຊັບ​ລາວ ບໍລິສັດ​ຫຼັກ​ຊັບ ຜູ້​ກວດ​ສອບ​ອິດສະຫຼະ ແລະ ຜູ້​ຖື​ຮຸ້ນ ​ທຄຕລ ເຂົ້າ​ຮ່ວມ.

ກອງ​ປະຊຸມ​ສາມັນ​ຜູ້​ຖື​ຮຸ້ນ ປະຈຳ​ປີ 2013 ເທື່ອ​ນີ້ ປະກອບ​ດ້ວຍ 5 ວາລະ​ສຳຄັນ​ດັ່ງນີ້: ໄດ້​ພິຈາລະນາ​ຮັບຮອງ​ເອົາ​ຜົນ​ການ​ດຳເນີນ​ທຸລະ​ກິດ ແລະ ເງິນ​ປັນ​ຜົນ ປະຈຳ​ປີ 2013 ທີ່​ໄດ້​ຮັບ​ການ​ກວດ​ສອບ​ຈາກ​ຜູ້​ກວດ​ສອບ​ພາຍ​ນອກ (ບໍລິສັດ ເອີນ​ແອນ​ຢັງ) ທີ່​ມີ​ຕົວ​ເລກ​ຄື: ຍອດ​ຊັບ​ສິນ/ໜີ້​ສິນ 16.906.423 ລ້ານ​ກີບ ກຳໄລ​ກ່ອນ​ອາກອນ​ຂອງ ​ທຄຕລ ເທົ່າ​ກັບ 250.627 ລ້ານ​ກີບ ກຳໄລ​ຫຼັງ​ຫັກ​ອາກອນ​ເທົ່າ​ກັບ 200.613 ລ້ານ​ກີບ ແລະ ສະເໜີ​ຈ່າຍ​ເງິນ​ປັນ​ຜົນ​ໃຫ້​ຜູ້​ຖື​ຮຸ້ນ​ຈຳນວນ​ທັງ​ໝົດ 107.213 ລ້ານ​ກີບ ເຊິ່ງ​ຕົວ​ເລກ​ນີ້​ແມ່ນ​ໄດ້​ຫັກ​ອາກອນ​ກຳໄລ​ໃນ​ທຸລະ​ກິດ ສ້າງ​ຄັງ​ຕ່າງໆ​ຕາມ​ລະບຽບ​ການ​ແລ້ວ ແລະ ເງິນ​ປັນ​ຜົນ​ຕໍ່​ຮຸ້ນ​ເທົ່າ​ກັບ 785 ກີບ ແຕ່​ໃນ​ນີ້​ໄດ້​ມີ​ການ​ປັນ​ຜົນ​ງວດ​ທີ I (6 ເດືອນ​ຕົ້ນ​ປີ 2013) ໄປ​ແລ້ວ​ຈຳນວນ 405 ກີບ​ຕໍ່​ຮຸ້ນ ເຊິ່ງ​ການ​ປັນ​ຜົນ​ງວດ​ທີ II (6 ເດືອນ​ທ້າຍ​ປີ) ໃນ​ເທື່ອ​ນີ້ ຈະ​ແມ່ນ 380 ກີບ​ຕໍ່​ຮຸ້ນ (ກ່ອນ​ອາກອນ) ແລະ ການ​ຈ່າຍ​ເງິນ​ປັນ​ຜົນ ຈະ​ປະຕິບັດ​ໃຫ້​ສຳເລັດ​ພາຍ​ໃນ 10 ວັນ​ລັດ​ຖະ​ການ ຫຼັງ​ຈາກ​ສຳເລັດ​ກອງ​ປະຊຸມ ຜູ້​ຖື​ຮຸ້ນ​ໄດ້​ພິຈາລະນາ ແລະ ຮັບຮອງ​ເອົາ​ການ​ແບ່ງປັນ​ເງິນ​ປັນ​ຜົນ​ປີ 2014 ເປັນ 2 ຄັ້ງ​ດັ່ງນີ້: ງວດ I ພາຍຫຼັງ​ໄດ້​ຮັບ​ຜົນ​ກວດ​ສອບ​ພາຍ​ນອກ ປະຈຳ 6 ເດືອນ​ຕົ້ນ​ປີ 2014 ແລະ ງວດ​ທີ II ພາຍຫຼັງ​ໄດ້​ຮັບ​ຜົນ​ກວດ​ສອບ​ພາຍ​ນອກ ປະຈຳ 6 ເດືອນ ທ້າຍ​ປີ 2014 ສຳລັບ​ການ​ປະຕິບັດ​ການ​ປັນ​ຜົນ​ງວດ​ທີ I ແມ່ນ​ກອງ​ປະຊຸມ​ສະໄໝ​ວິສາມັນ​ຂອງ​ຜູ້​ຖື​ຮຸ້ນ ​ທຄຕລ ເປັນ​ຜູ້​ພິຈາລະນາ​ຮັບຮອງ​ເອົາ​ພິຈາລະນາ ແລະ ຮັບຮອງ​ເອົາ​ແຜນການ​ປີ 2014 ດັ່ງນີ້ ຍອດ​ຊັບ​ສິນ-ໜີ້​ສິນ ເພີ່ມ​ຂຶ້ນ​ບໍ່​ໃຫ້​ຫຼຸດ 16% ກຳໄລ​ກ່ອນ​ອາກອນ 250 ຕື້​ກີບ ຍອດ​ເງິນ​ຝາກ​ເພີ່ມ​ຂຶ້ນ​ຢ່າງ​ໜ້ອຍ 14% ແລະ ຍອດ​ເງິນ​ກູ້​ຂະຫຍາຍຕົວ​ບໍ່​ຕ່ຳ​ກວ່າ 21% ພິຈາລະນາ ແລະ ຮັບຮອງ​ເອົາ​ແຜນການ​ຈັດ​ກອງ​ປະຊຸມ​ວິສາມັນ​ຜູ້​ຖື​ຮຸ້ນ ​ທຄຕລ ໃນ​ກາງ​ປີ 2014 ເພື່ອ​ພິຈາລະນາ​ແຕ່ງຕັ້ງ​ສະພາ​ບໍລິຫານ ​ທຄຕລ ຊຸດ​ໃໝ່ ເນື່ອງ​ຈາ​ກວ່າ​ສະພາ​ບໍລິຫານ​ຊຸດ​ປັດຈຸບັນ ກຳລັງ​ຈະ​ຄົບ​ວາງ​ລະ​ແລ້ວ ພ້ອມ​ທັງ​ພິຈາລະນາ​ຮັບຮອງ​ບັນຫາ​ສຳຄັນ​ອື່ນໆ​ຂອງ ​ທຄຕລ ພິຈາລະນາ ແລະ ຮັບຮອງ​ເອົາ​ຜູ້​ກວດ​ສອບ​ບັນຊີ​ພາຍ​ນອກ ສຳລັບ​ປີ 2014 ເຊິ່ງ​ກອງ​ປະຊຸມ​ຕົກລົງ​ເຫັນ​ດີ​ຮັບຮອງ​ເອົາ​ບໍລິສັດ ເອີນ​ແອນ​ຢັງ ເປັນ​ຜູ້​ກວດ​ສອບ​ພາຍ​ນອກ​ຂອງ ​ທຄຕລ ສຳລັບ​ປີ 2014

 

ທີ່ມາ : http://www.vientianemai.net/teen/khao/1/11457

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...