ນຳສະເໜີເຕັກນິກການດັກຈັບ ການວາງໄຂ່ຍຸງລາຍ-ທຳລາຍຍຸງໂຕແກ່

download

ການ​ກຳຈັດ​ຍຸງ​ລາຍ ຫຼື ພາ​ສະ​ນະ​ຂອງ​ເຊື້ອ​ໄຂ້ເລືອດອອກ ຖື​ວ່າ​ມີ​ຫຼາຍ​ວິທີ​ບໍ່​ວ່າ​ຈະ​ເປັນ​ການ​ພົ່ນ ການ​ໃຊ້​ຊາຍ​ອັບ​ເດດ ແຕ່​ລ່າ​ສຸດ ບໍລິສັດ ບົວ​ທິບ​ກໍ່ສ້າງ ຈຳກັດ ໄດ້​ນຳ​ສະເໜີ​ຜະລິດ​ຕະ​ພັນ​ດັກ​ຈັບ​ການ​ວາງ​ໄຂ່​ຍຸງ​ລາຍ ແລະ ທຳລາຍ​ຍຸງ​ລາຍ​ໂຕ​ແກ່ ທີ່​ເປັນ​ມິດ​ຕໍ່​ສິ່ງແວດລ້ອມ ຊຶ່ງ​ຈະ​ເປັນ​ກິດຈະກຳ​ເສີມ​ໃນ​ການຈັດຕັ້ງ​ປະຕິບັດ 5ປ ເປັນ​ວິທີ​ປ້ອງ​ກັນ ແລະ ກຳຈັດ​ຍຸງ​ລາຍ ທີ່​ກະຊວງ​ສາທາລະນະ​ສຸ​ກວາງ​ອອກ.

ທ່ານ ​ດຣ. ຊາວ ອຽກ ເຄ (Chow Aik Khoay) ນັກ​ຄົ້ນຄວ້າ​ກ່ຽວ​ກັບ​ໄຂ້​ມາລາ​ເລຍ ຈາກ​ອົງການ​ວັນ​ທີມ​ເນັດ​ເວີກ ປະເທດ​ມາ​ເລ​ເຊຍ ກ່າວ​ວ່າ: ຜະລິດ​ຕະ​ພັນ​ທີ່​ນຳ​ມາ​ສະເໜີ​ຄັ້ງ​ນີ້ ເປັນ​ການ​ນຳ​ໃຊ້​ເຕັກນິກ​ໃໝ່ ທີ່​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງແວດລ້ອມ ເປັນ​ນະ​ວັດຕະ​ກຳ​ທຳ​ອິດ​ຂອງ​ໂລກ ທີ່​ຖືກ​ຄົ້ນ​ຄິດ ແລະ ພັດທະນາ​ຢູ່​ປະເທດ​ມາ​ເລ​ເຊຍ ແນໃສ່​ເພື່ອ​ກຳຈັດ​ວົງ​ຈອນ​ຂອງ​ຍຸງ​ລາຍ ເລີ່ມ​ຈາກ​ໄຂ່ ລວມ​ໄປ​ເຖິງ​ຍຸງ​ໂຕ​ແກ່ ເພື່ອ​ຫຼຸດຜ່ອນ​ພາ​ສະ​ນະ​ໃນ​ການ​ແຜ່​ເຊື້ອ​ໄຂ້ເລືອດອອກ ເຕັກນິກ​ນີ້​ແມ່ນ​ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ອົງການ​ອະນາໄມ​ໂລກ ມະຫາວິທະຍາໄລ​ເຊນ ປະເທດ​ມາ​ເລ​ເຊຍ.

ເຕັກນິກ​ດັ່ງກ່າວ ແມ່ນ​ຈະ​ໄດ້​ນຳ​ໃຊ້​ກະ​ປອງ​ຢາງ ໂດຍ​ຕື່ມ​ນ້ຳ​ຢາ​ໃສ່ ເພື່ອ​ລໍ້​ໃຫ້​ຍຸງ​ເຂົ້າ​ໄປ​ວາງ​ໄຂ່​ໃສ່​ໃນ​ພາ​ສະ​ນະ​ດັ່ງກ່າວ ຊຶ່ງ​ສາມາດ​ເຮັດ​ໃຫ້​ໄຂ່​ທີ່​ອອກ​ມາ​ສາມາດ​ແຕກ​ອອກ​ມາ​ໄດ້​ພຽງ 1% ເທົ່າ​ນັ້ນ ເຖິງ​ແມ່ນ​ວ່າ​ຍັງ​ມີ​ຍຸງ​ທີ່​ຟັກ​ອອກ​ມາ​ໄດ້ ແຕ່​ກໍ່​ບໍ່​ແຂງແຮງ ໃນ​ທີ່​ສຸດ​ກໍ່​ຕາຍ​ໄປ ອຸປະກອນ​ດັ່ງກ່າວ ຈະ​ເຮັດ​ໃຫ້​ຈຳນວນ​ຂອງ​ຍຸງ​ລາຍ​ຫຼຸດ​ລົງ.

ກອງ​ປະຊຸມ​ນຳ​ສະເໜີ​ເຕັກນິກ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ມີນາ 2014 ທີ່​ໂຮງແຮມ​ວັນ​ຊະນະ ຣີ​ເວີ​ຊາຍ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ພາກສ່ວນ​ກ່ຽວຂ້ອງ ຊຶ່ງ​ນອກຈາກ​ການ​ນຳ​ສະເໜີ​ກ່ອງ​ດັກ​ຈັບ​ຍຸງ​ແລ້ວ ຍັງ​ໄດ້​ນຳ​ສະເໜີ​ຢາ​ສີດ​ຍຸງ (ສະ​ເປຣ​ສີດ​ຍຸງ) ຊຶ່ງ​ສາມາດ​ຊີດ​ໃນ​ປະ​ລິດ​ມາ​ໜ້ອຍ ແຕ່​ມີ​ປະສິດທິພາບ​ຂ້າ​ຍຸງ​ໄດ້​ເປັນ​ຢ່າງ​ດີ.