spot_img
Homeຂ່າວພາຍ​ໃນສນາມບິນທົ່ງໄຫຫີນຈະໄດ້ ສ້າງແລ້ວ

ສນາມບິນທົ່ງໄຫຫີນຈະໄດ້ ສ້າງແລ້ວ

Published on

b5497556-018f-4f97-a7b8-6fd719bdb880

ທາງການ ແຂວງ ຊຽງຂວາງ ກໍາລັງ ເຈຣະຈາ ກູ້ຢືມເງິນ ດອກເບັ້ຽຕໍ່າ ຈາກ ທາງການຈີນ ຈໍານວນ ປະມານ 80-90 ລ້ານ ໂດລາ ສະຫະຣັຖ ເພື່ອນໍາ ມາສ້າງ ສນາມບິນ ສາກົລ ທົ່ງໄຫຫີນ ຊຶ່ງ ຄາດວ່າ ຈະໄດ້ເງິນ ໃນໄວໆ ນີ້. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ຊຽງຂວາງ ທ່ານນຶ່ງ ໃນວັນທີ 5 ມີນາ 2014:

“ການນໍາ ແຂວງ ເພິ່ນກະວ່າ ດຽວນີ້ຫັ້ນ ຢູ່ໃນຊ່ວງ ທີ່ ວ່າຈັດຕັ້ງ ປະຕິບັດ ຂັ້ນທີ່ວ່າ ເອົາເງິນມາ ເນາະ ເພາະວ່າ ຈະຢືມເງິນ ດອກເບັ້ຽຕໍ່າ ຈາກ ສປຈີນ ຢູ່ ໃນຣະດັບ 85 ຫລື 90 ເປີເຊັນ”.

ແລະວ່າ ໃນເບື້ອງຕົ້ນ ຍັງບໍ່ຮູ້ ຣາຍຣະອຽດ ຂອງ ການກູ້ຢືມ ເງິນ ນັ້ນເທື່ອ. ຫລັງຈາກ ໄດ້ ເງິນມາແລ້ວ ກໍຈະຫາ ບໍຣິສັດ ຜູ້ຮັບເໝົາ ກໍ່ສ້າງ ສນາມບິນ ຕໍ່ໄປ ຊຶ່ງທາງການ ແຂວງ ຊຽງຂວາງ ຕັ້ງໃຈວ່າ ຈະໃຫ້ໄດ້ ເລີ່ມລົງມື ເຮັດ ພາຍໃນ ປີນີ້ ຫລັງຈາກ ທີ່ລໍຖ້າ ມາດົນ ພໍສົມຄວນ.

ທ່ານກ່າວອີກວ່າ ສນາມບິນ ແຫ່ງນີ້ ມີ ຄວາມສໍາຄັນ ເພາະຫາກ ສ້າງແລ້ວໆ ກໍຈະ ອໍານວຍ ຄວາມສະດວກ ແກ່ນັກ ທ່ອງທ່ຽວ ຕ່າງ ປະເທດ ເດີນທາງ ມາທ່ຽວ ໃນແຂວງນີ້ ຫລາຍຂຶ້ນ ຊຶ່ງ ປີທີ່ແລ້ວ ມີນັກ ທ່ອງທ່ຽວ ເຂົ້າມາ ພຽງ 50 ພັນຄົນ ຖືວ່າຍັງ ໜ້ອຍຢູ່ ເມື່ອ ທຽບໃສ່ ແຂວງ ຫລວງພຣະບາງ ທີ່ມີເຖິງ 4 ແສນ ກວ່າຄົນ ນັ້ນ.

ໂຄງການ ສນາມບິນ ທົ່ງໄຫຫີນ ມີເນື້ອທີ່ ທັງໝົດ ປະມານ 300 ເຮັກຕາ ຕາມແຜນການ ຈະໃຫ້ສ້າງ ແລ້ວ ພາຍໃນ 3 ປີ ໂດຍອາຈ ຈະແມ່ນ ບໍຣິສັດ ຈີນ ເປັນຜູ້ ກໍ່ສ້າງ ຍ້ອນເປັນ ໂຄງການ ທີ່ຈະໄດ້ ເງິນກູ້ ຈາກຈີນ.

ທີ່ມາ http://www.rfa.org

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...