spot_img
Homeຂ່າວພາຍ​ໃນລາວ-ຈີນ ຮ່ວມ​ກັນສຶກສາ​ ການ​ສ້າງ​ພະລັງງານ​ທົດ​ແທນໃນ​ລາວ

ລາວ-ຈີນ ຮ່ວມ​ກັນສຶກສາ​ ການ​ສ້າງ​ພະລັງງານ​ທົດ​ແທນໃນ​ລາວ

Published on

ຂປລ. ​ໃນ​ວັນ​ທີ 13 ມັງກອນ 2014 ຢູ່​ທີ່​ໂຮງແຮມລາວພລາຊາ​ ນະຄອນຫລວງ​ວຽງ​ຈັນ, ສະ​ຖາ​ບັນ​ສົ່ງ​ເສີມ​ພະລັງງານ​ທົດ​ແທນກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ຂອງ​ລາວ ​ແລະ ບໍລິສັດ​ໄຟຟ້າ​ນ້ຳຕົກ ຂອງ ສປ ຈີນ ​ໄດ້​ຮ່ວມ​ກັນ​ເຊັນ​ບົດ​ບັນທຶກກ່ຽວ​ກັບ​ການ​ສຶກສາ​ແຜນ​ແມ່​ບົດ​ ​ເພື່ອ​ນຳ​ໃຊ້ພະລັງງານ​ລົມ ​ແລະ ​ແສງຕາ​ເວັນ​ ໃນ​ລາວ, ​ໃຫ້​ກຽດ​ລົງ​ນາມ​ໃນ​ບົດ​ບັນທຶກ​ດັ່ງກ່າວ ຕາງ​ໜ້າຝ່າຍ​ລາວ ​ໂດຍ​ ທ່ານ ຫັດສະດີ ສີ​ສຸລາ​ດ ຫົວໜ້າ​ສະ​ຖາ​ບັນ​ສົ່ງ​ເສີມ​ພະລັງ ງານ​ທົດ​ແທນ, ຕາງໜ້າ​ຝ່າຍ ບໍລິສັດ ​ໂດຍ ທ່ານ ​ດຣ ​ເຊັນ ກວນ​ຟູ ຮອງ​ປະທານ​ບໍລິສັດ​ໄຟຟ້າ​ນ້ຳຕົກ ຂອງ ສປ ຈີນ ມີ​ພາກສ່ວນກ່ຽວຂ້ອງ​ທັງ ​ສອງ​ຝ່າຍ​ເຂົ້າຮ່ວມ​ເປັນສັກຂີ​ພິຍານ.

ໃນ​ການ​ຮ່ວມ​ມື​ຄັ້ງນີ້ ທັງ​ສອງ​ຝ່າຍ ຈະ​ໄດ້​ພ້ອມ​ກັນ​ສຳ​ຫລວດ​ພື້ນທີ່​ຕົວ​ຈິງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເພື່ອ​ຊອກ​ຫາ​ຈຸດ​ທີ່​ເໝາະສົມ​ໃນ​ການ​ພັດທະນາ ພະ ລັງງານ​ລົມ ​ແລະ ​ແສງຕາ​ເວັນ ​ໃຫ້​ສາມາດ​ເຊື່ອມ​ຕໍ່​ເຂົ້າກັບ​ລະບົບ​ຕາ​ຂ່າຍໄຟຟ້າ​ລາວ ​ໂດຍ​ການ​ສຳ​ຫລວດ​ທາງ​ບໍລິສັດ​ຈະ​ໃຫ້ການ​ ສະໜັບສະໜູນ​ ດ້ານ​ທຶນຮອນ ​ແລະ ບຸກຄະລາ​ກອນ ຊຶ່ງ​ໃນ​ເບື້ອງຕົ້ນ​ໄດ້​ສຳ​ເລັດ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຢູ່​ສອງ​ຈຸດ ຄື: ​ເມືອງ​ນອງ ​ແລະ ​ເມືອງ ຊົນ​ບູລີ ​ແຂວງ​ ສະຫວັນ​ນະ​ເຂດ. ການ​ພັດທະນາ​ພະລັງງານ​ແສງຕາ​ເວັນ ຢູ່ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ເລັ່ງ​ໃສ່​ຂະຫຍາຍ​ລະບົບ​ໄຟຟ້າ​ແສງຕາ​ເວັນ ຢູ່​ເຂດ ​ຫ່າງ​ໄກ​ສອກຫລີກ​ບ່ອນ​ທີ່​ຕາ​ຂ່າຍ​ໄຟຟ້າ​ຂະຫຍາຍ​ເຂົ້າບໍ່​ເຖິງ.

            ​

ໃນ ​ໂອກາດ​ນີ້, ທ່ານ ຫັດສະດີ ສີ​ສຸລາ​ດ ​ໄດ້​ກ່າວ​ວ່າ: ສປປ ລາວ ​ເປັນ​ປະ​ເທດ​ທີ່​ມີ​ທ່າ​ແຮງ​ດ້ານ​ພະລັງງານ​ແສງ​ຕາ​ເວັນ ​ແລະ ພະລັງງານ​ລົມ ​ໂດຍ​ ສະ​ເພາະ​ແມ່ນ​ຢູ່​ເຂດພາກ​ໃຕ້ ​ແຕ່​ວ່າ​ພວກ​ເຮົາ​ຍັງ​ຂາດ​ລະບຽບ​ໃນ​ການ​ສົ່ງ​ເສີມ​ສະ​ເພາະ, ຂາດທຶນ​ຮອນ​ ​ແລະ ຂໍ້​ມູນ ດັ່ງນັ້ນ ລັດຖະບານ​ລາວ ກໍ​ຄື ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ຈຶ່ງ​ໄດ້​ຮ່ວມ​ມື ກັບ ພາກ​ເອກະ​ຊົນ ​ໃນ​ການ​ພັດທະນາ​ໂຄງການ​ພະລັງງານ​ທົດ​ແທນ ​​ໃຫ້​ສາມາດ​ເຊື່ອມ​ຕໍ່​ເຂົ້າກັບ​ລະບົບ ​ຕາ​ຂ່າຍ​ໄຟຟ້າ ຫລື ປະສົມ​ປະສານ​ກັບ​ການ​ນຳ​ໃຊ້​ພະລັງງານ​ອື່ນໆ
ທີ່ມາ http://www.kpl.net.la/lao/news/dnl%202.htm

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...