ເປີດສາຍການບິນຕ່າງປະເທດ ວິງ ສສ.ຫວຽດນາມ-ວຽງຈັນ ສປປ ລາວ

index

ຖ້ຽວ​ບິນ​ທຳ​ອິດ​ຂອງ​ສາຍ​ການບິນ​ຫວຽດນາມ​ແອ​ລາຍ (Vietnam Airlines) ATR72 ໄດ້​ນຳ​ຜູ້ໂດຍສານ​ຈຳນວນ 68 ຄົນ ຈາກ​ວິງ ແຂວງ​ເຫງະ​ອານ ​ສສ.ຫວຽດນາມ ມາສູ່​ສະໜາມ​ບິນ​ສາກົນ​ວັດ​ໄຕ ນະຄອນຫຼວງ​ວຽງ​ຈັນ ​ສປປ ລາວ ດ້ວຍ​ຄວາມ​ປອດ​ໄພ ເພື່ອ​ເປີດ​ສາຍ​ການບິນ​ຕ່າງປະເທດ​ຕື່ມ​ອີກ ຂອງ​ສາຍ​ການບິນ Vietnam Airlines ໃນ​ເຊົ້າ​ວັນ​ທີ 12 ມັງກອນ 2014 ນີ້ ແນໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ໄປມາຫາສູ່ ລະຫວ່າງ​ປະຊາຊົນ​ສອງ​ປະເທດ ລາວ-ຫວຽດນາມ ໂດຍ​ສະເພາະ​ປະຊາຊົນ​ເຂດ​ພາກ​ກາງ​ຫວຽດນາມ ເຂົ້າ​ມາ​ລາວ ໃຫ້​ມີ​ຄວາມ​ສະດວກ​ສະບາຍ.

ທ່ານ ຢາ​ກົວ ລໍ​ປາງ​ກາວ ຫົວໜ້າ​ກົມ​ການບິນ​ພົນ​ລະ​ເຮືອນ​ລາວ ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ໃນ​ໂອກາດ​ເປີດ​ສາຍ​ການບິນ​ດັ່ງກ່າວ​ວ່າ: ໃນ​ຫຼາຍ​ປີຜ່ານມາ​ນີ້ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບໍລິສັດ​ການບິນ​ຂອງ​ສອງ​ປະເທດ ລາວ-ຫວຽດນາມ ໄດ້​ມີ​ປະ​ສິດທິ​ຜົນ​ຫຼາຍ​ຂຶ້ນ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ກະຕຸກ​ຊຸກຍູ້ ການ​ຮ່ວມ​ມື​ລົງທຶນ ພົວພັນ​ແລກປ່ຽນ​ສິນຄ້າ​ຂາຍ​ລະຫວ່າງ​ປະຊາຊົນ ແລະ ນັກທຸລະກິດ​ສອງ​ປະເທດ ນັບ​ມື້​ເພີ່ມ​ທະວີ​ຫຼາຍ​ຂຶ້ນ ສະເພາະ​ການ​ເປີດ​ສາຍ​ທາງ​ບິນ​ໃໝ່ ວິງ-ວຽງ​ຈັນ ຂອງ​ຫວຽດນາມ​ແອ​ລາຍ​ຄັ້ງ​ນີ້ ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ເພື່ອ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະເທດ ໂດຍ​ສະເພາະ ເຂດ​ພາກ​ກາງ​ຫວຽດນາມ ແລະ ລາວ ເພື່ອ​ສ້າງ​ເງື່ອນໄຂ​ໃຫ້​ແກ່​ນັກທຸລະກິດ ແລະ ປະຊາຊົນ​ສອງ​ປະເທດ ໄດ້​ໄປມາຫາສູ່​ກັນ​ສະດວກ​ສະບາຍ​ຍິ່ງ​ຂຶ້ນ.

ໃນ​ໂອກາດ​ນີ້ ການ​ນຳ​ແຂວງ​ເຫງະ​ອານ ກໍ່​ຢືນຢັນ​ວ່າ: ປັດຈຸບັນ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ລາວ-ຫວຽດນາມ ນັບ​ມື້​ເພີ່ມ​ທະວີ ແລະ ກ້າວ​ສູ່​ລວງ​ເລິກ ຄວາມ​ຕ້ອງການ​ໄປມາຫາສູ່​ຮ່ວມ​ມື​ລົງທຶນ ໂດຍ​ສະເພາະ ຂົງເຂດ​ການທ່ອງທ່ຽວ ພິເສດ​ແມ່ນ​ແຂວງ​ເຫງະ​ອານ ກໍ່​ຄື​ບັນດາ​ແຂວງ​ພາກ​ກາງ​ຫວຽດນາມ​ຕໍ່​ກັບ​ລາວ​ນັບ​ມື້​ຫຼາຍ​ຂຶ້ນ ແຕ່​ຜ່ານ​ມາ​ການ​ໄປມາຫາສູ່​ບັນດາ​ທ້ອງຖິ່ນ​ເຫຼົ່ານັ້ນ ສ່ວນ​ຫຼາຍ​ແມ່ນ​ທາງບົກ ໂດຍ​ສະເພາະ​ແຕ່​ລະ​ປີ​ມີ​ປະມານ 70.000 ເທື່ອ​ຄົນ ໄດ້​ເດີນທາງ​ຜ່ານ​ຊາຍ​ແດນ​ນາມ​ແມວ-ແທງ​ຮວ່າ ແລະ ເກົາ​ແຈວ ຫຼັກ 20 ຮ່າ​ຕິງ ອັນ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ລຳບາກ ແລະ ເສຍ​ເວລາ​ບໍ່​ໜ້ອຍ ດັ່ງນັ້ນ ການ​ເປີດ​ສາຍ​ທາງ​ບິນ​ນີ້ ຈຶ່ງ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ແລະ ຈະ​ປະກອບສ່ວນ​ສຳຄັນ ເຂົ້າ​ໃນ​ການ​ດຶງ​ດູດ​ການ​ລົງທຶນ ລະຫວ່າງ​ສອງ​ປະເທດ​ນັບ​ມື້​ຫຼາຍ​ຂຶ້ນ ແລະ ສ້າງ​ເງື່ອນໄຂ​ສະດວກ​ສະບາຍ ໃຫ້​ແກ່​ການ​ພັດທະນາ​ການທ່ອງທ່ຽວ ກໍ່​ຄື​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ ເຂດ​ພາກ​ກາງ​ຫວຽດນາມ ແລະ ລາວ ແລະ ເຊື່ອມ​ໂຍງ​ກັບ​ພາກ​ພື້ນ​ຫຼາຍ​ຂຶ້ນ.

ທີ່ມາhttp://www.vientianemai.net/teen/khao/1/10970