ລວມ 10 ອຸບັດຕິເຫດຮ້າຍແຮງເກີດຂຶ້ນໃນນະຄອນຫຼວງວຽງຈັນ ປີ 2013

ໃນປີ 2013 ນະຄອນຫຼວງວຽງຈັນ ເກີດອຸປະຕິເຫດຂຶ້ນທັງໝົດ 1.520 ຄັ້ງ, ມີພາຫະນະເປ່ເພ 3.044 ຄັນ, ຄົນໄດ້ຮັບບາດເຈັບ 2.368 ຄົນ ແລະ ເສຍຊີວິດ 202 ຄົນ ລວມມູນຄ່າຄວາມເສຍຫາຍ 23.275.000.000 ກີບ. ຈາກອຸບັດຕິເຫດທີ່ເກີດຂຶ້ນທັງໝົດສາມາດຮວບຮວມ 10 ອຸບັດຕິເຫດທີ່ເກີດຂຶ້ນຮ້າຍແຮງທີ່ສຸດດັ່ງນີ້.

1545643_694653310566344_158290127_n

 

ອັນດັບ 10 ເກີດອຸບັດຕິເຫດ ລົດກະບະຮຸນໄຮ ເສຍຫຼັກ ແລ່ນຂ້າມເລນຕໍາລົດຈັກ ແລະ ມາຕໍາໃສ່ເຮືອນຄົນທີ່ກໍາລັງຈັດງານ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ສາຫັດ 3 ຄົນ, ບາດເຈັບເລັກນ້ອຍ 1 ຄົນ ເຫດເກີດໃນວັນທີ 3 ມີນາ 2013 ເວລາປະມານ 24:00 ໂມງ ເຂດບ້ານບົວ ເມືອງນາຊາຍທອງ ແລະ ລົດກະບະຮຸນໄດ ຂີ່ມາດ້ວຍຄວາມໄວຂ້າມເລນໄດ້ໄປຕໍາເອົາລົດຈັກທີ່ຂີ່ສວນທາງມາ ແລະ ໄດ້ໄປຕໍາເອົາເຮືອນຂອງປະຊາຊົນ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ໄດ້ຮັບບາດເຈັບສາຫັດ 1 ຄົນ ເກີດຂຶ້ນທີ່ຖະໜົນທ່າເດື່ອ ເຂດບ້ານຈອມເພັດ ເມືຶອງສີສັດຕະນາກ ໃນວັນທີ 7 ທັນວາ 2013 ເວລາ 16:30 ໂມງ.

ອັນດັບ 9; ອຸບັດຕິເຫດລົດຍົນປີ້ນເອງ ເຮັດໃຫ້ຜູ້ທີ່ຂັບຂີ່ມານໍາລົດຈໍານວນ 13 ຄົນ,ເສຍຊີວິດ 1 ຄົນ, ສາຫັດ 1 ຄົນ, ບາດເຈັບສົມຄວນ 4 ຄົນ ແລະ ບາດເຈັບເລັກນ້ອຍ 6 ຄົນ ແລະ ສາຫັດ 1 ຄົນ.ໃນວັນທີ 2 ກຸມພາ 2013 ເວລາ 13:00 ໂມງ ທີ່ບ້ານນາຊອນ ເມືອງປາກງຶ່ມ.

ອັນດັບ 8; ອຸບັດຕິເຫດລົດບັນທຸກຕໍາ ແລະ ຢຽບລົດຈັກເຮັດໃຫ້ມີຜູ້ເສຍຊີວິດ ໃນວັນທີ 19 ເມສາ 2013 ຢູ່ 4 ແຍກບ້ານດຸງ ເຮັດໃຫ້ຜູ້ເປັນເມຍຖືກລົດບັນທຸກຢຽບສົບມຸ່ນກະຈາຍ, ສໍາລັບຜູ້ເປັນຜົວໄດ້ຮັບບາດເຈັບສາຫັດ ແລະ ໃນວັນທີ 6 ທັນວາ 2013 ເກີດອຸບັດຕິເຫດລົດສິບລໍ້ ຕໍາລົດຈັກແລ້ວຢຽບຜູ້ເປັນເມຍທີ່ຊ້ອນທ້າຍເສຍຊີວິດຄາທີ່, ຜູ້ເປັນຜົວໄດ້ຮັບບາດເຈັບສາຫັດ ເຫດເກີດຢູ່ທາງແຍກບ້ານນາໄຫ ເມືອງຫາດຊາຍຟອງ.

ອັນດັບທີ 7; ລົດພວງບັນທຸກສິນຄ້າ ( ຄົນໄທ ) ຂັບຂີ່ດ້ວຍຄວາມໄວສູງ ມາຢຽບຜູ້ຂັບ ແລະ ຊ້ອນທ້າຍລົດຈັກ ເສຍຊີວິດຄາທີ່ 2 ຄົນ, ໃນວັນທີ 21 ກຸມພາ 2013 ເວລາ 10:30 ໂມງ ຢູ່ເສັ້ນທາງໂຄກສະອາດ-ຖະໜົນ 450 ປີ.

ອັນດັບ 6; ໄວລຸ້ນ 2 ຄົນ ແຂ່ງລົດຈັກກັນມາດ້ວຍຄວາມໄວສູງຕາມເສັ້ນທາງຕັດໃໝ່ ບ້ານທາດຂາວ ເມືອງສີສັດຕະນາກ ແຊງທ້າຍລົດກະບະຮຸນໄດບໍ່ຫວີດເລີຍຕໍາກັນເອງ ແລະ ຟົ້ງໄປຕໍາກັບລົດຈັກຂີ່ສວນທາງມາຢ່າງແຮງ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ ແລະ ສາຫັດ 2 ຄົນ ໃນວັນທີ 1 ເມສາ 2013 ເວລາ 20:44 ໂມງ.

ອັນດັບ 5; ລົດວີກະບະວິໂກ້ຕໍາລົດຈັກທີ່ຊ້ອນກັນມາ 3 ຄົນ ກໍາລັັງຂ້າມທາງ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ ແລະ ສາຫັດ 1 ຄົນ, ໃນວັນທີ 2 ທັນວາ 2013 ເວລາ 23:30 ໂມງ ຢູ່ຖະໜົນຊ້າງຄູ້-ດົງໂດກ ເຂດບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ອັນດັບ 4; ລົດເບນກັບຈາກງານດອງ ຂັບຂີ່ໂດຍຍິງສາວ ອາຍຸ 18 ປີ, ຕໍາເຊິ່ງໜ້າກັບລົດຈັກທີ່ຍິງທັງສອງມີອາຍຸ 18 ປີ ຂີຊ້ອນທ້າຍກັນມາ ເສຍຊີວິດຄາທີ່ 2 ຄົນ, ເຫດການເກີດຂຶ້ນໃນວັນທີ 15 ທັນວາ 2013 ໃນເວລາ 23:00 ໂມງ ຖະໜົນ 13 ເໜືອ ເຂດບ້ານບົວ ເມືອງນາຊາຍທອງ.

ອັນດັບ 3; ລົດຮຸນໄດຕູ້ສະຕາແລັກກັບລົດກະບະຮຸນໄດຕໍາກັນແລ້ວຕໍາໃສ່ລົດຈັກທີ່ຂີ່ສວນທາງມາ ຈາກນັ້ນ ກໍຍັງໄປຕໍາໃສ່ເຮືອນຂອງປະຊາຊົນ, ເຮັດໃຫ້ຜູ້ທີ່ຂັບຂີ່ລົດຈັກ 2 ຄົນ ຊ້ອນກັນເສຍຊີວິດຄາທີ່ ແລະ ມີຄົນໄດ້ຮັບບາດເຈັບ ສາຫັດ 1 ຄົນ ໃນວັນທີ 20 ທັນວາ 2013 ເວລາປະມານ 19:00 ໂມງ ຢູ່ບ້ານທາງໂຄ້ງ ເມືອງປາກງຶ່ມ.

ອັນດັບ 2; ລົດກະບະແຫກໂຄ້ງປິ້ນເອງ ຢູ່ເສັ້ນທາງເລກທີ 13 ເໜືອ ເຂດບ້ານນາງ່າ ເມືອງນາຊາຍທອງເຮັດໃຫ້ຜູ້ທີ່ຂັບຂີ່ມານໍາລົດຈໍານວນ 6 ຄົນ, ເສຍຊີວິດ 2 ຄົນ, ສາຫັດ 3 ຄົນ ແລະ ບາດເຈັບເລັກນ້ອຍ 1 ຄົນໃນວັນທີ 2 ທັນວາ 2013 ເວລາ 19:30 ໂມງ.

ອັນດັບ 1; ເກີດເຫດລົດປີ້ນເອງຢູ່ເສັ້ນທາງເລກທີ 10 ເຂດບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຮັດໃຫ້ຜູ້ທີ່ຂັບຂີ່ມານໍາລົງຄັນດັ່ງກ່າວຈໍານວນ 4 ຄົນ, ເສຍຊີວິດ 3 ຄົນ ແລະ ບາດເຈັບເລັກນ້ອຍ 1 ຄົນ, ໃນວັນທີ 7 ມີນາ 2013 ເວລາ 10:30 ໂມງ.

 

ຂອບໃຈຂໍ້ມູນຈາກ: ໂທລະໂຄ່ງ  THOLAKHONG