spot_img
Homeຂ່າວພາຍ​ໃນພົນຕີຈັນສະໜອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນ

ພົນຕີຈັນສະໜອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນ

Published on

thu26dec3

ໃນຕອນເຊົ້າຂອງວັນທີ 25 ທັນວາ 2013 ນີ້, ທີ່ຫ້ອງ ຮັບແຂກກະຊວງປ້ອງກັນປະ ເທດສະຫາຍພົນຕີ ຈັນສະ ຫມອນ ຈັນຍາລາດ ລັດຖະ
ມົນຕີຊ່ວຍວ່າການກະຊວງ ປ້ອງກັນປະເທດໄດ້ຕ້ອນຮັບ ສະຫາຍພົນຕີ ສື່ກົ້ວເວ່, ຮອງ ຫົວ ຫນ້າ ຫ້ອງ ການ ກົມພົວພັນ ການຕ່າງປະເທດກອງທັບ ປົດປ່ອຍປະຊາຊົນຈີນ ພ້ອມ ຄະນະໃນໂອກາດທີ່ເດີນທາງ ມາປະຕິບັດຫນ້າທີ່ຢູ່ ສປປ ລາວ ແລະ ເຂົ້າຮ່ວມກອງປະ ຊຸມຄະນະກຳມາທິການປະ ສານງານລາວ-ຈີນ ຄັ້ງທີ 3 ເຊິ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງ ວຽງຈັນ.
ສະຫາຍພົນຕີ ຈັນສະໝອນ ຈັນຍາລາດ ກໍ່ໄດ້ໃຫ້ການ ຕ້ອນຮັບອັນອົບອຸ່ນທັງໄດ້ຕີ ລາຄາສູງຕໍ່ການຢ້ຽມຢາມ ແລະ ການເຂົ້າຮ່ວມກອງປະ ຊຸມຂອງຄະນະກຳມາທິການ ປະສານງານລາວ-ຈີນ, ຈີນ-ລາວ ໃນຄັ້ງນີ້ເຊິ່ງຈະເປັນ ການປະກອບສ່ວນອັນສຳ ຄັນເພື່ອເຮັດໃຫ້ການປະສານ ງານການຮ່ວມມືແລະການ ພົວພັນຂອງທັງສອງກອງ ທັບ ສປ ຈີນ-ສປປ ລາວ ໃນ ວຽກງານການເສີມຂະຫຍາຍ ສາຍພົວພັນການຮ່ວມມືໃນ ຂົງເຂດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະ ຫງົບ, ການຮ່ວມມືປະສານ ເຫຼົ່າຂອງ 2 ກອງໃຫ້ນັບມື້ ເຕີບໃຫຍ່ເຂັ້ມແຂງ ເຊິ່ງຕະ ຫຼອດໄລຍະ 65 ປີແຫ່ງການ ສ້າງຕັ້ງກອງທັບປົດປ່ອຍປະ ຊາຊົນລາວ, ສປ ຈີນ ແມ່ນ ຫນຶ່ງໃນບັນດາປະເທດທີ່ໄດ້ ໃຫ້ການຊ່ວຍເຫຼືອເກື້ອກູນ ແກ່ກອງທັບປົດປ່ອຍປະຊາ ຊົນລາວໄດ້ດີຕະຫຼອດມາ.
ສະຫາຍພົນຕີ ສືກົ້ວເວ່ ກໍ່ ໄດ້ຕາງຫນ້າຄະນະກ່າວສະ ແດງຄວາມຂອບອົກຂອບໃຈ ຢ່າງເລິກເຊິ່ງຕໍ່ການຕ້ອນຮັບ ອັນອົບອຸ່ນຂອງຄະນະການ ນຳຝ່າຍລາວໃນຄັ້ງນີ້ ແລະ ພ້ອມໄດ້ໃຫ້ຄຳຫມັ້ນສັນຍາ ວ່າຈະນຳເອົາຂໍ້ສະເຫນີ ຕ່າງໆທີ່ທາງຄະນະນຳຝ່າຍ ລາວໄດ້ສະເຫນີມາແລ້ວນັ້ນ ໄປຮ່ວມພິຈາລະນາເພື່ອ ຮ່ວມແກ້ໄຂ ແລະ ປັບປຸງເສີມ ຂະຫຍາຍເພື່ອເຮັດໃຫ້ທັງ ສອງກອງທັບ ລາວ-ຈີນ, ຈີນ- ລາວ ມີໂສມຫນ້າອັນໃຫມ່ທີ່ ດີຂຶ້ນເປັນກ້າວໆ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...