ລັດຖະບານປະດັບຫຼຽນກາມິດຕະພາບ ໃຫ້ທູດອິນໂດເນເຊຍ

ຕອນ​ແລງ​ວັນ​ທີ 23 ທັນວາ 2013 ທີ່​ກະຊວງ​ການ​ຕ່າງປະເທດ ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຢາມ​ອຳ​ລາ​ຂອງ​ທ່ານ ເກຣຍ ຟຣາ​ມິ ປາ​ຊາ​ຣິ​ບຸ (Kria Fahmi Pasaribu) ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ໂດ​ເນ​ເຊຍ ປະຈຳ ​ສປປ ລາວ ໃນ​ໂອກາດ​ທີ່​ສຳເລັດ ການ​ປະຕິບັດ​ໜ້າທີ່​ການ​ທູດ​ຢູ່ ​ສປປ ລາວ ເປັນ​ເວລາ 3 ປີ (ແຕ່​ປີ 2010-2013).

ໃນ​ໂອກາດ​ດັ່ງກ່າວ ທ່ານ​ຮອງ​ນາຍົກລັດຖະມົນຕີ ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ຜົນສຳເລັດ ໃນ​ການ​ປະຕິບັດ​ໜ້າທີ່​ການ​ທູດ​ຂອງ​ທ່ານ​ທູດ ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ ອັນ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ໃຫ້​ແກ່​ການ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະຫວ່າງ ​ສປປ ລາວ ແລະ ສ.ອິນ​ໂດ​ເນ​ເຊຍ ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ ແລະ ພັດທະນາ​ຍິ່ງໆ​ຂຶ້ນ ພ້ອມ​ທັງ​ສະແດງ​ຄວາມ​ຂອບໃຈ​ຕໍ່​ລັດຖະບານ ແລະ ປະຊາຊົນ​ອິນ​ໂດ​ເນ​ເຊຍ ທີ່​ໄດ້​ປະກອບສ່ວນ​ຊ່ວຍເຫຼືອ​ໃນ​ຫຼາຍ​ດ້ານ​ໃຫ້​ແກ່ ​ສປປ ລາວ ໂດຍ​ສະເພາະ ການ​ປະກອບສ່ວນ​ຊຸກຍູ້ ໃນ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ ​ສປປ ລາວ ເປັນຕົ້ນ​ແມ່ນ ການ​ກໍ່ສ້າງ​ພັດທະນາ​ຊັບພະຍາກອນ​ມະນຸດ ແລະ ການ​ແລກປ່ຽນ​ການ​ຢ້ຽມຢາມ​ເຊິ່ງ​ກັນ ແລະ ກັນ​ຂອງ​ການ​ນຳ​ຂັ້ນ​ຕ່າງໆ ໄດ້​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ມີ​ຄວາມ​ໃກ້ຊິດ​ຫຼາຍ​ຂຶ້ນ ອັນ​ເປັນ​ການ​ນຳ​ເອົາ​ຜົນ​ປະໂຫຍດ​ລວມ​ມາ​ໃຫ້​ປະຊາຊົນ​ສອງ​ຊາດ ລາວ ແລະ ອິນ​ໂດ​ເນ​ເຊຍ ທ່ານ​ຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້​ອວຍພອນ​ໃຫ້​ທ່ານ​ທູດ​ອິນ​ໂດ​ເນ​ເຊຍ ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ວຽກ​ງານ ທີ່​ທ່ານ​ຈະ​ໄດ້​ຮັບຜິດຊອບ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້.

ເພື່ອ​ເປັນ​ການສະແດງ​ເຖິງ​ການ​ຕີ​ລາຄາ​ສູງ ຕໍ່​ການເຄື່ອນໄຫວ​ຢ່າງ​ຫ້າວຫັນ​ຂອງ​ທ່ານ​ທູດ ທ່ານ​ຮອງ​ນາຍົກລັດຖະມົນຕີ ໄດ້​ຕາງໜ້າ​ໃຫ້​ລັດຖະບານ ​ສປປ ລາວ ປະດັບ​ຫຼຽນ​ກາ​ມິດຕະພາບ​ໃຫ້​ແກ່​ທ່ານ​ທູດ​ອິນ​ໂດ​ເນ​ເຊຍ.

ທ່ານ​ທູດ ເກຣຍ ຟຣາ​ມິ ປາ​ຊາ​ຣິ​ບຸ ສະແດງ​ຄວາມ​ຂອບໃຈ​ຕໍ່​ລັດຖະບານ ກໍ​ຄື​ຂະແໜງການ​ຕ່າງໆ​ຂອງ ​ສປປ ລາວ ທັງ​ໃນ​ຂັ້ນ​ສູນ​ກາງ ແລະ ຂັ້ນ​ທ້ອງຖິ່ນ ໂດຍ​ສະເພາະ ກະຊວງ​ການ​ຕ່າງປະເທດ ທີ່​ໄດ້​ເອົາໃຈໃສ່​ປະສານ​ສົມທົບ ແລະ ໃຫ້ການ​ຮ່ວມ​ມື​ຊ່ວຍເຫຼືອ​ໃນ​ການ​ປະຕິບັດ​ໜ້າທີ່​ການ​ທູດ ຕະຫຼອດ​ໄລຍະ​ເວລາ 3 ປີ ແລະ ໄດ້​ໃຫ້​ສັນຍາ​ວ່າ ຈະ​ສືບຕໍ່​ປະກອບສ່ວນ ເຂົ້າ​ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ​ທີ່​ມີ​ມາ​ແລ້ວ​ນັ້ນ ໃຫ້​ຂະຫຍາຍຕົວ ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຂຶ້ນ​ໄປ​ເລື້ອຍໆ.

ທີ່ມາhttp://www.vientianemai.net