spot_img
Homeຂ່າວພາຍ​ໃນເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມນາຍ ແລະ ພົນທະຫານ

ເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມນາຍ ແລະ ພົນທະຫານ

Published on

wed11dec2

ເນື່ອງໃນໂອກາດຫ້າງຫາ ກະກຽມຄຳນັບຮັບຕ້ອນ 2 ວັນ ປະຫວັດສາດຄື: ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບ ຮອບ 65 ປີ ແລະ ວັນປົດປ່ອຍ ແຂວງຜົ້ງສາລີ ຄົບຮອບ 60 ປີ ທີ່ຈະມາເຖິງໃນມໍ່ໆນີ້, ທ່ານ ຄຳເຈນ ວົງໂພສີ, ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງຜົ້ງສາລີ ໄດ້ ລົງພົບປະໂອ້ລົມ  ນາຍ  ແລະ ພົນທະຫານກອງບັນຊາການ ທະຫານແຂວງໃນວັນທີ 27 ພະຈິກຜ່ານມານີ້ ເຊິ່ງມີບັນດາ ສະຫາຍຄະນະພັກ-ຄະນະ ກອງບັນຊາການ, ພະນັກງານ ຫຼັກແຫຼ່ງຈາກອົງການ 4 ຫ້ອງ ແລະ ກົມກອງອ້ອມຂ້າງເຂົ້າ ຮ່ວມຮັບຟັງ.
ໃນການໂອ້ລົມຄັ້ງນີ້ທ່ານ ເຈົ້າແຂວງໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍ ຄວາມ ເອົາໃຈໃສ່ຊີ້ນຳ-ນຳພາຂອງ ຄະນະພັກ-ຄະນະບັນຊາແຕ່ ລະຂັ້ນ ແລະ ຊົມເຊີຍຜົນງານ ໄຊຊະນະທີ່ພະນັກງານ-ນັກ ຮົບຍາດມາໄດ້ ທ່ານຍັງໄດ້ ເນັ້ນໜັກໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນ ຈົ່ງເພີ່ມ ທະວີການສຶກສາອົບຮົມການ ເມືອງນຳພາແນວຄິດໃຫ້ພະ ນັກງານ-ນັກຮົບ ໂດຍນຳເອົາ ແນວທາງນະໂຍບາຍຂອງພັກ ລະບຽບກົດຫມາຍຂອງລັດ ຂໍ້ກຳນົດກົດລະບຽບຂອງກອງ ທັບ ກໍ່ຄືຄຳສ່ັງແນະນຳ ແລະ ມູນເຊື້ອການເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບປະ ຊາຊົນລາວ ຄົບຮອບ 65 ປີ ຜ່ານມາ ລົງຈັດຕັ້ງເຊື່ອມຊຶມ ຢ່າງທົ່ວເຖິງ. ເອົາໃຈໃສ່ປຸກ ລະດົມຊຸກຍູ້ສ້າງຂະບວນການ ຕ່າງໆເພື່ອຄຳນັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ, ວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 65 ປີ, ວັນປົດປ່ອຍແຂວງຜົ້ງສາລີ ຄົບຮອບ 60 ປີທີ່ຈະມາເຖິງໃນ ຕໍ່ຫນ້ານີ້, ໃຫ້ມີບັນຍາກາດ ຟົດຟື້ນກ້ວາງຂວາງ. ພ້ອມກັນ ນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ ນາຍ ແລະ ພົນທະຫານແຕ່ລະ ຄົນຈົ່ງພ້ອມກັນຍົກສູງສະຕິ ລະວັງຕົວກຽມພ້ອມປົກປັກ ຮັກສາທ້ອງຖິ່ນ ພ້ອມກັນເຮັດ ສຳເລັດຫນ້າທີ່ການເມືອງທີ່ ພັກ-ລັດມອບຫມາຍໃຫ້ເປັນ ຢ່າງດີ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...