ທະນາຄານນະໂຍບາຍ ປ່ອຍສິນເຊື່ອທົດລອງບ້ານ 3 ສ້າງ

IMG_2962-300x200

ທະນາຄານ​ນະໂຍບາຍ ເຮັດ​ໜ້າທີ່​ເປັນໃຈ​ກາງ​ສະໜອງ​ທຶນ ໃຫ້​ລັດຖະບານ​ທົດ​ລອງ​ບ້ານ 3 ສ້າງ​ໃນ​ທົ່ວ​ປະເທດ ດ້ວຍ​ອັດຕາ​ດອກ​ເບ້ຍ​ເກັບ​ຄືນ​ເປັນ 3 ໄລຍະ ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດີ​ຂຶ້ນ​ຕະຫຼອດ 9 ເດືອນ​ຜ່ານ​ມາ ປ່ອຍ​ໄປ​ແລ້ວ​ທັງ​ໝົດ 73,93 ຕື້​ກີບ​ໃຫ້​ແກ່​ຂະແໜງ​ປູກຝັງ​ລ້ຽງສັດ ແລະ ຜະລິດ​ເຂົ້ານາແຊງ.

ທ່ານ ເສດ​ຖາ ກັນຍາ​ວັນ ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ຮອງ​ອຳນວຍ​ການ​ທະນາຄານ​ນະໂຍບາຍ​ກ່າວ​ເມື່ອ​ວັນ​ທີ 30 ພະຈິກ​ຜ່ານ​ມາ​ນີ້​ວ່າ: ທະນາຄານ​ສືບຕໍ່​ປ່ອຍ​ສິນ​ເຊື່ອ​ໃຫ້​ກັບ​ບ້ານ​ທົດ​ລອງ 3 ສ້າງ​ຂອງ​ລັດຖະບານ ເພື່ອ​ໃຫ້​ປະຊາຊົນ​ສາມາດ​ເຂົ້າ​ຫາ​ແຫຼ່ງ​ທຶນ ໃນ​ອັດຕາ​ດອກ​ເບ້ຍ​ຕ່ຳ​ນຳໄປ​ປະກອບ​ກິດຈະກຳ ໃນ​ການ​ປູກຝັງ-ລ້ຽງສັດ ແລະ ອື່ນໆ​ຕາມ​ຄວາມ​ເໝາະ​ສົມ ໃຫ້​ເປັນ​ເສດຖະກິດ​ສາມາດ​ລ້ຽງ​ຄອບຄົວ​ໄດ້.

ການ​ປ່ອຍ​ສິນ​ເຊື່ອ​ໃສ່​ບ້ານ​ເປົ້າ​ໝາຍ​ປະກອບ​ມີ 3 ໄລຍະ ແລະ ມີ​ອັດຕາ​ດອກ​ເບ້ຍ​ທົດ​ແທນ​ທີ່​ແຕກ​ຕ່າງ​ກັນ​ຄື: ໄລຍະ​ທີ 1 ບໍ່​ເກີນ 1 ປີ ມີ​ດອກ​ເບ້ຍ 5% ຕໍ່​ປີ ໄລຍະ​ກາງ 1-3 ປີ ອັດຕາ​ດອກ​ເບ້ຍ 6% ຕໍ່​ປີ ແລະ ອັດຕາ​ສິນ ເຊື່ອ​ໄລຍະ​ຍາວ 3-5 ປີ ອັດຕາ​ດອກ​ເບ້ຍ 7% ຕໍ່​ປີ ຕາມ​ຄວາມ​ເໝາະ​ສົມ​ຂອງ​ປະເພດ​ກິດຈະການ ຫຼື ທຸລະ​ກິດ.

ສຳລັບ​ການ​ປ່ອຍ​ສິນ​ເຊື່ອ​ໃນ 9 ເດືອນ​ຂອງ​ປີ 2013 ນີ້​ຢືນຢັນ​ວ່າ: ປ່ອຍ​ຢູ່​ໃນ 65 ເມືອງ​ທຸກ​ຍາກ 64 ຈຸດ​ສຸມ​ພັດທະນາ​ຂອງ​ລັດຖະບານ ໃນ​ເປົ້າ​ໝາຍ​ທົດ​ລອງ 3 ສ້າງ​ທີ່​ມີ​ທັງ​ໝົດ 590,34 ຕື້​ກີບ ເພີ່ມ​ຂຶ້ນ​ຈາກ​ປີ 2012 ປະມານ 49,5% ກວມ​ເອົາ 3.977 ບ້ານ​ໃນ​ທົ່ວ​ປະເທດ.

ມາ​ຮອດ​ເດືອນ​ກັນຍາ 2013 ທະນາຄານ​ນະໂຍບາຍ ມີ​ຍອດ​ສິນ​ເຊື່ອ​ທັງ​ໝົດ 1.723,44 ຕື້​ກີບ ເພີ່ມ​ຂຶ້ນ​ຈາກ​ປີຜ່ານມາ 27,7% ສາມາດ​ປະຕິບັດ​ຍອດ​ສິນ​ເຊື່ອ​ໃນ​ປີ ໄດ້​ເກືອບ 100% ເຊິ່ງ​ຍອດ​ສິນ​ເຊື່ອ​ກະສິກຳ​ປູກຝັງ​ກວມ 39% ແລະ ລ້ຽງສັດ 43% ຂອງ​ຍອດ​ສິນ​ເຊື່ອ​ທັງ​ໝົດ.

ທີ່ມາhttp://www.vientianemai.net