ນໍ້າທີ່ເດັກນ້ອຍດື່ມແລ້ວດື້ ຜູ້ໃຫຍ່ກິນແລ້ວປ່ວຍ

ນ້ຳທີ່ວ່າຄືນ້ຳອັດລົມ ເປັນເຄື່ອງດື່ມທີ່ໃດ້ຮັບຄວາມນິຍົມຫຼາຍບໍ່ວ່າຈະເປັນຍຸກສະໄໝໃດກໍ່ຕາມ ເພາະເມື່ອດື່ມແລ້ວຈະເຮັດໃຫ້ສົດຊື່ນ ມີຊີວິດຊີວາຂື້ນມາທັນທີດັບກະຫາຍໃດ້ເປັນຢ່າງດີ
ໂດຍສະເພາະຍາມຮ້ອນ ບາງຄນເຖີງຂັ້ນດື່ມທຸກມື້ຈົນແທນການດື່ມນ້ຳເລີຍກໍ່ວ່າໃດ້
ຜົນເສີຍຂອງການດື່ມນ້ຳອັດລົມ
ສຳລັບຜູ້ໃຫຍ່
-ເຮັດໃຫ້ທ້ອງອຶດ ແນ່ນທ້ອງ ເນື່ອງຈາກນ້ຳອັດລົມເຮັດໃຫ້ເກິດແກ໊ສໃນກະເພາະ ສ້ຽງຕໍ່ການເປັນໂລກກະເພາະດ້ວຍ
-ນອນບໍ່ລັບ ເພາະໃນນ້ຳອັດລົມປະສມcaffeine ດັ່ງນັ້ນບາງຄົນທີ່ດື່ມນ້ຳອັດລມໃນປະລິມານຫຼາຍຈະມີອາການປວດຫົວ ໃຈສັ່ນແລະນອນບໍ່ຫຼັບ
-ເປັນໂລກອ້ວນແລະໂລກເບົາຫວານ ໃນວາລາສານໂລກເບົາຫວານຂອງອາເມລິກາໃດ້ກ່າວໃວ້ວ່າ ການດື່ມນ້ຳອັດລົມພຽງວັນລະກະປ໋ອງສ່ຽງຕໍ່ການເກິດໂລກອ້ວນແລະໂລກເບົາຫວານ

img_2971

 

ສຳລັບເດັກ
ມີງານວິໃຈອອກມາລະບຸວ່າ ເມື່ອເດັກດື່ມນ້ຳອັດລົມເປັນປະຈຳຈະເຮັດໃຫ້ເດັກຂີ້ດື້ ພຶດຕິກຳກ້າວລ້າວ ມີອາລົມຮຸນແຮງເນື່ອງຈາກນ້ຳອັດລົມມີສ່ວນຜະສົມຂອງນ້ຳຕານຢູ່ຫຼາຍ
ເມື່ອລະດັບນ້ຳຕານສູງຈະສົ່ງຜົນໃຫ້ເດັກຂີ້ດື້ໂກດງ່າຍແລະກ້າວລ້າວຮຸນແຮງເປັນລຳດັບຕາມອັດຕາສ່ວນທີ່ບໍລິໂພກຮູ້ແບບນີ້ແລ້ວຄວນຫຼີກລ່ຽງນ້ຳອັດລົມເພື່ອສຸຂະພາບຂອງຕົວເຮົາເອງແລະເດັກນ້ອຍ.