ລົດບັນທຸກຫນັກ ຢຽບຂົວໄຮ່ຢ່ອນຫັກພັງ ຄາດສ້ອມແປງຄືນໃຊ້ເວລາ 3 ເດືອນ ຂົວໄຮ່ຢ່ອນທີ່ຢູ່ຕາມທາງຫລວງແຫ່ງຊາດເລກ 10 ເມືອງທຸລະຄົມແຂວງວຽງຈັນ ເຮັດຫນ້າທີ່ ເຊື່ອມເມືອງດັ່ງກ່າວສູ່ນະຄອນຫລວງວຽງຈັນໄດ້ຫັກພັງລົງຊົ່ວພິບຕາ ເມື່ອມີລົດບັນທຸກຫນັກ 52 ໂຕນແລ່ນເຂົ້າໃນວັນທີ 20 ພະຈິກທີ່ຜ່ານມາ, ຂະນະທີ່ຂົວດັ່ງກ່າວຮັບນ້ຳຫນັກໄດ້ພຽງ 25 ໂຕນເທົ່ານັ້ນ, ດ້ານພະ ແນກໂຍທາທິການ ແລະ ຂົນສົ່ງແຂວງລະບຸ ຈະໃຊ້ເວລາສ້ອມແປງຄືນ 3 ເດືອນຈຶ່ງສຳເລັດ. ເຖິງຈະມີກົດລະບຽບສັ່ງຫ້າມລົດບັນທຸກເກີນນ້ຳຫນັກ ແລ່ນຜ່ານເສັ້ນທາງ, ແຕ່ບັນຫາດັ່ງກ່າວ ກໍ່ຍັງມີໃຫ້ເຫັນເປັນປະຈຳ ເຊິ່ງເປັນຕົ້ນເຫດ ເຮັດໃຫ້ເສັ້ນທາງ ແລະ ຂົວເປ່ເພໄວກວ່າກຳຫນົດການໃຊ້ງານ, ດັ່ງຂົວໄຮ່ຢ່ອນ ເຖິງວ່າຈະເປັນຂົວເກົ່າທີ່ໃຊ້ງານມາຫຼາຍປີ ແຕ່ລົດບັນທຸກເກີນການຮັບນ້ຳຫນັກຂອງຂົວກໍ່ຍັງບໍ່ຝືນຜ່ານຈຶ່ງເປັນເຫດໃຫ້ຂົວດັ່ງກ່າວຫັກພັງລົງຊົ່ວພິບຕາ. ການຫັກພັງຂອງຂົວໄຮ່ຢ່ອນ ໃນເບື້ອງຕົ້ນ ໄດ້ສ້າງຄວາມຍາກລຳບາກໃຫ້ແກ່ການສັນຈອນໄປ-ມາ ຂອງຜູ້ໃຊ້ລົດໃຊ້ຖະຫນົນໃນເຂດເມືອງທຸລະຄົມ ແຂວງວຽງຈັນທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ເຖິງວ່າປັດຈຸບັນພາກສ່ວນກ່ຽວຂ້ອງໄດ້ແກ້ໄຂ ເຮັດໃຫ້ການສັນຈອນໄດ້ໃນລະດັບຫນຶ່ງ ແຕ່ກໍ່ຍັງພົບກັບຄວາມຫຍຸ້ງຍາກຢູ່. ທ່ານ ພູວອນ ບຸນວິໄລ ຮອງຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງກ່າວວ່າ: ໃນ ເວລາປະມານ 14:00 ຂອງວັນທີ 20 ພະຈິກທີ່ຜ່ານມາໄດ້ມີລົດບັນທຸກຫມາຍເລກຖະບຽນ ບ.ກ 0387ຄຳມ່ວນ ຂອງບໍລິສັດໂສພາວັນຂົນສົ່ງຢູ່ນະຄອນຫລວງວຽງຈັນໄດ້ແລ່ນຜ່ານຂົວໄຮ່ຢ່ອນ, ລົດຄັນນີ້ບັນທຸກຊີມັງ 35 ໂຕນ ແລະ ບວກກັບນ້ຳຫນັກລົກອີກ17ໂຕນເຮັດໃຫ້ ຂົວດັ່ງກ່າວເຊິ່ງເປັນຂົວເບເລປະເພດ DD (ສອງແຖວ,ສອງຊັ້ນ) ຍາວ36 ແມັດ ແລະ ຮັບນ້ຳຫນັກໄດ້ພຽງ 25 ໂຕນຫັກພັງລົງຄາທີ່ແລະເຮັດໃຫ້ການສັນ ຈອນທາງເສັ້ນນີ້ຖືກຕັດຂາດໄປຂະນະຫນຶ່ງ, ຂະນະດຽວກັບພະແນກໂຍທາທິການແລະຂົນສົ່ງ ແຂວງວຽງຈັນໄດ້ສັ່ງໃຫ້ບໍສັດຂົວ-ທາງແຂວງວຽງຈັນເຂົ້າໄປແກ້ໄຂດ່ວນດ້ວຍການວາງທໍ່ ແລະ ຖົມ ດິນແດນເພື່ອສ້າງທາງເວັ້ນແລະສາມາດເປີດການສັນຈອນໃຫ້ເປັນປົກກະຕິໃນເວລາ10ໂມງເຊົ້າຂອງ ມື້ຕໍ່ມາ. ທ່ານຮອງຫົວຫນ້າພະແນກໂຍທາທິການແລະຂົນສົ່ງແຂວງກ່າວອີກວ່າ: ສຳລັບການສ້ອມແປງ ຂົວຄືນໃຫມ່ໃຫ້ໃຊ້ງານໄດ້ເຫມືອນສະພາບເດີມນັ້ນຈະຕ້ອງໃຊ້ເວລາເຖິງ 3 ເດືອນ ໂດຍຈະເລີ່ມສ້ອມແປງ ແຕ່ວັນທີ 25 ພະຈິກ ຫາ 25 ມັງກອນ2013 ຈຶ່ງຈະສຳເລັດ, ການສ້າງທາງເວັ້ນແລະຄວາມເສຍຫາຍທັງຫມົດປະມານ 240 ລ້ານກ່ວາກີບແມ່ນມອບໃຫ້ບໍລິ ສັດໂສພາວັນຂົນສົ່ງເປັນຜູ້ຮັບຜິດຊອບທັງຫມົດ.
ລົດບັນທຸກຫນັກ ຢຽບຂົວໄຮ່ຢ່ອນຫັກພັງ ຄາດສ້ອມແປງຄືນໃຊ້ເວລາ 3 ເດືອນ
2012
ບົດຄວາມຫຼ້າສຸດ
ຂ່າວຕ່າງປະເທດ
ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ
ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...
ຂ່າວຕ່າງປະເທດ
ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ
ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ.
ອີງຕາມເວັບໄຊ້ຂ່າວ Channel News...
ຂ່າວພາຍໃນ
ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ
ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ
ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...
ຂ່າວຕ່າງປະເທດ
ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ
ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ.
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...