spot_img
Homeມູມໄອທີລາວອັບເດດ Nokia Black ຈະເຮັດໃຫ້ເຄື່ອງ WP8 ທຸກເຄື່ອງໃຊ້ Bluetooth LE ໄດ້

ອັບເດດ Nokia Black ຈະເຮັດໃຫ້ເຄື່ອງ WP8 ທຸກເຄື່ອງໃຊ້ Bluetooth LE ໄດ້

Published on

070253f90rdcv0d80zucys

ອັບເດດ Nokia Black ຈະເຮັດໃຫ້ເຄື່ອງ WP8 ທຸກເຄື່ອງໃຊ້ Bluetooth LE ໄດ້

Bluetoothe Low Energy (BT LE) ນັ້ນບໍ່ແມ່ນເລື່ອງໃໝ່ຫຼາຍ ແຕ່ວ່ານອກຈາກຮາດແວທີ່ຈະຕ້ອງໃຊ້ໄດ້ແລ້ວຊ໋ອບແວຈະຕ້ອງໄດ້ຮອງຮັບອີກນຳ ໂດຍໃນຕອນນີ້ມີ Lumia 520, 620, 720 ທີ່ສາມາດໃຊ້ງານລູກຫຼິ້ນນີ້ໄດ້ ເມື່ອເຮັດການອັບເດດ Nokia Amber ລົງໄປ ແຕ່ວ່ານັ້ນກໍຍັງບໍ່ຄົບທຸກລຸ້ນຢູ່ດີ ຫຼ້າສຸດນີ້ທາງ Nokia ຢືນຢັນແລ້ວວ່າ Lumia Black ທີ່ຈະອອກມາໃນໄວໆນີ້ ຈະເຮັດໃຫ້ທຸກລຸ້ນສາມາດໃຊ້ງານກັນໄດ້

ຖືໄດ້ວ່າເປັນເລື່ອງແປກບໍ່ໜ້ອຍເລີຍ ທີ່ລຸ້ນໃຫຍ່ໆຂອງ Nokia ໃນຕອນນີ້ພັດວ່າບໍ່ຮອງຮັບ Bluetooth LE ແຕ່ປັນຫານີ້ຈະໝົດໄປ ເມື່ອໄດ້ຮັບອັບເດດ Lumia Black ໂດຍເທັກໂນໂລຢີນີ້ເບື້ອງຫຼັງແມ່ນ Bluetooth 4.0 ນັ້ນເອງ ໂດຍຈະໃຊ້ພະລັງງານໜ້ອຍກວ່າການເຊື່ອມຕໍ່ແບບປົກກະຕິ

ສຳລັບຕອນນີ້ທາງ Nokia ຍັງບໍ່ໄດ້ລະບຸວັນເວລາທີ່ແນ່ນອນໃນການອອກອັບເດດ Lumia Black ແຕ່ຖ້າເປີດເຜີຍອອກມາແລ້ວພວກເຮົາຈະຮີບນຳເອົາມາລາຍງານຂ່າວກັນຢ່າງແນ່ນອນ

ທີ່ມາ:www.deklao.com

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...