spot_img
Homeມູມໄອທີລາວຊຸດໂຮມເທຍເຕີບູເຣຍ ຟີລິບ ຮອງຮັບ ບູທູດ ແລະ ໄວໄຟ

ຊຸດໂຮມເທຍເຕີບູເຣຍ ຟີລິບ ຮອງຮັບ ບູທູດ ແລະ ໄວໄຟ

Published on

155144hzs3ivkms5q7uc0v
 ຟີລິບຂໍແນະນຳຊຸດໂຮມເທຍເຕີບູເຣຍ Philips HTB5570D ທີ່ມາພ້ອມກັບເທັກໂນໂລຊີ Crystal Clear Soundຮອງຮັບການເຊື່ອມຕ່ໍແບບ Bluetooth​ເຮັດໃຫ້ຊ່ວຍເຕີມເຕັມລະບົບໂຮມເທຍເຕີໃຫ້ສົມບູນແບບປະສານກັບສຸດຍອດເທັກໂນໂລຊີແຫ່ງການສະແດງພາບດ້ວຍ Blu-ray3D ທີ່ໃຫ້ຄວາມລະອຽດດ້ານພາບສູງສຸດ ສ້າງສັນຄຸນນະພາບຂອງພາບ ແລະ ສຽງລະດັບ ພຣີມຽນ
            ຊຸດໂຮມເທເຕີບູເຣຍໃໝ່ PhilipsHTB5570D ໃຫ້ໄດ້ສຽງທີ່ມີຄຸນນະພາບລະດັບ 5.1 channel ເຊີຣາວຮອບທິດທາງ ກຳລັງໄຟ 1000 RMS ມາພ້ອມທະວີດເຕີຊອບແວໂດມ 15ມມ. ້ອມກັບລະບົບສະທ້ອນສຽງເບສ ໂຄງທີ່ແຂງແຮງຊົງພະລັງຂຶ້ນເຖິງ ເທ່ົາ
            ເຕັມພະລັງເພື່ອໂນ້ດສຽງຕ່ຳທີ່ມີຊີວິດຊີວາເປັນພິເສດ ແລະ ລະບົບຂະຫຍາຍສຽງດິຈິຕອລແບບ DolbyTrue HD/DTS HD ເພື່ອສຽງຮອບທິດທາງ ເຕັມພະລັງ ແລະ ສຽງເບສທຸ້ມລຶກຍິ່ງຂຶ້ນ ແລະຍັງສາມາດເຊື່ອມຕ່ໍລະຫວ່າງໂທລະສັບມືຖື ແລະ ຊຸດໂຮມເທຍເຕີຜ່ານBluetoothເພື່ອໃຫ້ທ່ານສາມາດເລືອກຫຼິ້ນເພງທີ່ມັກຈາກໂທລະສັບມືຖືໄດ້ຢ່າງສະດວກຫຼາຍຂຶ້ນ+easy to enjoy music from your mobile device via blue tooth connection
            ນອກຈາກນີ້ ຊຸດໂຮມເທຍເຕີບູເຣຍໃໝ່ PhilipsHTB5570D ຍັງໄດ້ຮັບການອອກແບບມາເປັນພິເສດດ້ວຍຊ່ອງຕ່ໍHDMI2 ຊ່ອງ ຮອງຮັບກັບການໃຊ້ງານທີ່ຫຼາກຫຼາຍ ແລະ ເມື່ອມີການເຊື່ອມຕ່ໍກັບອຸປະກອນເຄື່ອງຫຼິ້ນອື່ນຈະເຮັດໃຫ້ຄຸນນະພາບຂອງພາບ ແລະ ສຽງທີ່ສະແດງຜົນສົມບູນແບບໃຫ້ສຽງຄົມຊັດແບບ 5.1channel ແລະ ດ້ວຍ ຟັງຊັ່ນWIFiໃນຕົວທີ່ສາມາດເຊື່ອມຕ່ໍອິນເຕີເນັດໄດ້ຢ່າງຖືກໃຈ ແລະທ່ານສາມາດຄວບຄຸມການເຮັດວຽກຊຸດໂຮມເທຍເຕີໄດ້ຈາກ smartphone ຂອງທ່ານພຽງດາວໂຫຼດແອພພິເຄຊັ່ນ Philipsຟັງຊັ່ນ My Remoteໍ່ເຮັດໃຫ້ທ່ານສາມາດປ່ຽນສະມາທ໌ໂຟນເປັນຣີໂໝດຄອນໂທຣເພື່ອຄວບຄຸມການເຮັດວຽກເຄື່ອງໄດ້ຢ່າງງ່າຍດາຍ
            ນອກຈາກນີ້ຍັງໃຊ້ງານງ່າຍ ສາມາດຫຼິ້ນ ແລະຊາດ iPod/iPhone ພຽງເຊື່ອມຕ່ໍiPod/iPhone ຂອງທ່ານດ້ວຍສາຍUSB ເຂ້ົາກັບຊ່ອງສຽບ USBຂອງລະບົບໂຮມເທຍເຕີເທ່ົານັ້ນ ໃຫ້ທ່ານສາມາດຊາດ iPod/iPhoneໃນລະຫວ່າງທີ່ຫຼິ້ນເພງຊຸດໂຮມເທຍເຕີບູເຣຍໃໝ່ Philips HTB5570Dສາມາດໃຊ້ໄດ້ກັບຟໍແມັດມາດຕະຖານຕ່າງໆຂອງແຜ່ນ Blu-ray,DVD ແລະ CD (CD-R/CD-RW, DVD-Video, DVD-R/-RW, CD,DVD+R/+RW, DivX, DVD, BD Video, BD-R/RE 2.0, BD-ROM)

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...