spot_img
Homeຂ່າວພາຍ​ໃນຕ້ອງປັບປຸງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ

ຕ້ອງປັບປຸງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ

Published on

fri15nov5

ໃນໂອກາດໂອ້ລົມຕໍ່ພິທີ ປະກາດການຈັດຕັ້ງຂັ້ນນຳ- ຂັ້ນບັນຊາຢູ່ກອງບັນຊາການ ທະຫານແຂວງສະຫວັນນະ ເຂດ ເມື່ອວັນທີ 8 ພະຈິກນີ້,
ພົນໂທ ດວງໃຈ ພິຈິດ, ກຳມະ ການກົມກອງເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດໄດ້ເນັ້ນໃຫ້ ເອົາໃຈໃສ່ປັບປຸງຄວາມສາ ມັກຄີພາຍໃນໃຫ້ເປັນປຶກ ແຜ່ນແໜ້ນໜາເພື່ອພ້ອມກັນ ເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ.
ສະຫາຍຮອງນາຍຍົກລັດ ຖະມົນຕີກ່າວວ່າ: ພະນັກງານ
ຂັ້ນນຳ-ຂັ້ນບັນຊາຕ້ອງມີ ແນວຄິດປະຕິວັດ, ຍຶດໝັ້ນໃນ ຫຼັກການເຮັດວຽກແບບລວມ ສູນປະຊາທິປະໄຕ, ນຳພາ ເປັນໝູ່ຄະນະ, ບຸກຄົນຮັບຜິດ ຊອບ, ຕ້ອງເປັນຫຼັກແຫ່ຼງໃນ ທຸກວຽກງານ ແລະ ມີຄວາມ ຮັບຜິດຊອບການເມືອງອັນ ສູງສົ່ງ.
ພົນໂທ ດວງໃຈ ພິຈິດ, ຍັງ ໄດ້ຮຽກຮ້ອງໃຫ້ຖືສຳຄັນ ການປັບປຸງກໍ່ສ້າງພັກໃຫ້ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕາມ 4 ທິດນຳ 5 ຫັຼກການໃນການກໍ່ສ້າງພັກ, ໂດຍສະເພາະແມ່ນສຸມໃສ່ກໍ່ ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ໃຫ້ບັນລຸຕາມແຜນການຄາດ ໝາຍທີ່ວາງອອກ.

ທີ່ມາhttp://www.kongthap.gov.la

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...