spot_img
Homeຂ່າວພາຍ​ໃນປະດັບຫລຽນໄຊມິດຕະພາບ ໃຫ້ປະທານສະມາຄົມມິດຕະພາບໄຊຕະມະ-ລາວ

ປະດັບຫລຽນໄຊມິດຕະພາບ ໃຫ້ປະທານສະມາຄົມມິດຕະພາບໄຊຕະມະ-ລາວ

Published on

thu14nov5
ພິທີປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ ທາກາຮາຊິ ຊູຊູມູ, ປະທານສະມາຄົມມິດ ຕະພາບໄຊຕະມະ-ລາວ ທີ່ມີ ຜົນງານ ແລະ ຄຸນງາມຄວາມ ດີໃນການປະກອບສ່ວນຊ່ວຍ ເຫຼືອລ້າທາງດ້ານວັດຖຸທຶນ ຮອນເຂົ້າໃນການສ້າງສາພັດ ທະນາເສດຖະກິດ-ສັງຄົມ ຕໍ່ ສປປ ລາວ ຕະຫຼອດໄລຍະ 17 ປີທີ່ຜ່ານມາໄດ້ມີຂຶ້ນໃນວັນທີ 12 ພະຈິກ ຢູ່ທີ່ຄະນະພົວພັນ ຕ່າງປະເທດສູນກາງພັກ.
ຕາງໜ້າໃຫ້ຄະນະພົວພັນ ຕ່າງປະເທດສູນກາງພັກກໍ່ຄື ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບ ດັ່ງກ່າວໂດຍແມ່ນທ່ານ ດຣ. ປອນເມກ ດາລາລອຍ, ປະ ທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ແລະ ພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມເພື່ອສະ ແດງຄວາມຂອບໃຈ, ຄວາມຮູ້ ບຸນຄຸນຢ່າງຈິງໃຈຂອງລັດຖະ ບານ ສປປ ລາວ ຕໍ່ສາຍພົວ ພັນມິດຕະພາບ ໄຊຕະມະ-ລາວ ທີ່ໄດ້ປະກອບສ່ວນໃນ ການສ້າງສາພັດທະນາ ແລະ ຊ່ວຍເຫຼືອລ້າແກ່ ສປປ ລາວ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...