ການລົງທຶນຂະຫຍາຍຕົວ ແຕ່ຫຼາຍໂຄງການຍັງປະສົບບັນຫາ

ການລົງທຶນຂະຫຍາຍຕົວ ແຕ່ຫຼາຍໂຄງການຍັງປະສົບບັນຫາ

ການ​ດຶງ​ດູດ​ການ​ລົງທຶນ​ໃນ​ໄລຍະ 1 ປີ (2012-2013) ສາມາດ​ດຶງ​ດູດ​ນັກ​ລົງທຶນ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ​ໄດ້​ທັງ​ໝົດ 52 ໂຄງການ ໃນ 7 ຂະແໜງການ ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 3 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 24.000 ຕື້​ກີບ ໃນ​ນັ້ນ ຂະແໜງ​ໄຟຟ້າ​ເປັນ​ອັນ​ດັບ 1 ໃນ​ການ​ລົງທຶນ​ຫຼາຍ​ກວ່າ​ທຸກ​ຂະແໜງການ ຂະນະ​ທີ່​ຫຼາຍ​ໂຄງການ​ຕ້ອງ​ພົບ​ກັບ​ບັນຫາ​ດ້ານ​ທຶນຮອນ.

ອີງ​ຕາມ​ບົດ​ລາຍ​ງານ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ສົ່ງເສີມ​ການ​ລົງທຶນ 1 ປີຜ່ານມາ ກໍ​ຄື​ຄວາມ​ຄືບ​ໜ້າ​ໃນ​ການຈັດຕັ້ງ​ປະຕິບັດ​ຄຳ​ສັ່ງ​ເລກ​ທີ 13/​ນຍ ເຫັນ​ໄດ້​ວ່າ: ການ​ດຶງ​ດູດ​ການ​ລົງທຶນ​ປີ​ນີ້ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ຖ້າ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ສົກ​ປີຜ່ານມາ ມູນ​ຄ່າ​ການ​ລົງທຶນ​ເພີ່ມ​ຂຶ້ນ​ເຖິງ 5,1% ແລະ ຖ້າ​ທຽບໃສ່​ແຜນການ​ປີ​ທີ່​ໄດ້​ຄາດ​ໄວ້ ຈະ​ດຶງ​ດູດ​ການ​ລົງທຶນ​ພາກ​ເອກະ​ຊົນ​ໃຫ້​ໄດ້​ສະເລ່ຍ​ບໍ່​ຫຼຸດ 1,7 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 13.600 ຕື້​ກີບ ຈະ​ເຫັນ​ໄດ້​ວ່າ​ໃນ​ສົກ​ປີ 2012-2013 ສາມາດ​ປະຕິບັດ​ໄດ້​ເກີນ​ເທົ່າ​ໂຕ ຄື​ສາມາດ​ປະຕິບັດ​ໄດ້​ລື່ນ​ຄາດໝາຍ​ເຖິງ 79%.

ສຳລັບ​ການ​ລົງທຶນ​ທີ່​ມີ​ມູນ​ຄ່າ​ຫຼາຍ​ທີ່​ສຸດ ແມ່ນ​ຂະແໜງ​ໄຟຟ້າ ມີ​ມູນ​ຄ່າ​ການ​ລົງທຶນ​ເຖິງ 1,65 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 13.200 ຕື້​ກີບ ຊຶ່ງ​ໂຄງການ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ບໍລິສັດ ໄຟຟ້າ​ນ້ຳ​ງຽບ 1 ຈຳກັດ ມູນ​ຄ່າ​ການ​ລົງທຶນ​ເຖິງ 686 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 5.400 ຕື້​ກີບ ອັນ​ດັບ 2 ແມ່ນ​ຂະແໜງ​ບໍ່​ແຮ່ ມີ 37 ໂຄງການ ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 1,09 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 8.700 ຕື້​ກີບ ອັນ​ດັບ 3 ຂະແໜງການ​ໂຮງແຮມ ແລະ ຮ້ານ​ອາຫານ ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 110 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 880 ຕື້​ກີບ ແລະ ຂະແໜງການ​ອື່ນໆ ສ່ວນ​ການ​ລົງທຶນ​ແມ່ນ​ມາ​ຈາກ 12 ປະເທດ ເຊັ່ນ: ​ສປ.ຈີນ ເປັນ​ອັນ​ດັບ 1 ທີ່​ມີ​ມູນ​ຄ່າ​ການ​ລົງທຶນ​ເຖິງ 1,33 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 10.600 ຕື້​ກີບ ຮອງ​ລົງ​ມາ​ແມ່ນ​ການ​ລົງທຶນ​ພາຍ​ໃນ​ເອງ ມີ​ເຖິງ 530 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 4.200 ຕື້​ກີບ ແລະ ອັນ​ດັບ 3 ແມ່ນ​ການ​ລົງທຶນ​ຈາກ​ໄທ ມູນ​ຄ່າ​ການ​ລົງທຶນ 416 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 3.300 ຕື້​ກີບ ແລະ ປະເທດ​ອື່ນໆ​ຕາມ​ລຳດັບ.

ເຖິງ​ແມ່ນ​ວ່າ​ຕົວ​ເລກ​ການ​ລົງທຶນ​ໄດ້​ຮັບ​ການ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ ແຕ່​ຍັງ​ມີ​ບາງ​ໂຄງການ​ທີ່​ໄດ້​ເຊັນ​ສັນຍາ ຫຼື ອະນຸມັດ​ໄປ​ແລ້ວ ບໍ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ຕາມ​ກຳນົດ​ເວລາ ອັນ​ເນື່ອງ​ມາ​ຈາກ​ຜູ້​ລົງທຶນ​ຂາດທຶນ​ຮອນ ແລະ ປະສົບ​ການ​ບາງ​ຈຳນວນ​ກໍ​ບໍ່​ມີ​ລັກສະນະ​ຈັບຈອງ​ໂຄງການ ການ​ຂັດ​ແຍ່ງ​ພາຍ​ໃນ​ດ້ວຍ​ກັນ​ເອງ ສົ່ງ​ຜົນ​ໃຫ້​ໂຄງການ​ແກ່ຍາວ ແລະ ຊັກ​ຊ້າ.

ສ່ວນ​ການ​ນຳ​ເຂົ້າ​ທຶນ​ຕົວ​ຈິງ​ທີ່​ເປັນ​ວັດຖຸ​ອຸປະກອນ​ເຄື່ອງ​ຈັກ ເຄື່ອງມື​ຮັບ​ໃຊ້​ໂຄງການ ພາຫະນະ ແລະ ການ​ນຳ​ເຂົ້າ​ເງິນສົດ ໃນ​ສົກ​ປີ 2012-2013 ມີ​ມູນ​ຄ່າ​ເຖິງ 1,1 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 8.800 ຕື້​ກີບ ຖ້າ​ທຽບໃສ່​ມູນ​ຄ່າ​ໂຄງການ​ທີ່​ໄດ້​ຮັບ​ອະນຸມັດ 3 ຕື້​ໂດ​ລາ​ສະຫະລັດ ຈະ​ເຮັດ​ໃຫ້​ທຶນ​ນຳ​ເຂົ້າ​ຕົວ​ຈິງ​ປະຕິບັດ​ໄດ້​ເຖິງ 37%.

ສຳລັບ​ສົກ​ປີ 2013-2014 ຄາດໝາຍ​ສູ້​ຊົນ​ດຶງ​ດູດ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ພາຍ​ໃນ ແລະ ຕ່າງປະເທດ ຄາດ​ວ່າ​ຈະ​ສາມາດ​ປະຕິບັດ​ຕາມ​ຄາດໝາຍ 2,1 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 16.800 ຕື້​ກີບ.

ທີ່ມາhttp://www.vientianemai.net