spot_img
Homeຂ່າວພາຍ​ໃນສູນຝຶກອົບຮົມກອງ “ກ 1”​ ເປີດຮຽນກໍ່ສ້າງນາຍສິບທະຫານຮາບຂັ້ນຫມູ່-ຫມວດ

ສູນຝຶກອົບຮົມກອງ “ກ 1”​ ເປີດຮຽນກໍ່ສ້າງນາຍສິບທະຫານຮາບຂັ້ນຫມູ່-ຫມວດ

Published on

thu12sep2

ສູນຝຶກອົບຮົມກອງ “ກ1” ໄດ້ຈັດພິທີເປີດຮຽນກໍ່ສ້າງນາຍສິບບັນຊາຂັ້ນໝູ່, ໝວດ ຊຸດທີ II ສົກ 2013-2014 ຂຶ້ນໃນວັນທີ 10 ກັນຍາ 2013 ນີ້, ໂດຍການເປັນກຽດເຂົ້າ ຮ່ວມຂອງສະຫາຍພັນເອກ ດຣ ຄຳຕາ ວົງວັນດີ, ຫົວໜ້າ ກົມໂຮງຮຽນກົມໃຫຍ່ເສນາທິ ການກອງທັບ, ມີສະຫາຍພັນ ໂທ ສອນທອງ ແກ້ວລໍຄຳ, ຄະ ນະພັກ, ຫົວໜ້າຫ້ອງເສນາທິ ການກອງ “ກ 1” ເຊິ່ງມີຜູ້ຕາງ
ໜ້າ 4 ຫ້ອງ, ພະແນກການ ທີ່ກ່ຽວຂ້ອງພ້ອມດ້ວຍຄູອາ ຈານ ແລະ ນັກຮຽນເຂົ້າຮ່ວມ.
ໃນພິທີສະຫາຍພັນໂທ ໄກສອນ ສີລາເພັດ, ຮອງຫົວໜ້າ ພະແນກອົບຮົມກອງ “ກ 1” ໄດ້ຂຶ້ນຜ່ານແຜນການ ການ ເປີດຮຽນກໍ່ສ້າງນາຍສິບທະ ຫານຮາບຂັ້ນໝູ່, ໝວດຊຸດທີ II ສົກ 2013-2014 ໂດຍອີງ ໃສ່ທິດຊີ້ນຳ ຂອງກົມໃຫຍ່ເສ ນາທິການກອງທັບ ວ່າດ້ວຍ ການຈັດຕັ້ງປະກອບນາຍສິບ ຂັ້ນໝູ່, ໝວດບໍ່ທັນພຽງພໍ ກັບ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ເພື່ອປະ ກອບເຂົ້າບັນດາກົມກອງຮາກ ຖານທີ່ຂຶ້ນກັບກອງ “ກ 1”, ທັງ ນີ້ແມ່ນເປັນການສ້າງນາຍສິບ ແລະ ພົນທະຫານ ຮຽນເປັນຜູ້ ບັນຊາຂັ້ນໝູ່, ໝວດ ໃຫ້ມີ ແນວຄິດການເມືອງໜັກ ແໜ້ນ, ມີທັດສະນະຫລັກໝັ້ນ ຊົນຊັ້ນ, ຍຶດໝັ້ນອຸດົມຄະຕິ ຂອງພັກ ຕັ້ງໜ້າຝຶກຝົນຫຼໍ່ ຫຼອມຕົນເອງດ້ານແນວຄິດ ທັດສະນະຄຸນສົມບັດສິນທຳ ປະຕິວັດ, ມີຄວາມຮູ້ຄວາມສາ ມາດທາງດ້ານທິດສະດີຫລັກ ການ, ວິຊາສະເພາະ ແລະ ເຕັກນິກອື່ນໆ ຍົກສູງນ້ຳໃຈ ບໍລິສຸດສັດຊື່ຕໍ່ພັກ ຕໍ່ປະເທດ ຊາດ ຢ່າງແທ້ຈິງ.
ໃນໂອກາດກ່າວຄຳເຫັນໂອ້ ລົມສະຫາຍຫົວໜ້າກົມໂຮງ ຮຽນໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຄະນະຮັບຜິດຊອບ ການຮຽນການສອນ ທີ່ໄດ້ຍົກ ສູງນ້ຳໃຈຮັບຜິດຊອບຕໍ່ໜ້າ ທີ່ ການເມືອງ, ພ້ອມທັງເນັ້ນໜັກ ໃຫ້ຄູອາຈານ ແລະ ນັກຮຽນ ຈົ່ງພ້ອມກັນຕັ້ງໃຈຄົ້ນຄວ້າ ຮ່ຳຮຽນໃຫ້ບັນລຸຜົນສຳເລັດ ຕາມຄວາມຝາກຝັງຂອງກົມ ກອງ, ເອົາໃຈໃສ່ສ້າງຕົນເອງ ໃຫ້ເປັນນັກຮຽນດີ, ຮຽນເກັ່ງ ແລະ ກາຍເປັນພະນັກງານ ສືບທອດທີ່ດີຂອງກອງທັບ ປະຊາຊົນລາວໃນອະນາຄົດ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...