spot_img
Homeຂ່າວພາຍ​ໃນຄະນະຜູ້ແທນທະຫານເຂດ 2 ສສ ຫວຽດນາມ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງ “ກ 2”

ຄະນະຜູ້ແທນທະຫານເຂດ 2 ສສ ຫວຽດນາມ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງ “ກ 2”

Published on

tue10sep2

ຄະນະຜູ້ແທນການທະ ຫານເຂດ 2 ກອງທັບປະຊາ ຊົນຫວຽດນາມໄດ້ລົງເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງ “ ກ2“ ໃນວັນທີ 6-8 ເດືອນກັນຍາ 2013 ນີ້ ໂດຍ ການນຳຂອງສະຫາຍພົນຈັດ ຕະວາ ໂງວັນຮຸ່ງ  ຮອງຫົວ ຫນ້າກອງບັນການທະຫານ ເຂດ 2 ກອງທັບປະຊາຊົນ  ຫວຽດນາມ,ມີສະຫາຍພັນ ເອກພິເສດ ເຈິ່ນມິງພອງ ຫົວ ຫນ້າການທະຫານກອງພົນ 316 ພ້ອມບັນດານາຍທະ ຫານຂັ້ນສູງຢູ່ພາຍໃນກອງ ພັນໃຫຍ່ທີ່ຂຶ້ນກັບ,ໂດຍໄດ້ ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກສະຫາຍ ພັນເອກ ຄຳຕານ ອິນຍະແສງ ຫົວຫນ້າການທະຫານ    ພ້ອມ ຄະນະ ແລະ ນາຍທະຫານຂັ້ນ ສູງພາຍໃນກອງ “ກ 2”.
ໂອກາດນີ້ຄະນະໄດ້ລົງ ເຄື່ອນໄຫວຢ້ຽມຢາມກອງ   “ຂ 201” ກອງ “ຄ 2”, ກອງ   “ຄ 614”  ແລະ ກອງ “ຄ 629”.  ໃນການລົງແຕ່ລະກອງນັ້ນ ແມ່ນໄດ້ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນກ່ຽວກັບການ ປັບປຸງກຳລັງ,ກໍ່ສ້າງກົມກອງ, ປັບປຸງແບບແຜນວິທີເຮັດວຽກ ຂອງຖັນແຖວພະນັກງານ ສະມາຊິກພັກ-ນັກຮົບການ ກໍ່ສ້າງພື້ນຖານໂຄງລ່າງພັດ ທະນາກົມກອງ,ການສ້າງພະ ລາທິການກັບທ່ີຕາມທິດເພິ່ງ ຕົນເອງ, ກຸ້ມຕົນເອງແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງໃນການແກ້ໄຂຊີວິດການ ເປັນຢູ່ຂອງພະນັກງານ-ນັກ ຮົບຂອງກົມກອງ.
ໂອກາດສຳເລັດການລົງ ຢ້ຽມຢາມກົມກອງແລ້ວໃນ ວັນຕໍ່ມາທັງສອງຝ່າຍໄດ້ ຮ່ວມປະຊຸມເພື່ອເຊັນບົດບັນທຶກການແຮກສ່ຽວລະຫວ່າງ  ກອງ “ ກ2” ກັບກອງພົນ 316 ໂດຍປະຕິບັດຕາມທີ່ໄດ້ຕົກ ລົງເຊັນບົດບັນທຶກໄວ້ແລ້ວ ໃນວັນທີ 25 ກັນຍາ ປີ 2012 ຜ່ານມາ. ໃນໂອກາດຮ່ວມປະ ຊຸມທັງສອງຝ່າຍໄດ້ຜັດປ່ຽນ ກັນຜ່ານບົດການເມືອງຂອງ ກົມກອງຂອງຕົນ ເວົ້າເຖິງ ຜົນງານວິລະກຳອັນສະຫງ່າ ອົງອາດໂດດເດັ່ນຂອງກົມ ກອງ ແລະ ການປັບປຸງກໍ່ສ້າງ ກຳລັງກໍ່ສ້າງກົມກອງມີຄວາມ  ຫນັກແຫນ້ນເຂັ້ມແຂງ. ບົນ ຈິດໃຈເສີມຂະຫຍາຍຄວາມ ສາມັກຄີພິເສດ ການພົວພັນ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງ 2 ພັກ 2 ລັດ 2 ກອງທັບ ປະຊາຊົນ 2 ຊາດເວົ້າລວມ ເວົ້າສະເພາະ  ແມ່ນ 2 ກົມກອງຄື: ກອງ “ກ2” ກັບກອງພົນ 316ໃຫ້ມີ  ຄວາມສະຫນິດແຫນ້ນ ແລະ ກ້າວເຂົ້າສູ່ລວງເລິກ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...