ຈັດກິດຈະກຳຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ໃຫ້ມວນຊົນຊາວນະຄອນຫລວງວຽງຈັນ

thu5sep4

ໃນວັນທີ 3-4 ກັນຍາ 2013 ນີ້, ກະຊວງການຕ່າງ ປະເທດໄດ້ສົມທົບກັບກົມສື່ ມວນຊົນ ແລະ ສະຖານີໂທ ລະພາບແຫ່ງຊາດລາວ,ໄດ້ຈັດ ຕັ້ງການຖາມ-ຕອບຄວາມຮູ້ ຮອບຕົວກ່ຽວກັບອາຊຽນໃຫ້ ບັນດາມວນຊົນຊາວລາວ ເປັນຕົ້ນແມ່ນບັນດາຊາວຄ້າ ຂາຍຕາມສະຖານທີ່ສາທາ ລະນະເຊັ່ນ: ຕະຫລາດເຊົ້າ, ສະຖານີລົດເມ ແລະ ຢູ່ສະຖາ ບັນການສຶກສາຕ່າງໆເຊັ່ນ: ມະຫາວິທະຍາໄລແຫ່ງຊາດ ແລະ   ວິທະຍາໄລຕ່າງໆຂອງ ເອກະຊົນຢູ່ນະຄອນຫລວງ ວຽງຈັນເພື່ອຊາບ ແລະ ຮູ້ກ່ຽວ ກັບຄວາມເປັນມາ, ຈຸດປະສົງ, ບັນດາຫຼັກການສຳຄັນຂອງ ອາຊຽນໂດຍສັງເຂບ ແລະ  ພ້ອມທັງຖາມ-ຕອບເພື່ອຮັບ ລາງວັນຂອງທີ່ລະລຶກຕ່າງໆ ພ້ອມກັນນີ້ກໍ່ເພື່ອໃຫ້ປະຊາ ຊົນເຮົາມີຄວາມຮູ້ກ່ຽວກັບ ອາຊຽນຢ່າງກ້ວາງຂວາງ ແລະ ເລິກເຊິ່ງເປັນພື້ນຖານ ໃຫ້ແກ່ການເຂົ້າຮ່ວມປະຊາ ຄົມເສດຖະກິດອາຊຽນຂອງ ສປປ ລາວ. ການຈັດກິດຈະ ກຳຄັ້ງນນີ້ຍັງແມ່ນຫນຶ່ງໃນບັນ ດາກິດຈະກຳເພື່ອສະເຫລີມ ສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 46 ປີ ( ແຕ່ວັນທີ 8 ສິງຫາ 1967-ວັນທີ 8 ສິງ ຫາ 2013) ແລະ ວັນຄົບ ຮອບ 16 ປີທີ່ ສປປ ລາວ ເຂົ້າອາຊຽນ (ແຕ່ວັນທີ 23 ກໍລະກົດ 1997-ວັນທີ 23 ກໍ ລະກົດ 2013 ) ກໍ່ຄືຄວາມ ພະຍາຍາມເຊື່ອມໂຍງເສດ ຖະກິດເຂົ້າກັບເສດຖະກິດ ພາກພື້ນ ແລະ ສາກົນເທື່ອ ລະກ້າວຂອງ ສປປ ລາວ.

ທີ່ມາhttp://www.kongthap.gov.la