spot_img
Homeຂ່າວການສຶກສານັກຄົ້ນຄວ້າອັງກິດເຊື່ອວ່າການກິນອາຫານBrock choline ຈະຊ່ວຍລົດອາການໂລກຂໍ້ອັກເສບ

ນັກຄົ້ນຄວ້າອັງກິດເຊື່ອວ່າການກິນອາຫານBrock choline ຈະຊ່ວຍລົດອາການໂລກຂໍ້ອັກເສບ

Published on

 


ທີມງານນັກຄົ້ນຄວ້າຈາກວິທະຍາໄລຂອງຕາເວັນອອກ Anglia ໄດ້ເລີມການທົດລອງກັບຈຸລັງແລະຫນູ   ພົບວ່າສານໃນBrock choline ເຊິ່ງສາມາດພົບໃດ້ໃນກະລ່ຳດາວແລະກະລ່ຳປີ ຈະBlock enzymesທີ່ທຳລາຍ ກະດູກອ່ອນກ່ອນທີ່ຈະນຳໄປທົດສອບກິບຜູ້ປ່ວຍ 20 ຄົນ ໂດຍການໃຫ້ກິນBrock cholineສາຍພິນພິເສດ  ທີ່ມີສານອາຫານສູງທຸກມື້ຕິດຕໍ່ກັນນານ 2 ອາທິດ ຄັ້ງລະ 100 ກຼາມ.


ໂດຍBrock cholineດັ່ງກ່າວຫລື “Benedict fortepiano”ເປັນພັນຖຸລູກຜະສົມລະຫວ່າງBrock cholineທຳມະດາ  ແລະBrock cholineຈາກເກາະSicilyຂອງອິຕາລີທີ່ໃດ້ຮັບການພັດທະນາສາຍພັນໂດຍສະຖາບັນຄົ້ນຄວ້າ   ອັງກິດແລະສູນຈອນ ອິນເນັສ  ທັ້ງນີ້ຮ່າງກາຍຈະດູດຊືມສານໂຄລາຟານິນ (glucoraphanin) ແລະປ່ຽງເປັນ ສານອາຫານອີກປະເພດ ທີ່ເອີ່ນວ່າສານ (sulforaphane) ເຊີ່ງມີຄຸນສົມບັດໃນການປົກປ້ອງຂໍ້ຕໍ່.


ທີມແພດຈະປະຕິບັດການຜ່າຕັດເອົາເນື້ອເຍື່ອບໍລິເວນຂໍ້ຕໍ່ເພື່ອເບິ່ງວ່າການກິນອາຫານBrock cholineສົ່ງຜົນ ແບບໃດແມ້ເວລາພຽງ 2 ອາທິດອາດບໍ່ພຽງພໍຕໍ່ການປ່ຽນແປງຢ່າງຊັດເຈນກໍ່ຕາມ ແຕ່ນັກຄົ້ນຄວ້າເຊື່ອວ່າ ຈະເຮັດໃຫ້ເຫັນລັກຖານວ່າBrock cholineດັ່ງກ່າວມີປະໂຍດແບບໃດຕໍ່ມະນຸດ.


ຢ່າງໃດກໍ່ຕາມ ຜູ້ຊ່ຽວຊານຈາກສະຖາບັນຄົ້ນຄວ້າໂລກໄຂຂໍ້ຂອງອັງກິດເປີດເຜີຍວ່າຜົນການສຶກສາດັ່ງກ່າວ ຍັງບໍ່ສາມາດຕອບໃດ້ວ່າອາຫານຊະນິດໃດໆກໍ່ຕາມ ຈະສາມາດລົດຂະບວນການຂອງໂລກຂໍ້ກະດູກອັກເສບ ໃດ້ແລະຫາກຜົນການຄົ້ນພົບຄັ້ງນີ້ສາມາດນຳໄປໃຊ້ໃດ້ກັບມະນຸດຈິ່ງ ນັ້ນກໍ່ນັບເປັນເລື່ອງທີ່ຫນ້າສົນໃຈ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...