spot_img
Homeຂ່າວພາຍ​ໃນທະນາຄານໂລກ ສືບຕໍ່ໃຫ້ການຊ່ວຍເຫຼືອລ້າ ສປປ ລາວ

ທະນາຄານໂລກ ສືບຕໍ່ໃຫ້ການຊ່ວຍເຫຼືອລ້າ ສປປ ລາວ

Published on

ທະນາຄານໂລກ ສືບຕໍ່ໃຫ້ການຊ່ວຍເຫຼືອລ້າ ສປປ ລາວ

 

ພິທີ​ເຊັນ​ສັນຍາ​ຊ່ວຍເຫຼືອ​ລ້າ​ລະຫວ່າງ​ລັດຖະບານ​ແຫ່ງ ​ສປປ ລາວ ແລະ ທະນາຄານ​ໂລກ ສຳລັບ​ໂຄງການ​ພັດທະນາ​ການ​ຄ້າ ໄລຍະ 2 ໄດ້​ມີ​ຂຶ້ນ​ວັນ​ທີ 28 ມີນາ 2013 ທີ່​ກະຊວງ​ການ​ເງິນ ຮ່ວມ​ລົງ​ນາມ​ຄັ້ງ​ນີ້​ຕາງໜ້າ​ລັດຖະບານ​ລາວ ໂດຍ​ແມ່ນ​ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ເງິນ ແລະ ຕາງໜ້າ​ທະນາຄານ​ໂລກ ໂດຍ​ແມ່ນ​ທ່ານ​ນາງ ເຄ​ໂກະ ມີ​ວະ ຜູ້ຕາງໜ້າ​ຫ້ອງການ​ທະນາຄານ​ໂລກ ປະຈຳ ​ສປປ ລາວ ມີ​ທ່ານ​ນາງ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ພະຍານ.

ໂຄງການ​ດັ່ງກ່າວ​ນີ້ ແມ່ນ​ມີ​ເປົ້າ​ໝາຍ​ແນໃສ່​ຊ່ວຍເຫຼືອ​ການຈັດຕັ້ງ​ປະຕິບັດ​ບັນດາ​ບູ​ລິ​ມະ​ສິດ ດ້ານ​ການ​ຄ້າ ແລະ ການ​ເຊື່ອມ​ໂຍງ​ຂອງ​ລັດຖະບານ ໂດຍ​ສະເພາະ​ແມ່ນ​ເພື່ອ​ປະກອບສ່ວນ​ປັບປຸງ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ ແລະ ການ​ສ້າງ​ເສດຖະກິດ​ໃຫ້​ມີ​ຫຼາຍ​ຂະແໜງ​ທີ່​ບໍ່​ແມ່ນ​ຊັບພະຍາກອນ​ທຳ​ມະ​ຊາດ.

ໂຄງການ​ມູນ​ຄ່າ 14 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 110 ຕື້​ກີບ​ນີ້ ແມ່ນ​ໄດ້​ຮັບ​ການ​ສະໜອງ​ທຶນ​ຈາກ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ເຊິ່ງ​ລວມ​ມີ​ເງິນ​ຊ່ວຍເຫຼືອ​ລ້າ​ຈາກ​ທະນາຄານ​ໂລກ​ມູນ​ຄ່າ 4 ລ້ານ​ໂດ​ລາ ຫຼື ປະມານ 32 ຕື້​ກີບ ທຶນ​ຈາກ​ກອງ​ທຶນ​ຊ່ວຍເຫຼືອ​ລ້າ​ຫຼາຍ​ຝ່າຍ​ໃນ​ວົງ​ເງິນ 10 ລ້ານ​ໂດ​ລາ ຫຼື ປະມານ 80 ຕື້​ກີບ ເຊິ່ງ​ປະກອບສ່ວນ​ໂດຍ​ອົງ​ການ​​ອອສ​ເອດ ສະຫະພາບ​ເອີ​ຣົບ ອົງການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ເຢຍ​ລະ​ມັນ ແລະ ອົງການ​ຊ່ວຍເຫຼືອ​ໄອ​ແລນ ໃນ​ພິທີ​ເຊັນ​ສັນຍາ​ມື້ນີ້​ແມ່ນ​ໄດ້​ມີ​ການ​ມອບ​ເງິນ​ຊ່ວຍເຫຼືອ​ລ້າ ຈຳນວນ 7,5 ລ້ານ ໂດ​ລາ ຫຼື ປະມານ 58 ຕື້​ກີບ ແລະ ຈຳນວນ​ທີ່​ເຫຼືອ 6,5 ລ້ານ​ໂດ​ລາ ຫຼື ປະມານ 50 ຕື້​ກີບ ແມ່ນ​ຈະ​ສືບຕໍ່​ໃຫ້ການ​ຊ່ວຍເຫຼືອ​ໄປ​ພ້ອມ​ກັບ​ການ​ດຳເນີນ​ໂຄງການ.

ໂຄງການ​ກອງ​ທຶນ​ຊ່ວຍເຫຼືອ​ລ້າ​ເພື່ອ​ພັດທະນາ​ດ້ານ​ການ​ຄ້າ ໄລຍະ 2 ນີ້ ແມ່ນ​ເປັນ​ການ​ສານ​ຕໍ່​ບັນດາ​ຜົນສຳເລັດ​ທີ່​ຍາດ​ມາ​ໄດ້ ພາຍ​ໃຕ້​ກອງ​ທຶນ​ຊ່ວຍເຫຼືອ​ຫຼາຍ​ຝ່າຍ ເພື່ອ​ພັດທະນາ​ດ້ານ​ການ​ຄ້າ​ໄລຍະ​ຕົ້ນ ມູນ​ຄ່າ 7,6 ລ້ານ​ໂດ​ລາ ຫຼື ປະມານ 58 ຕື້​ກີບ ທີ່​ຈັດ​ຕັ້ງ​ປະຕິບັດ​ໂດຍ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ໃນ​ໄລຍະ​ປີ 2008-2013 ຊຶ່ງ​ໄລຍະ​ຕົ້ນ​ແມ່ນ​ໄດ້​ເນັ້ນ​ໃສ່​ການ​ປັບປຸງ​ປະຕິ​ຮູບ​ການ​ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າ ການ​ສະໜັບສະໜູນ​ທີ່​ສຸມ​ໃສ່​ການ​ເຈລະຈາ ການ​ເຂົ້າ​ເປັນ​ພາຄີ​ອົງການ​ການ​ຄ້າ​ໂລກ ການ​ຄົ້ນຄວ້າ​ວິໄຈ​ທີ່​ພົວພັນ​ກັບ​ຂະແໜງການ​ຄ້າ ແລະ ການ​ວິເຄາະ​ນະໂຍບາຍ ແລະ ການ​ລົງທຶນ​ໃສ່​ບັນດາ​ຂະແໜງການ​ທີ່​ສາມາດ​ແຂ່ງຂັນ ໂຄງການ​ໄລຍະ 2 ນີ້ ແມ່ນ​ຈະ​ລົງ​ເລິກ​ເປັນ​ພິເສດ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ ​ສປປ ລາວ ຈະ​ສາມາດ​ໄດ້​ຮັບ​ຜົນ​ປະໂຫຍດ​ຢ່າງ​ເຕັມທີ ຈາກ​ໂອກາດ​ທີ່​ໄດ້​ມາ​ຈາກ​ການ​ເຊື່ອມ​ໂຍງ​ສາກົນ​ທີ່​ເພີ່ມ​ຂຶ້ນ ແລະ ໃນ​ຂະນະ​ດຽວ​ກັນ ກໍ​ມີ​ການ​ບໍລິຫານ​ຄວາມ​ສ່ຽງ​ຕ່າງໆ​ຢ່າງ​ຮອບ​ຄອບ.

ທີ່ມາhttp://www.vientianemai.net/

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...