spot_img
Homeຂ່າວການພັດທະນາ2 ແຂວງໃນລາວໄດ້ຮັບທຶນໂຄງການ​ພະລັງງານ​ໄຟຟ້າ​ແສງຕາ​ເວັນ

2 ແຂວງໃນລາວໄດ້ຮັບທຶນໂຄງການ​ພະລັງງານ​ໄຟຟ້າ​ແສງຕາ​ເວັນ

Published on

ພິທີ​ເຊັນ​ເອກະສານ​ເຈດ​ຈຳນົງ ສະໜອງ​ອຸປະກອນ​ໄຟຟ້າ ​ແລະ ​​ເງິນທຶນ ​ເພື່ອ​ພັດທະນາ​ໂຄງການ​ພະລັງງານ​ໄຟຟ້າ​ແສງຕາ​ເວັນ ຢູ່​ ແຂວງ​ອັດ​ຕະປື ​ແລະ ​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ມີ​ຂຶ້ນ ​ໃນ​ວັນ​ທີ 29 ກັນຍາ 2017 ນີ້ ຢູ່ ນະຄອນຫລວງ​ວຽງ​ຈັນ ລະຫວ່າງ​ ທ່ານ ຫາ​ລີ ອາ​ຈູ​ຕັງ (Hari Achuthan) ປະທານບໍລິສັດ ຄອນ​ວອດ​ທ ພະລັງງານ ຈຳກັດ ກັບ​ ທ່ານ ວາວ​ເຕີ ວັນ​ເວີສ ປະທານ​ບໍລິສັດ ​ເຈ​ເນ​ໂຣ ອີ​ເລັກ​ຕຼິກ ​ແລະ ທ່ານ ບີ​ລີ ​ເບ​ດສ ຕາງໜ້າ​ທະນາຄານ​ ຄາ​ເທ ຢູ​ໄນ​ເຕັດ ຈາກ​ປະ​ເທດ​ໃຕ້​ຫວັນ, ​ໂດຍ​ມີ​ ພາກສ່ວນ​ກ່ຽວຂ້ອງທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ.

​​ໂຄງການ​ດັ່ງກ່າວ, ບໍລິສັດ​ເຈ​ເນ​ໂຣ ອີ​ເລັກ​ຕຼີກ ຈະ​ເປັນ​ຝ່າຍ​ສະໜອງ​ບັນດາ​ອຸປະກອນ​ໄຟຟ້າຕ່າງໆ ​ເປັນ​ຕົ້ນ​ເຄື່ອງ​ຄບ​ຄຸມ​ໄຟຟ້າ, ອຸປະກອນ​ໄຟ​ຟ້າ​ເພື່ອ​ສ້າງສາ​ຍສົ່ງ ​ແລະ ສະຖານີສ່ວນ​ທະນາຄານ ຄາ​ເທ ຢູ່​ໄນ​ເຕັດ ຈະ​ຊ່ວຍ​ໃນ​ດ້ານ​ການ​ສະໜອງ​ທຶນຮອນ ​ໃຫ້​ກັບ​ໂຄງການ ​ແລະ ບໍລິສັດດີ​ຈີ​ໂຄ​ເລັກ ຈາກ​ສະຫະລັດ​ອາ​ເມ​ລິ​ກາ ຈະ​ເຮັດ​ໜ້າ​ທີ່​ໃນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ລວມ​ເຖິງການ​ສຶກສາວິ​ໄຈ​ ຜົກະທົບ​ຕໍ່​ສິ່ງ​ແວດ​ລ້ອມ-ສັງຄົມ ​ແລະ ບັນດາ​ການ​ສຶກສາ​ທາງ​ວິຊາ​ການ​ ທີ່​ກ່ຽວຂ້ອງ​ກັບ​ໂຄງການ.

ໂຄງການ​ພະລັງງານ​ໄຟຟ້າ​ແສງຕາ​ເວັນ ແມ່ນ​ການ​ລົງທຶນຂອງ​ສະຫະລັດອາ​ເມ​ລິ​ກາ ມີມູນ​ຄ່າ​ຫລາຍ​ກວ່າ 400 ລ້ານ​ໂດ​ລາ​ສະຫະລັດ, ຈະ​ເລີ່​ມລົງມື​ກໍ່ສ້າງ​ພາຍ​ໃນ​ປີ 2019 ຢູ່​ເຂດ​ ບ້ານ​ນ້ຳ​ເດື່ອ ​ເມືອງ​ປາກ​ກະດິງ ​ແຂວງ​ບໍລິ​ຄຳ​ໄຊ, 50 MW ​ແລະ ຢູ່​ແຂວງ​ອັດ​ຕະປື 250 MW. ​ໂຄງການ​ດັ່ງກ່າວ, ຈະ​ຊ່ວຍ​ເພີ່ມ​ຄວາມ​ຫລາກ​ຫລາຍ​​ ໃນດ້ານ​ການຜະລິດ​ພະລັງງານ​ໄຟຟ້າ​ຂອງ​ລາວ ​ທັງ​ເພີ່ມ​ທະວີການ​ຜະລິດ​ພະລັງງານ​ໃນ​ລະດູ​ແລ້ງ ​ແລະ ຈະ​ສ້າງ​ໂອກາດ​ທາງ​ທຸລະ​ກິດ ​ໃຫ້​ກັບນັກ​ທຸລະ​ກິດລາວ ​ແລະ ສະຫະລັດ​ອາ​ເມ​ລິ​ກາ ຕື່ມ​ອີກ.

 

ແຫລ່ງຂ່າວ: ທະນູ​ທອງ ພາບປະກອບ: ​ເກດສະໜາ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...