spot_img
Homeຂ່າວຕ່າງປະເທດ15 ຄົນ ເສຍຊີວິດ ຍ້ອນການສູ້ລົບ ຢູ່ພາກໃຕ້ ຟີລິບປິນ

15 ຄົນ ເສຍຊີວິດ ຍ້ອນການສູ້ລົບ ຢູ່ພາກໃຕ້ ຟີລິບປິນ

Published on

00

 

ບັນດາ​ເຈົ້າ​ໜ້າ​ທີ່ຟິລິບ​ປີນ ກ່າວ​ວ່າ ຢ່າງໜ້ອຍ 15 ຄົນ​ໄດ້
ເສຍ​ຊີວິດ ​ໃນ​ຂະນະ ​ທີ່​ມີ​ການ​ສູ້​ລົບ​ກັນ ​ລະຫວ່າງທະຫານ
ລັດ​ຖະບານ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ ຢູ່ເຂດພາກໃຕ້ ທີ່ສອກຫລີກຫ່າງໄກຂອງປະເທດ.

ການ​ສູ້​ລົບກັນ ​ໄດ້​ເລີ​ມຂຶ້ນໃນ​ວັນ​ອັງຄານ ​ແລະ​ໄດ້​ດຳ​ເນີນ
​ຢູ່ຕໍ່ມາຈົນເຖິງ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ທີ່​ເມືອງ Patikul ໃນ
​ແຂວງ Sulu ຊຶ່ງເປັນເກາະດອນອັນເປັນ ທີ່​ໝັ້ນ​ຂອງກຸ່ມ
​ຫົວ​ຮຸນ​ແຮງ Abu Sayyaf.

ທະຫານ ​ກ່າວ​ວ່າ ການ​ສູ້​ລົບກັນ​ໄດ້​ລະເບີດຂຶ້ນ​ ເວລານັກ​
ລົບຂອງກຸ່ມ Abu Sayyaf​ໄດ້​ພະຍາຍາມ​ຈະ​ຍຶດ​ເອົາ​ຄ້າຍແຫ່ງນຶ່ງ ​ທີ່​ຕັ້ງ​ຢູ່​ໃນ​ປ່າຂອງ
ຕົນຄືນ ຊຶ່ງໄດ້ຖືກທະຫານລັດຖະບານເຂົ້າຍຶດເອົາໃນ​ວັນ​ຈັນ​ທີ່​ຜ່ານ​ມານີ້.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ການບຸກໂຈມຕີ​ຂອງ​ກຸ່ມ​ອິສລາມຫົວຮຸນແຮງໄດ້ຖືກຕີໂຕ້ໃຫ້ ລ່າຖອຍໄປ ​ເຖິງ​ແມ່ນ​ວ່າ​ ມີີທະຫານຢ່າງໜ້ອຍຄົນນຶ່ງໄດ້​ເສຍ​ຊີວິດໃນການ​ປະ​ທະກັນ
ຄັ້ງນີ້.

ເປັນ​ທີ່​ເຊື່ອ​ກັນວ່າ ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມດັ່ງກ່າວ ເປັນເຄືອຂ່າຍກັບ​ພວກ​ນັກ​ລົບ
al-Qaida ​ແລະ​ໄດ້ມີການຖິ້ມໂທດໃສ່ວ່າ ເປັນຜູ້ຮັບຜິດຊອບໃນ​ການໂຈມ​ຕີທີ່ມີມາ
ເປັນລຳດັບ​ ​ແລະ​ລັກພາ​ໂຕ ​ຢູ່​ໃນຟີ​ລິບ​ປີນ.

ພວກໂຕປະກັນບາງ​ຄັ້ງນັ້ນ ໄດ້ຖືກ​ເກັບ​ຮັກສາ​ໄວ້​ຢູ່​ຄ້າຍກາງ​ປ່າ ດັ່ງ​ຄ້າຍທີ່​ຖືກ​ພວກ
ທະຫານຍຶດ​ເອົາ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ. ແຕ່ແນວໃດກໍຕາມບໍ່​ມີ​ລາຍ​ງານ​ວ່າໄດ້ພົບເຫັນ ​ໂຕປະກັນເລີຍຢູ່ໃນຄ້າຍດັ່ງກ່າວ.

Abu Sayyaf ແມ່ນ​ຮວມໃນບັນດາກຸ່ມ​ອິສລາມນ້ອຍໆ ໃນພາກ​ໃຕ້​ຂອງຟິລິບ​ປິນ ​ທີ່
ໄດ້ຄັດຄ້ານຕໍ່ຂໍ້ຕົກລົງ​ສັນຕິພາບ ລະຫວ່າງລັດຖະບານຟີລິບປິນ ​ແລະ ກຸ່ມ​ແນວໂຮມ
ປົດປ່ອຍສາສະໜາອິສລາມ​ໂມ​ໂຣ.

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...