spot_img
Homeຂ່າວຕ່າງປະເທດເຫດກອງເຊຍຢຽບກັນຕາຍ ທີ່ປະເທດອັລຊັນວາດໍ

ເຫດກອງເຊຍຢຽບກັນຕາຍ ທີ່ປະເທດອັລຊັນວາດໍ

Published on

ໃນວັນທີ 21 ພຶດສະພາ 2023 ຜ່ານມາ, ສຳນັກຂ່າວຕ່າງປະເທດລາຍງານ ເກີດເຫດສະຫຼົດ ຢຽບກັນຕາຍທີ່ສະໜາມກິລາ Cuscatian ໃນກຸງຊານຊັນວາດໍ ເມືອງຫຼວງຂອງອັລຊານວາດໍ ປະເທດໃນອາເມຣິກາກາງ ເປັນສເຫດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 12 ຄົນ ບາດເຈັບອີກປະ ມານ 500 ຄົນ, ເຊິ່ງເຫດການດັ່ງກ່າວເກີດຂຶ້ນເນື່ອງຈາກມີການແຂ່ງຂັນບານເຕະນັດສຳຄັນລະຫວ່າງທີມ alianza ກັບ FAS.

ຕາມການລາຍງານຈາກສື່ທ້ອງຖິ່ນລະບຸເຖິງສາເຫດທີ່ເຮັດໃຫ້ເກີດການຢຽບກັນໃນຄັ້ງນີ້ວ່າ: ເນື່ອງຈາກມີກອງເຊີຍກຸ່ມໃຫຍ່ພະຍາຍາມຈະເຂົ້າໄປໃນສະໜາມກິລາ ຫຼັງຈາກປະຕູທາງເຂົ້າປິດແລ້ວ ຈຶ່ງເຮັດໃຫ້ມີການຍູ້, ບຽດຈົນມີຄົນລົ້ມລົງແລ້ວຖືກຢຽບ, ບາງຄົນກໍຂາດອາກາດຫາຍໃຈ.

ເຈົ້າໜ້າທີ່ເຊື່ອວ່າ: ມີກອງເຊຍບາງຄົຍໄດ້ຂາຍບັດປອມ ຈຶ່ງເຮັດໃຫ້ມີຜູ້ຄົນຈຳນວນຫຼາຍບໍ່ສາມາດເຂົ້າໄປໃນສະໜາມກິລາໄດ້ ໂດຍຂະນະນີ້ທາງການ ແລະເຈົ້າໜ້າທີ່ອັລຊັນວາດໍກຳລັງສອບສວນສາເຫດໃນຄັ້ງນີ້ຢ່າງລະອຽດ ເນື່ອງຈາກວ່າເຫດການນີ້ບໍ່ເຄີຍເກີດຂຶ້ນໃນປະເທດ.

ທີ່ມາ: https://www.thairath.co.th/news/foreign/2695654

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...